Ad

Ad

25 February 2014

ມ້າງ​ຂະ​ບວນການ​ຂົນ​ສົ່ງ​ຢາ​ເສບ​ຕິດ​ລາຍ​ໃຫຍ່.



         ​ເຈົ້າໜ້າ​ທີ່​ສະກັດ​ກັ້ນ ​ແລະ ຕ້ານ​ຢາ​ເສບ​ຕິດ​ແຂວງ​ສະຫວັນ​ນະ​ເຂດ ລາຍ​ງານ​ໃຫ້​ຮູ້​ວ່າ: ​ໃນ​ເວລາ 2 ​ໂມງ​ເຊົ້າ ຂອງ​ວັນ​ທີ 19 ກຸມພາ​ຜ່ານ​ມານີ້, ​ປກສ ຂອງ ຕົນໄດ້​ນຳ​ກຳລັງ​ສະກັດ​ລົດ​ກະບະ​ວີ​ໂກ້​ສີ​ປອນ​ທອງບໍ່​ມີ​ປ້າຍ​ທະບຽນ ຢູ່​ເສັ້ນທາງ​ເລກ 13 ​ໃຕ້ ​ເຂດ​ດ່ານ​ເຊບັ້ງຫຽງ ​​ແຂວງ​ສະຫວັນ​ນະ​ເຂດ ​ແລະ ກວດຄົ້ນລົດ​ຕ້ອງສົງໄສດັ່ງກ່າວ​ພົບ​ຢາ​ບ້າ​ເຊື່ອງ​ໄວ້​ໃນ​ກັບ​ດ້ານ​ໜ້າ​ລົດ ແລະ ອີກ​ຈຸດ​ໜຶ່ງ​ແມ່ນ​ຢູ່​ເບາະ​ດ້ານ​ຫລັງ​ທັງ​ໝົດ 15 ມັດ ​ເທົ່າ​ກັບ 30 ພັນ​ເມັດ ກັບ​ເງິນ 1 ລ້ານ​ກີບ, 90 ພັນ​ບາດ ​(ສະກຸນ​ເງິນ​ໄທ) ​ແລະ ​ໂທລະສັບ 5 ໜ່ວຍ. ຈາກນັ້ນ ກໍໄດ້ກັກ​ຕົວ​ຜູ້​ຕ້ອງ​ຫາ 2 ຄົນ ຄື​ທ້າວ ປ່ອງ ອາຍຸ 22 ປີ ຢູ່​ບ້ານ​ໜອງ​ຜັກ​ໃໝ່ ​ແລະ ທ້າວ ​ໄຜ່ ອາຍຸ 46 ປີ ປະຊາຊົນ​ບ້ານ​ກຸດ​ຕະບູນ ​ເມືອງ​ສຸ​ຂະ​ມາ ​ແຂວງ​ຈຳປາ​ສັກ. ຜ່ານ​ການ​ຂະຫຍາຍ​ຜົນ​ຂອງ​ເຈົ້າໜ້າ​ທີ່ຜູ້​ຕ້ອງ​ຫາ​ທັງ​ສອງ​ຈຶ່ງ​ໄດ້​ຊັກ​ທອດ​ເຖິງ​ຜູ້​ຮ່ວມ​ຂະ​ບວນການ​ທີ່​ເອົາ​ຢາ​ບ້າ​ມາ​ໃຫ້ ຄື​ນາງ ຕຸ້ຍ ອາຍຸ 48 ປີ ຢູ່​ບ້ານ​ໜອງ​ແດງ ​ເມືອງ​
ສອງ​ຄອນ ແຂວງ​ສະຫວັນ​ນະ​ເຂດ ຈຶ່ງ​ໄດ້​ນຳ​ກຳລັງ​ເຂົ້າຈັບ​ກຸມ​ຕົວ​ມາ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ.
          ​ເຈົ້າໜ້າ​ທີ່​ເປີດ​ເຜີຍ​ວ່າ: ຜ່ານ​ມາ​ກໍ​ໄດ້​ຕິດຕາມ​ຂະ​ບວນການ​ຂົນ​ສົ່ງ​ຢາ​ເສບ​ຕິດ​ນີ້ມາ​ດົນ​ແລ້ວ, ​ແຕ່​ບໍ່​ມີ​ຫລັກ​ຖານ​ພຽງພໍ​ໃນ​ການ​ຈັບ​ກຸ່ມ​ພວກ​ກ່ຽວ ​ແລະ ການ​ຈັບ​ກຸມ​ຕົວ​ໄດ້​ຄັ້ງນີ້ກໍ​ແມ່ນ​ມີ​ພົນລະ​ເມືອງ​ດີ​ແຈ້ງ​ໃຫ້​ຊາບ​ວ່າ​ຈະ​ມີ​ການ​ຂົນ​ສົ່ງ​ຢາ​ເສບ​ຕິດ​ເປັນ​ຈຳນວນ​ຫລາຍ​ຄື​ດັ່ງກ່າວ.

No comments:

Post a Comment