ວຽກງານແກ້ໄຂຄວາມ ທຸກຍາກ, ແມ່ນວຽກງານໜຶ່ງທີ່ຕ້ອງໄດ້ມີຍຸດທະສາດອັນຖືກ
ຕ້ອງ ແລະ ນຳໃຊ້ທຶນຮອນເຂົ້າໃນການຈັດຕັ້ງປະຕິບັດເພື່ອໃຫ້ບັນລຸໄດ້ເຖິງຄວາມມຸ້ງມາດປາດຖະໜາ ຂອງປະຊາຊົນໃນຊາດ.
ສຳລັບບົດຮຽນການແກ້ໄຂຄວາມທຸກຍາກຢູ່ບາງປະເທດເຊັ່ນ:
ສປ ຈີນ ແມ່ນໄດ້ວາງ 1 ຈຸດໃຈກາງ, 2 ຈຸດພື້ນຖານ, ເປີດປະຕູໃນປີ 1978, ພ້ອມກັນປົດປ່ອຍແນວຄິດ
ແລະ ສະແຫວງ ຫາສັດຈະທຳແຫ່ງຄວາມເປັນຈິງ. ເມື່ອກ່ອນ ຈີນຖືວ່າ: “ທຸກຈົນບໍ່ແມ່ນສັງຄົມນິຍົມ”.
ປັດຈຸ ບັນ ຈີນຈາກການກິນອີ່ມ-ນຸ່ງອຸ່ນ ກ້າວໄປສູ່ການຢູ່ດີ-ກິນດີ.
ໂດຍຖືເອົາປັດໄຈຄົນເປັນກົກ, ເສດຖະກິດເປັນໃຈກາງ,
ຈຳ ກັດການຜັນແຍກເປັນ 2 ຂົ້ວ, ຂົ້ວທຸກ-ຂົ້ວຮັ່ງ ແລະ ສຸດທ້າຍກໍພ້ອມກັນຮັ່ງມີຂຶ້ນຈົນມີພື້ນຖານເສດຖະກິດເຂັ້ມແຂງເປັນອັນດັບ
2 ຂອງໂລກ,ສ່ວນຫວຽດນາມ ກໍກຳນົດວ່າ:ຮອດປີ 2020 ຫັນເປັນປະເທດອຸດສາຫະກຳຕາມທິດທັນສະໄໝໂດຍພື້ນຖານ
ແລະ ຮອດປີ
2050 ເປັນປະເທດອຸດສາຫະກຳທີ່ທັນສະໄໝ ແລະ ກ້າວຂຶ້ນສູ່ສັງຄົມນິຍົມ
ແລະ ອີກໜຶ່ງປະເທດຄື: ອິນໂດເນເຊຍ ກໍແມ່ນເນັ້ນໃສ່ການສອນທິດສະດີວິທີຫາປາໃຫ້ຄອບຄົວທຸກຍາກ,ແຕ່ບໍ່ແມ່ນການເອົາປາໃຫ້ໂດຍກົງ.
ສຳລັບທັດສະນະຂອງພັກເຮົາຖືວ່າ: ວຽກງານກໍ່ສ້າງຮາກຖານການເມືອງ
ແລະ ພັດທະນາຊົນນະບົດຮອບດ້ານ ແມ່ນແຜນນະໂຍບາຍທີ່ສ່ອງແສງເຖິງທາດແທ້ຂອງພັກເຮົາ,
ເປັນພັກທີ່ກຳເນີດມາຈາກປະຊາຊົນ, ຮ່ວມທຸກ-ຮ່ວມສຸກກັບປະຊາ ຊົນ, ຟັງຄຳຄິດເຫັນປະຊາຊົນ
ແລະ ຖືປະຊາຊົນເປັນກົກ, ເປັນເຫງົ້າແຫ່ງພະລັງທີ່ບໍ່ບົກແຫ້ງ ແລະ ແມ່ນໜ້າທີ່ຄວາມຮັບຜິດ ຊອບຂອງຄະນະພັກແຕ່ລະຂັ້ນທີ່ຈະຕ້ອງເຮັດຢ່າງຕໍ່ເນື່ອງ,
ຍາວນານ, ທົ່ວເຖິງມີຈຸດສຸມຮອບດ້ານປົກກະຕິ ແລະ ລຽນຕິດ. ດັ່ງປະທານ ໄກສອນ ພົມວິຫານ
ໄດ້ກ່າວເຕືອນໄວ້ວ່າ:ໄພອັນຕະລາຍຂອງພັກພາຍຫຼັງກຳອຳນາດມີຢູ່ 2 ປະການຄື:
ພັກວາງແນວທາງຜິດພາດ ແລະ ພະນັກງານສະມາຊິກພັກຫ່າງເຫີນຈາກຕົວຈິງຮາກຖານ.
ໃນມະຕິກອງປະຊຸມໃຫຍ່ຂອງພັກຄັ້ງທີ
IX ຢືນຢັນວ່າ: ການສ້າງຄວາມໝັ້ນຄົງຂອງພັກ ແລະ ລັດແມ່ນເລີ່ມຈາກການກໍ່ສ້າງຮາກຖານການເມືອງຢູ່ຂັ້ນບ້ານໃຫ້
ໜັກແໜ້ນຕິດພັນກັບການສ້າງບ້ານພັດທະນາ ແມ່ນຍຸດທະສາດອັນຖືກຕ້ອງທີ່ໄດ້ຮັບການພິສູດໃນພຶດຕິກຳມາແລ້ວ
ເຊິ່ງພວກເຮົາຕ້ອງຍຶດໝັ້ນປະຕິບັດຕໍ່ໄປຢ່າງເຂັ້ມແຂງຕໍ່ເນື່ອງ ແລະ ທົ່ວເຖິງຮາກຖານ.
ປະທານ ຄຳໄຕ ສີພັນດອນ ກໍເຄີຍເວົ້າວ່າ:
ໃຫ້ປ່ຽນໃຈປະຊາຊົນໃຫ້ເປັນໃຈປະຕິວັດ, ປ່ຽນຈາກຄວາມທຸກຍາກໃຫ້ພໍຢູ່ພໍກິນ
ແລະ ຮັ່ງມີ, ປ່ຽນແຜ່ນດິນແຫ້ງແລ້ງໃຫ້ເປັນແຜ່ນດິນເງິນແຜ່ນດິນຄຳ ແມ່ນການປ່ຽນແນວຄິດ
ແລະ ການດຳລົງຊີວິດແບບກະແຈກກະຈາຍໃຫ້ລວມສູນເອກະພາບອັນໜຶ່ງອັນດຽວກັນ. ສະນັ້ນ,
ຜ່ານການຕີລາຄາຂອງຄະນະພັດທະນາຊົນນະ ບົດ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດຕາມ
4 ຄາດໝາຍ 4 ເນື້ອໃນເລກທີ 09/ກມສພ,03/ ກມສພ ແລະ 14/ຄລສພ ວາງອອກເຫັນວ່າ: ດ້ານການເມືອງແນວຄິດ
ແລະ ປັບປຸງລະບົບການປົກຄອງໃນໄລຍະຜ່ານມາ ເຮັດໃຫ້ຈຳນວນບ້ານຫຼຸດລົງເຫຼືອ 8.573
ບ້ານ, ກຸ່ມບ້ານຍັງເຫຼືອ 1.040 ກຸ່ມ, ບ້ານຂຶ້ນກັບເມືອງໂດຍກົງ 1.194 ບ້ານ, ຈຳນວນກຳມະການພັກເມືອງ
ຫຼືພະນັກງານຫຼັກແຫຼ່ງໄປເປັນເລຂາຄະນະພັກຮາກຖານຍັງເຫຼືອ 546 ສະ ຫາຍ, ບ້ານພັດທະນາທີ່ປະກາດຮັບ ຮອງແລ້ວ
2.353 ບ້ານ, ບ້ານວັດທະນະທຳ 3.466 ບ້ານ, ບ້ານຈົບການສຶກສາພາກບັງຄັບ 7.804 ບ້ານ,
ບ້ານແບບຢ່າງສາທາລະນະສຸກ 3.878 ບ້ານ ແລະ ບ້ານທີ່ມີໂທລະໂຄ່ງ 3.365 ບ້ານ. ຄຽງຄູ່ກັບຜົນສຳເລັດດັ່ງກ່າວ,
ການສ້າງຮາກຖານຍັງມີຂໍ້ຫຍຸ້ງ ຍາກຫຼາຍປະການທີ່ຈະຕ້ອງໄດ້ສືບຕໍ່ບຸກທະລຸຄື:
ການຫັນປ່ຽນແນວຄິດເກົ່າໄປສູ່ແນວຄິດໃໝ່ຍັງຊັກຊ້າ, ບັນດາບ້ານບໍ່ມີເສັ້ນ
ທາງຄົມມະນາຄົມເຂົ້າເຖິງ 1.630 ບ້ານ, ບໍ່ມີນ້ຳສະອາດໃຊ້ 532 ບ້ານ, ບໍ່ມີໂຮງຮຽນປະຖົມ
95 ບ້ານ, ບາງທ້ອງຖິ່ນມີສຸກ ສາລາພັດຂາດແພດໝໍ, ມີແພດພັດຂາດຢາ, ມີໂຮງຮຽນພັດຂາດຄູສອນເປັນຕົ້ນ.
No comments:
Post a Comment