ກອງປະຊຸມບຸກທະລຸຫັນເປັນທັນສະໄໝ-ການຜະລິດ
ແລະ ການເຜີຍແຜ່ຂໍ້ມູນສະຖິຕິທາງການປະຈຳປີ 2014 ໄດ້ຈັດຂຶ້ນແຕ່ວັນທີ
24-26 ກຸມພາ 2014 ຢູ່ໂຮງແຮມນະຄອນສັກ, ນະຄອນ
ຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ດຣ.ສະໄໝຈັນ ບຸບຜາ ລັດຖະມົນຕີຊ່ວຍວ່າ ການກະຊວງແຜນການ
ແລະ ການລົງທຶນ, ຫົວໜ້າສູນສະຖິຕິແຫ່ງຊາດ, ມີບັນດາຫົວໜ້າກົມ ຂອງກະຊວງແຜນການ
ແລະ ການລົງທຶນ, ບັນດາກະຊວງອ້ອມຂ້າງສູນກາງ ແລະ ບັນດາສູນສະຖິຕິປະຈຳແຂວງໃນຂອບເຂດທົ່ວປະເທດເຂົ້າຮ່ວມ.
ທ່ານ ດຣ ສະໄໝຈັນ ບຸບຜາ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງກອງປະຊຸມໃນຄັ້ງນີ້ວ່າ
ເປັນກອງປະຊຸມແລກປ່ຽນ ແລະ ຖອດຖອນບົດ ຮຽນລະຫວ່າງການຈັດຕັ້ງສະ ຖິຕິສາຍຕັ້ງ ແລະ
ສາຍຂວາງໃນການຈັດຕັ້ງປະຕິບັດວຽກງານສະຖິຕິໃນໄລຍະຜ່ານມາ, ນັບແຕ່ກົດໝາຍວ່າດ້ວຍສະຖິຕິ
ແລະ ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດປີ 2010- 2020 ໄດ້ຖືກຮັບຮອງໃນປີ
2010 ເປັນຕົ້ນມາ, ການຈັດຕັ້ງສະຖິຕິລະບົບສາຍຕັ້ງກໍໄດ້ຮັບການປັບປຸງ ຊຶ່ງໄດ້ມີການແຕ່ງຕັ້ງການນຳຂອງສູນສະຖິຕິໃນແຕ່ລະຂັ້ນ,
ນັບແຕ່ຂັ້ນສູນກາງຮອດຂັ້ນແຂວງ, ສ່ວນການຈັດຕັ້ງສະຖິຕິຂອງສາຍຕັ້ງຂັ້ນເມືອງ
ແລະ ການສ້າງຕັ້ງສະຖິຕິສາຍຂວາງ ແມ່ນກຳລັງດຳເນີນການປັບປຸງ ແລະ ໄດ້ສຳເລັດຈຳນວນໜຶ່ງ,
ປັດຈຸບັນ
ນີ້ ການຜະລິດສະຖິຕິເພື່ອໃຫ້ຕອບສະໜອງໄດ້ຕາມຄວາມຮຽກຮ້ອງ ຕ້ອງການຂອງລັດຖະບານ
ແລະ ບັນດາຜູ້ນຳໃຊ້ຂໍ້ມູນສະຖິຕິແມ່ນເປັນບັນຫາທີ່ເຮົາຕ້ອງໄດ້ເອົາໃຈໃສ່ເພື່ອໃຫ້ສັງຄົມສາມາດເຂົ້າເຖິງ
ແລະ ໄດ້ນຳໃຊ້ຂໍ້ມູນສະຖິຕິຢ່າງທົ່ວເຖິງ ແລະ ມີປະສິດທິຜົນສູງ.
ທ່ານ ຍັງກ່າວຕື່ມອີກວ່າ: ສູນສະຖິຕິແຫ່ງຊາດ ໄດ້ຈັດກອງປະຊຸມສະຖິຕິຂຶ້ນທຸກໆປີ
ໃນຫົວຂໍ້ຕ່າງໆ, ສຳລັບປີນີ້ ກອງປະຊຸມບຸກທະລຸຫັນເປັນທັນສະໄໝ-ການຜະລິດ ແລະ
ການເຜີຍແຜ່ຂໍ້ມູນສະຖິຕິທາງການມີຄວາມສຳຄັນຫລາຍຕໍ່ການປະຕິບັດວຽກງານສະຖິຕິ
ເພາະຈະມີການແລກປ່ຽນຄຳຄິດຄຳເຫັນ, ແລກປ່ຽນປະສົບການ ແລະ ຖອດຖອນບົດ ຮຽນເຊິ່ງກັນ
ແລະ ກັນ ຂອງການຈັດຕັ້ງສະຖິຕິສາຍຕັ້ງ ແລະ ສາຍຂວາງໃນການແກ້ໄຂບັນຫາທີ່ພົບພໍ້ການເຄື່ອນໄຫວວຽກງານສະຖິຕິຢູ່ໃນແຕ່ລະຂັ້ນ.
ນອກນີ້ເຮົາຈະຕ້ອງເອົາໃຈໃສ່ຄົ້ນຄວ້າກ່ຽວກັບການສ້າງເງື່ອນໄຂ ແລະ ປະຖົມປັດໄຈພື້ນຖານການຜະລິດສະຖິຕິເພື່ອກ້າວໄປສູ່ການຕອບສະໜອງຂໍ້ມູນສະຖິຕິທາງການໃຫ້ຄົບຖ້ວນ,
ທັນເວລາ ແລະ ໜ້າເຊື່ອຖືໄດ້, ປັບປຸງລະ ບົບສະຖິຕິແຫ່ງຊາດໃຫ້ມີຄວາມເຂັ້ນແຂງຢ່າງຮອບດ້ານຕາມທິດ
ແລະ ຄາດໝາຍບຸກທະລຸຂອງກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກວາງອອກ, ພ້ອມດຽວກັນນີ້
ກອງປະຊຸມຍັງໄດ້ ພ້ອມກັນຄົ້ນຄ້ວາ ແລະ ລົງເລິກ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານສະຖິຕິແຫ່ງຊາດປະຈຳສົກປີ
2012-2013 ແລະ ແຜນການຈັດ ຕັ້ງປະຕິບັດວຽກງານປະຈຳປີ 2014-2015, ບົດຮຽນການປັບ
ປຸງລະບົບຈັດຕັ້ງສະຖິຕິແຫ່ງຊາດ-ຂັ້ນແຂວງ ແລະ ເມືອງ, ບົດ ຮຽນການເຜີຍແຜ່ ແລະ
ການຈັດຕັ້ງປະ ຕິບັດບັນດານິຕິກຳຂອງລະບົບສະຖິຕິແຫ່ງຊາດ, ການສ້າງສະຖິຕິຢ່າງເປັນລະບົບ,
ການລາຍງານສະຖິຕິ, ການປະ ສານງານ, ສິ່ງທ້າທາຍ ແລະ ມາດຕະການແກ້ໄຂ, ແຜນການປັບປຸງວຽກງານສະຖິຕິເສດຖະ
ກິດສົກປີ 2014-2015, ສະຖິຕິການຄ້າຜ່ານດ່ານ,
ບົດຮຽນການນຳໃຊ້ຊອບແວ ອະຊິກຸດະ, ກົນໄກການປະສານງານ ແລະ ແຜນງານຈັດຕັ້ງປະຕິບັດວຽກງານກະສິກຳ,
ການຈັດຕັ້ງປະຕິບັດວຽກງານສະຖິຕິຂັ້ນບ້ານໂດຍຕິດພັນກັບວຽກງານ 3 ສ້າງ, ການສ້າງສະຖິຕິຕິດພັນກັບວຽກງານ
3 ສ້າງ, ການເກັບກຳສະ ຖິຕິຂັ້ນບ້ານ, ສິ່ງທ້າທາຍ ແລະ ມາດຕະການແກ້ໄຂ, ຜົນການວິໄຈຂໍ້ມູນຂັ້ນບ້ານຂອງແຂວງບໍລິຄຳໄຊ,
ຄຸນນະພາບຂອງການສຳຫລວດ, ຄວາມຄືບໜ້າຂອງການກະກຽມການສຳຫລວດພົນ ລະເມືອງຄັ້ງທີ
4 ປີ 2015, ສ້າງຄວາມອາດສາມາດດ້ານສະຖິຕິໃນລະບົບສະຖິຕິແຫ່ງຊາດ, ການສ້າງຄວາມສາມາດດ້ານສະຖິຕິ
ແລະ ການສ້າງສະຖິຕິໃນຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີ, ບົດແນະນຳການເຜີຍແຜ່ຂໍ້ມູນສະຖິຕິທາງການ
ແລະ ການກຳນົດຕົວຊີ້ບອກຂະແໜງການເສດຖະກິດ-ສັງຄົມ, ກົນໄກການສ້າງ ແລະ ລາຍງານສະຖິຕິ,
ກົນໄກການປະສານງານສາຍຕັ້ງ ແລະ ສາຍຂວາງ, ການເກັບກຳ ແລະ ການສ້າງຕົວຊີ້ ບອກຂັ້ນແຂວງ,
ສິ່ງທ້າທາຍ ແລະ ມາດຕະການແກ້ໄຂ, ການບັນລຸເປົ້າໝາຍສະຫັດສະວັດ ໂດຍສະເພາະແມ່ນການຕາຍຂອງແມ່
ແລະ ເດັກ ແລະ ແນະນຳການສ້າງແຜນງົບປະມານຂັ້ນແຂວງ ແລະ ຂັ້ນເມືອງ.
No comments:
Post a Comment