ສະຖານີປາກເຊ ແລະ ສາຍສົ່ງ 50 KV ຈາກສະຖານີປາກເຊຫາຈຸດຮັບສົ່ງໄຟຟ້າຊາຍແດນ ລາວ-ໄທ ເຊິ່ງມີຄວາມຍາວ 60 ກິໂລແມັດ ເຊື່ອມຕໍ່ກັບສະຖານີໄຟຟ້າແຂວງອຸບົນ ປະເທດໄທ ເຊິ່ງມີມູນຄ່າກໍ່ສ້າງເຖິງ 1.020 ລ້ານໂດລາສະຫະລັດ ໂດຍ
ແມ່ນບໍລິສັດໄຟຟ້າເຊປຽນ-ເຊນ້ຳນ້ອຍ (PNPC) ເປັນເຈົ້າຂອງໂຄງການທີ່ປະກອບມີຂາຮຸ້ນ ຄືບໍລິສັດ ເອັສເຄ ເອັນເຈເນຍລິງ ຄອນສະຕັກຊັນ (SK Engineering Con struction) ຈາກ ສ.ເກົາຫລີ, ບໍລິ ສັດ ໂກເລຍ ເວັສເຕີນ ພາວເວີ (KOREA WESTERN POWER) ຈາກ ສ.ເກົາຫລີ, ບໍລິ ສັດ ຣາຊບູລີ ປະເທດໄທ ແລະ ລັດວິສາຫະກິດຖືຮຸ້ນລາວ.
ໂຄງການດັ່ງກ່າວຈະເລີ່ມ ລົງມືກໍ່ສ້າງໃນປີ
2014, ພາຍ ຫລັງສຳເລັດດ້ານເອກະສານ ແລະ ການເຈລະຈາໃນສັນຍາສຳ ຄັນຕ່າງໆເຊັ່ນ:
ສັນຍາເຊົ່າທີ່ດິນ, ສັນຍາຊື້-ຂາຍໄຟຟ້າ, ສັນຍາເງິນກູ້ ແລະ ສັນຍາກໍ່ສ້າງກັບບໍລິສັດຈາກຕ່າງປະເທດ
ລວມເຖິງແຜນຍົກຍ້າຍ, ຈັດສັນບ້ານປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງ ການ. ຂະນະທີ່ບາງໜ້າວຽກໄດ້ປະຕິບັດມາແຕ່ທ້າຍປີ
2012 ເປັນຕົ້ນການເຄື່ອນຍ້າຍກົນຈັກ ແລະ ວັດຖຸອຸປະກອນໄປຫາສະ ຖານທີ່ກໍ່ສ້າງ,
ການກໍ່ສ້າງຂົວຂ້າມນ້ຳຊົ່ວຄາວ ເພື່ອຮັບໃຊ້ໃຫ້ແກ່ການກໍ່ສ້າງອຸມົງອວ່າຍນ້ຳ
ຂອງເຂື່ອນດັ່ງກ່າວ.

No comments:
Post a Comment