ຕາມການເປີດເຜີຍຂອງຂະແໜກ່ຽວຂ້ອງໃຫ້ຮູ້ວ່າ:
ໜີ້ຕ້ອງຮັບຂອງບໍລິສັດໄຟຟ້າລາວຈາກຂະແໜງຊົນລະປະທານໂດຍສະເພາະແມ່ນຄ່າກະແສໄຟຟ້າຈາກສະຖານນີຈັກສູບນ້ຳຕ່າງໆ
ໂດຍສະເພາະແມ່ນ 9 ແຂວງທີ່ນຳໃຊ້ສະຖານນີສູບນ້ຳສະໜອງໃຫ້ແກ່ການຜະລິດ, ຊຶ່ງມາຮອດປັດຈຸ
ບັນຄ່າກະແສໄຟຟ້າດັ່ງກ່າວ ໄດ້ມີປະລິມານສູງເຖິງ 94 ຕື້ກ່ວາກີບທີ່ແກ່ຍາວການຊຳລະສະສາງມາເປັນເວລາຫລາຍປີ,
ໂດຍທາງກົມຊົນລະປະທານ ກະ ຊວງກະສິກຳ ແລະ ປ່າໄມ້ໃຫ້ເຫດຜົນວ່າ: ສາເຫດທີ່ພາໃຫ້ບັນ
ຫາໜີ້ສິນມີການແກ່ຍາວການຊຳລະສະສາງ ແລະ ມີຈຳນວນຫລວງຫລາຍຄືແນວນັ້ນ, ສ່ວນໃຫຍ່ແມ່ນ
ຍ້ອນຊາວກະສິກອນແຕ່ລະແຂວງບໍ່ມີເງິນພຽງພໍທີ່ຈະນຳໃຊ້ເຂົ້າໃນການຊຳລະສະສາງຍ້ອນໄດ້ຮັບຜົນກະທົບຈາກໄພທຳມະຊາດທີ່ເກີດຂຶ້ນໃນແຕ່
ລະປີ. ດັ່ງນັ້ນລັດຖະບານຈຶ່ງໄດ້ຕົກລົງໃຫ້ບໍລິສັດໄຟຟ້າລາວມີການຍົກເວັ້ນການຊຳລະສະສາງ
ຫລື ເລື່ອນການຊຳລະຄ່າກະແສໄຟຟ້າອອກໄປຕາມເງື່ອນໄຂ ຂອງແຕ່ລະທ້ອງຖິ່ນ, ໂດຍໜີ້ສິນດັ່ງກ່າວແມ່ນນອນຢູ່ໃນ
543
ໂຄງການ ຂອງ 9 ແຂວງ, ທີ່ນຳໃຊ້ລະບົບຊົນລະປະທານດັ່ງ ກ່າວເຊັ່ນ: ແຂວງໄຊຍະບູລີ,
ວຽງຈັນ, ນະຄອນຫລວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະ ຫວັນນະເຂດ, ສາລະວັນ,
ຈຳປາສັກ ແລະ ແຂວງອັດຕະປືເຫລົ່ານີ້ເປັນຕົ້ນ.
ຊົນລະປະທານແຈ້ງໃຫ້ຮູ້ວ່າ: ສະເພາະໃນລະດູແລ້ງປີນີ້ຂະແໜງຊົນລະປະທານໄດ້ເຮັດສຳເລັດບາງວຽກງານສຳຄັນເພື່ອຮັບໃຊ້ການຜະລິດກະສິກຳເປັນຕົ້ນ
ໄດ້ກວດກາການປະ ກອບເອກະສານສັນຍາສ້ອມແປງຊົນລະປະທານເພື່ອສະ ໜອງນ້ຳໃຫ້ແກ່ການຜະລິດສົກປີ
2013-2014 (ບ້ວງ 37 ຕື້ກີບ) ຈຳ ນວນ 94 ສັນຍາ, ມີ 172 ໂຄງ ການ, ມູນຄ່າ 31,86 ຕື້ກີບ
ແລະ (ບ້ວງ 30 ຕື້ກີບ), ຈຳນວນ 58 ສັນຍາ, ມີ 73 ໂຄງການ ມູນຄ່າ 20,68 ຕື້ກີບ ແນ່ໃສ່ສະໜອງນ້ຳໃຫ້ການຜະລິດລະ
ດູແລ້ງຂອງສົກປີ 2013-2014 ໃນ 17 ແຂວງ ປະຕິບັດໄດ້ 122.637 ເຮັກຕາ. ໃນນັ້ນ, ສະໜອງໃຫ້ການປູກເຂົ້າ
ນາແຊງໄດ້ 101.774 ເຮັກຕາ ແລະ ສະໜອງໃຫ້ການປູກພຶດໄດ້ 35.212 ເຮັກຕາ; ພ້ອມໄດ້ສະ
ໜອງຈັກສູບນ້ຳເຄື່ອນທີ່ຈາກນ້ຳມັງ ແລະ ສະຖານນີສູບນ້ຳບ້ານຜາໂປງ, ເມືອງທ່າພະບາດ,
ແຂວງບໍລິຄຳໄຊ; ໄດ້ສຳເລັດການກວດກາແບບ ແລະ ເອກະສານຕ່າງໆ, ຂອງການສຳຫລວດ-
ອອກແບບໂຄງການຊົນລະກະເສດປະຕູນ້ຳປ່ອງ 5 ໃຕ້ທາງລະ ບາຍນ້ຳເຂື່ອນໄຟຟ້ານ້ຳຕົກນ້ຳເທີນ
2 ເມືອງມະຫາໄຊ ແຂວງຄຳມ່ວນໃນເນື້ອທີ 151 ເຮັກຕາ;ໄດ້ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ
ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດກ່ຽວກັບການຍ້າຍຕູ້ບັງຂັບໄຟຟ້າຊົນລະປະທານ
ພູເຮືອ ຊາວວາ, ໄປຊ່ວຍຕິດຕັ້ງຢູ່ສະ ຖານນີວັງວຽງ, ເມືອງເຊບັ້ງໄຟ ແຂວງຄຳມ່ວນ
ທີ່ຖືກໄຟໄໝ້ ເພື່ອນຳໃຊ້ເຂົ້າໃນການຜະລິດໃຫ້ເປັນປົກກະຕິ.
No comments:
Post a Comment