Ad

Ad

17 June 2014

ທ້າຍອາທິດນີ້ ຢູ່ນະຄອນຫຼວງວຽງຈັນມີຜູ້ເສຍຊີວິດຈາກອຸປະຕິ​ເຫດ​ທ້ອງ​ຖະຫນົນ 4 ຄົນ



       ເຈົ້າໜ້າທີ່ຕຳຫຼວດຈະລາ ຈອນນະຄອນຫຼວງວຽງຈັນໃຫ້ ຮູ້ວ່າ: ພຽງທ້າຍອາ ທິດຜ່ານມານີ້ ຢູ່ນະຄອນຫຼວງວຽງຈັນໄດ້ ມີອຸປະຕິເຫດເກີດຂຶ້ນ 5 ກໍລະນີ ສົ່ງຜົນ ໃຫ້ມີຜູ້ເສຍຊີວິດ 4 ຄົນ, ຄື : ໃນຄ່ຳຄືນຂອງວັນທີ 15 ມິຖຸນານີ້ ຢູ່ເສັ້ນທາງດົງ ໂດກ-ຊ້າງຄູ້ໄດ້ເກີດອຸປະຕິເຫດລົດກະບະ ຍີ່ຫໍ້ເຊບໂລເລັດ ບໍ່ມີປ້າຍ ທະບຽນຕຳ ລົດຈັກໝາຍເລກທະບຽນ ຈຫ 2906 ຢ່າງ​ແຮງເຮັດ ໃຫ້ຄົນຂັບລົດຈັກເປັນຍິງ ສອງ ຄົນເສຍຊີວິດຄາທີ່ ແລະ ໃນຄືນ ວັນທີ 14  ໄດ້ເກີດອຸປະຕິເຫດລົດ​ໃຫຍ່ ຕຳລົດຈັກ ຢູ່ເສັ້ນທາງບ້ານ ໂພນຕ້ອງເຮັດໃຫ້ຄົນຂັບລົດຈັກ ເສຍຊີວິດຄາທີ່, ສ່ວນຜູ້ຂັບຂີ່ລົດ​ໃຫຍ່​ພວມ​ເອົາ​​ໂຕຫຼົບໜີຈາ​ກ ການ​ຈັບ​ກຸມຂອງເຈົ້າໜ້າທີ່​ເພື່ອ​ນຳມາດຳເນີນຄະດີຕາມ​ລະບຽບ​ກົດຫມາຍ.
      ທ່ານ ຮ້ອຍເອກ ຖາວອນ ເຈົ້າໜ້າທີ່ຈະລາຈອນນະຄອນ ຫຼວງວຽງຈັນໃຫ້ທັດສະນະວ່າ: ປັດຈຸບ​ັນນີ້ອຸປະຕິເຫດ ທີ່ເກີດຂຶ້ນສ່ວນຫລາຍແມ່ນຍ້ອນຂັບຂີ່ລົດ ໄວ, ລະເມີດກົດລະບຽບຈະລາ ຈອນບວກໃສ່ສະພາບຫົນທາງທີ່ເປ່ເພ ແລະ ຝົນຕົກຈຶ່ງ​ມັກເຮັດ ໃຫ້ເກີດອຸປະຕິເຫດໄດ້ງ່າຍສະ ນັ້ນ ຈຶ່ງເຕືອນມາ​ຍັງ​ຜູ້​ໃຊ້​ຖະ ຫນົນ​ທັງຫລາຍມີຄວນລະວັງ ແລະ ມີສະ ຕິນັບຖືກົດລະບຽບ ຈະລາຈອນ ແລະ ບໍ່ຄວນດື່ມສິ່ງ ມຶນເມົາ​ໃນ​ເວລາ​ຂັບ​ຂີ່ເຊິ່ງຈະ ເຮັດໃຫ້ເກີດອຸປະຕິເຫດໄດ້ງ່າຍ.

No comments:

Post a Comment