ເມື່ອບໍ່ດົນມານີ້, ຄະນະຜູ້ແທນຂັ້ນສູງທະນາຄານແຫ່ງລັດ
ສສ ຫວຽດນາມເຊິ່ງນຳໂດຍທ່ານ ດ້າວ ມິ່ງ ຕູ ຮອງຜູ້ວ່າການທະ ນາຄານແຫ່ງລັດ ຫວຽດນາມ
ພ້ອມຄະນະໄດ້ມອບທຶນການສຶກສາໃຫ້ແກ່ໂຮງຮຽນມັດທະ ຍົມສົມບູນກິນນອນຊົນເຜົ່າ ແຂວງຈຳປາສັກ
ຈຳນວນ 15 ລ້ານກີບ ແລະ ນ້ອງນັກຮຽນຊາວໜຸ່ມທີ່ຮຽນດີ-ຮຽນເກັ່ງແຕ່ດ້ອຍໂອກາດຈຳນວນສິບນ້ອງ
ຜູ້ລະ 2 ລ້ານກີບ, ເຊິ່ງພິທີດັ່ງ ກ່າວ ຈັດຂຶ້ນຢູ່ຫ້ອງວ່າການປົກ ຄອງແຂວງຈຳປາສັກ
ໂດຍການເຂົ້າຮ່ວມຂອງທ່ານ ສຸບິນ ຈັນ ທະພິມ ປະທານແນວລາວສ້າງຊາດ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນແຂວງ,
ທ່ານ ສອນໄຊ ສິດພະໄຊ ຮອງຜູ້ວ່າການທະ ນາຄານແຫ່ງ ສປປ ລາວ ແລະ ມີຄູ-ອາຈານ ພ້ອມນ້ອງນັກຮຽນເຂົ້າຮ່ວມ.
No comments:
Post a Comment