ວັນທີ 9 ກໍລະກົດນີ້ພະແນກ ສາທາລະນະສຸກນະຄອນຫຼວງ
ວຽງຈັນ ແລະ ພະແນກສາທາ ລະນະສຸກ ແຂວງໜອງຄາຍ (ປະເທດໄທ) ໄດ້ຮ່ວມປະຊຸມ ເພື່ອ ປຶກສາຫາລືເພື່ອກຽມຄວາມພ້ອມໃນການຕ້ານ
ແລະ ຄວບ ຄຸມພະຍາດຕິດຕໍ່ ແລະ ພະ ຍາດທີ່ອາດເກີດຂຶ້ນໃໝ່ຕາມຊາຍ ແດນຂອງຕົນນະຄອນຫຼວງວຽງຈັນນຳໂດຍ ທ່ານ ດຣ ແສງ
ທອງ ບີລາກຸນ, ຫົວໜ້າພະ ແນກສາທາລະນະສຸກ ແລະ ຝ່າຍ ໜອງຄາຍ ນຳໂດຍ ນາຍແພດ ວິວອນຕ່າງໜ້າຜູ້ແທນສາທາລະນະສຸກໜອງຄາຍ,
ພ້ອມ ດ້ວຍພະນັກງານວິຊາການທີ່ກ່ຽວ ຂ້ອງສອງຝ່າຍເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງ ການລາຍງານວິທີ່ຈັດຕັ້ງປະຕິ
ບັດໂຄງການດັ່ງກ່າວ ແລະ ສະ ແດງຄວາມຄິດຄວາມເຫັນເພື່ອ ປັບປຸງລະບົບຂໍ້ມູນຂ່າວສານ ດ້ານສາທາລະນະສຸກຊາຍແດນລາວ-ໄທ,
ພ້ອມທັງທົບທວນ ຄືນຂໍ້ກຳນົດຕົກລົງໃນການ ຮ່ວມ ມືດຳເນີນງານດ້ານສາທາລະນະສຸກຕາມຊາຍແດນລະຫວ່າງສອງຝ່າຍພ້ອມນີ້ທັງສອງຝ່າຍ
ໄດ້ຮ່ວມກັນລົງນາມໃນບົດບັນທຶກການຮ່ວມມືເພື່ອດຳເນີນໂຄງ ການດັ່ງກ່າວຂຶ້ນໃຫ້ມີປະສິດທິຜົນ.
No comments:
Post a Comment