ໃນວັນທີ 9 ກໍລະກົດນີ້ ທ່ານ ກວນ ຮົວ ປິງ
ເອກອັກຄະ ລັດຖະທູດ ສປ. ຈີນ ປະຈຳລາວ ໄດ້ຢ້ຽມຢາມແລະມອບ ຄອມພິວເຕີ 2 ຊຸດ ມູນຄ່າ 5 ລ້ານ ກວ່າກີບ
ໃຫ້ສະຖານນີວິທະຍຸແຫ່ງຊາດ ລາວເພື່ອປະກອບສ່ວນເຂົ້າໃນ ວຽກງານ ຂອງວິທະຍຸໃຫ້ມີປະສິດທິຜົນດີຂຶ້ນ,
ຊຶ່ງກ່າວຮັບໂດຍ ທ່ານ ສີພາ ນົງລາດ ຜູ້ອຳ ນວຍການໃຫຍ່ສະຖານີວິທະຍຸດັ່ງ ກ່າວ.
ທ່ານ ກວນ ຮົວ ປິງ ເອກອັກຄະລັດຖະທູດ ສປ ຈີນ
ກ່າວ ວ່າ: ການຢ້ຽມ ຢາມດັ່ງກ່າວກໍ ເພື່ອເປັນການກະຕຸກຊຸກ ຍູ້ໃຫ້ການພົວພັນຮ່ວມມືລະຫວ່າງວິ
ທະຍຸກະຈາຍສຽງແຫ່ງຊາດລາວ ແລະ ວິທະ ຍຸສາກົນແຫ່ງ ປະເທດຈີນ ( CRI ) ມີ ຄວາມໜັກແໜ້ນຍິ່ງຂຶ້ນ,
ໂດຍສະເພາະ ແມ່ນພານຫຼັງວິທະຍຸໄດ້ມາເປີດສຳນັກງານ ຢູ່ນະຄອນຫຼວງ ວຽງຈັນ, ເພື່ອອອກອາ ກາດ
ແລະ ປະກອບສ່ວນໃນການເຜີຍ ແຜ່ແນວທາງນະໂຍບາຍແຫ່ງການພັດທະນາ ເສດຖະກິດ-ສັງ ຄົມຂອງສອງປະເທດ
ສປປ ລາວ ແລະ ສປ ຈີນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ.
ທ່ານ ສີພາ ນົງລາດ ຜູ້ອຳ ນວຍການໃຫຍ່ສະຖານີວິທະຍຸ
ແຫ່ງຊາດລາວ ໃຫ້ຮູ້ວ່າ: ວິທະຍຸ ແຫ່ງຊາດລາວ ໄດ້ສ້າງ ຕັ້ງຂຶ້ນເມື່ອປີ 1960 ແລະ ໄດ້ຮັບການ
ຊ່ວຍເຫຼືອຈາກປະເທດເພື່ອນມິດ, ເພື່ອພັດທະນາຕົນເອງເພື່ອສາ ມາດເຮັດໜ້າທີ່ປຸກ ລະດົມເຕົ້າໂຮມຄວາມສາມັກຄີຂອງປະຊ
ຊົນບັນດາເຜົ່າ, ໃນການຕໍ່ສູ້ ຕ້ານຈັກກະພັດຜູ້ຮຸກຮານ ແລະ ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍແລ້ວ,
ວິທະຍຸກະຈາຍ ສຽງແຫ່ງຊາດກໍໄດ້ຕັ້ງໜ້າເຮັດບົດບາດຂອງຕົນໃນການໂຄສະນາເຜີຍແຜ່ແນວ ທາງນະໂຍບາຍຂອງພັກ-ລັດ
ແລະ ການປະຕິບັດ ສອງໜ້າທີ່ຍຸດທະສາດຄື: ການ ປົກປັກຮັກສາ ແລະ ການສ້າງ ສາພັດທະ ນາປະເທດຊາດຢ່າງມີຜົນສຳເລັດ,
ໄປພ້ອມກັບການ ຮ່ວມມືຊ່ວຍເຫຼືອຂອງປະເທດ ເພື່ອມິດໂດຍສະເພາະ ສປ ຈີນ ແລະ ຂະ ນະດຽວກັນວິທະຍຸ
ແຫ່ງຊາດລາວ ແລະ ວິທະຍຸສາ ກົນແຫ່ງປະເທດຈີນກໍໄດ້ມີການພົວພັນຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ
ກັນໂດຍດີຕະຫຼອດມາ, ພ້ອມນັ້ນກໍໄດ້ຕັ້ງໜ້າເຮັດວຽກ ງານໂຄສະນາໃຫ້ແກ່ການເພີ່ມທະວີຮັດແໜ້ນສາຍພົວພັນ ຮ່ວມມືລະ
ຫວ່າງສອງປະເທດ ສປປ ລາວ ແລະ ສປ ຈີນ ນັບມື້ແຕກ ດອກອອກຜົນຍິ່ງຂຶ້ນ.
No comments:
Post a Comment