ເມື່ອບໍ່ດົນມານີ້ ໄດ້ມີປະ ຊາຊົນໂທລະສັບເຂົ້າມາກອງບັນາທິການໜັງສືພິມລາວພັດທະນາ
ພວກເຮົາກ່ຽວກັບເລື່ອງ ການ ອອກໃບຕາດິນ ແລະ ການປ່ຽນໂອນທີ່ດິນມີບັນຫາຊັກຊ້າແກ່ ຍາວເກີນຂອບເຂດ,
ໂດຍສະເພາະແມ່ນຢູ່ຂອບເຂດນະ ຄອນຫຼວງວຽງຈັນເປັນປະກົດການ ຫຍໍ້ທໍ້ໜຶ່ງທາງສັງຄົມ, ຕໍ່ບັນຫາ
ດັ່ງກ່າວນັກຂ່າວລາວພວກເຮົາ ກໍໄດ້ສຳພາດທ່ານຫົວໜ້າ ກົມທີ່ດິນກະຊວງຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ຊຶ່ງໄດ້ຊີ້ແຈງວ່າ: ປັດຈຸບັນບັນຫາຂໍ້ຂັດແຍ່ງທີ່ດິນແມ່ນໄດ້ ເກີດຂຶ້ນຫຼາຍ
ແລະ ເປັນປາກົດການ ຫຍໍ້ທໍ້ທາງສັງຄົມ, ເນື່ອງມາ ຈາກສະພາບເສດຖະກິດຂະຫຍາຍຕົວເຮັດໃຫ້ການນຳໃຊ້ທີ່
ດິນມີຄວາມຕ້ອງການສູງ ແລະ ມີ ລາຄາແພງຂຶ້ນໂດຍສະເພາະ ແມ່ນໃນຕົວເມືອງ, ແຕ່ເພື່ອເຮັດ ໃຫ້ການຄຸ້ມຄອງທີ່ດິນຖືກ
ຕ້ອງນັ້ນໃບຕາດິນແມ່ນເປັນເອກະ ສານທີ່ສຳຄັນ ທີ່ເປັນຫຼັກຖານຕົ້ນ ຕໍອັນໜຶ່ງອັນດຽວກ່ຽວກັບສິດ
ນຳໃຊ້ທີ່ດິນຢ່າງຖາ ວອນ, ສະ ນັ້ນການອອກໃບຕາດິນຈຶ່ງມີ ຄວາມສຳຄັນຊຶ່ງທາງລະບຽບ ການກໍໄດ້ກຳນົດໄວ້ວ່າ:
ອອກ ໃບຕາດິນຊ້າສຸດບໍ່ໃຫ້ ເກີນ 90 ວັນ. ແຕ່ເນຶ່ອງຈາກວ່າປັດຈຸບັນ ການຊື້-ຂາຍດິນ ແລະ ການ
ມອບໂອນກຳມະສິດທີ່ດິນໄດ້ ເກີດຂຶ້ນຫຼາຍ ແລະ
ເພື່ອຄວາມ
ສະດວກໃຫ້ແກ່ປະຊາຊົນທາງ ກົມທີ່ດິນໄດ້ມີການອຳນວຍ ຄວາມສະດວກແກ່ປະຊາຊົນທາງກົມທີ່ດິນໄດ້ເປີດ
ປ່ອງບໍລິການຜ່ານປະຕູດຽວຄື: ມອບໃຫ້ ທາງອົງການທີ່ດິນເມືອງເປັນຜູ້ ຄຸ້ມຄອງ ແລະ ອອກໃບຕາດິນໃຫ້ຊຶ່ງຊ້າສຸດບໍ່ໃຫ້
ເກີນ 30 ວັນ, ທ່ານຫົວໜ້າກົມຄຸ້ມຄອງທີ່ດິນ ໃຫ້ຮູ້ອີກວ່າ: ຕໍ່ສະພາບການອອກໃບຕາດິນມີຄວາມຫລ່າຊ້ານັ້ນອັນທີໜຶ່ງ
ກໍອາດເນື່ອງມາ ຈາກການກວດກາເອກະສານທີ່ອອກຊ້າກໍເນື່ອງຈາກວ່າການ ກວດກາເອກະສານກ່ຽວກັບ ຄວາມຖືກຕ້ອງ
ຂອງດິນ ແລະ ການເສຍພັນທະຄ່າອາກອນ ອື່ນໆ ແລະ ສ່ວນໜຶ່ງປະຊາຊົນ ບາງຄົນບໍ່ເຂົ້າໃຈດີຕໍ່ຂັ້ນຕອນ
ແລະ ລະບຽບການ ອອກໃບຕາ ດິນຈຶ່ງກໍ່ໃຫ້ເກີດປະກອບເອກະ ສານບໍ່ຖືກຕ້ອງ, ຈຳເປັນຕ້ອງ ໄດ້ເຮັດຄືນ
ຫຼື ກໍລະນີ ຄວາມບໍ່ ຈະແຈ້ງຂອງການ ໄດ້ມາທີ່ດິນ ດັ່ງກ່າວ, ພ້ອມດຽວກັນສະພາບ ການພັດທະນາເສດຖະກິດ-ສັງ
ຄົມມີການຂະຫຍາຍຕົວ ໄວທີ່ດິນມີລາຄາແພງ, ເກີດຂໍ້ຂັດແຍ່ງທີ່ ດິນຫຼາຍຂຶ້ນ ແລະ ບາງກໍລະນີ
ກໍມີການລັກປອມແປງໃບຕາດິນເກີດຂຶ້ນ, ເນື່ອງຈາກປະຊາຊົນ ສ່ວນໜຶ່ງ ມັກງ່າຍຈ້າງນາຍໜ້າ ວິງເຕັ້ນການອອກໃບຕາດິນເຮັດ
ໃຫ້ເກີດຄວາມຫຍຸ້ງຍາກ ແລະ ເປັນຄະດີຄວາມກັນກໍມີ, ສະນັ້ນ ເຈົ້າໜ້າທີ່ມີຄວາມຈຳເປັນຕ້ອງ
ໄດ້ກວດກາເອກະສານໃຫ້ລະ ອຽດ ແລະ ໃຫ້ການອອກໃບຕາ ດິນຊັກຊ້າແກ່ຍາວເວລາກໍມີ.
ທ່ານ ຫົວໜ້າກົມ ໃຫ້ຮູ້ ວ່າ: ເພື່ອເຮັດໃຫ້ການອອກໃບ ຕາດິນມີຄວາມວ່ອງໄວຂຶ້ນປັດຈຸ
ບັນພວກເຮົາໄດ້ເລັ່ງພັດທະ ນາການນຳໃຊ້ລະບົບເອເລັກໂຕນິກ, ຊຶ່ງຈະຢັ້ງຢືນເຈົ້າຂອງກຳມະ ສິດຖືກຕ້ອງ
ແລະ ຈະຊ່ວຍປະຢັດເວລາລົງພ້ອມມີຄວາມ ໂປ່ງໃສຫຼາຍຂຶ້ນ. ຕາມການເປີດເຜີຍຂອງອົງການທີ່ດິນ ໃຫ້ຮູ້ວ່າ:
ໃນແຕ່ລະວັນແມ່ນຈະມີການຊື້-ຂາຍ ມອບໂອນທີ່ດິນບໍ່ ຕ່ຳກວ່າ 30 ຕອນ, ແລະ ສາມາດສ້າງລາຍຮັບໃຫ້ລັດໃນແຕ່ລະປີຫຼາຍສິບຕື້ກີບ.
No comments:
Post a Comment