Ad

Ad

6 August 2014

ນ້ຳຖ້ວມເມືອງສຸຂຸມາ ຄ່ອຍກັບສູ່ສະພາບປົກກະຕິ ຂະນະທີ່ເມືອງມູນລະປາໂມກຍັງຢູ່ໃນສະພາບໜ້າເປັນຫ່ວງ



       ຫລັງເກີດຝົນຕົກແຮງແຕ່ທ້າຍ ເດືອນກໍລະກົດຫາຕົ້ນເດືອນນີ້ ສົ່ງຜົນເຮັດ ໃຫ້ເກີດນ້ຳຖ້ວມຢູ່ ຫລາຍແຂວງທາງພາກ ໃຕ້ຂອງລາວ ສະເພາະຢູ່ເມືອງສຸຂຸມາ ແຂວງຈຳປາສັກໄດ້ເຮັດໃຫ້ເດັກນ້ອຍຜູ້ໜຶ່ງເສຍຊີວິດຫລັງປະສົບບັນຫານ້ຳຖ້ວມ. ຂະນະທີ່ເນື້ອ ທີ່ການຜະລິດ ແລະ ເຮືອນຊານ ຂອງປະຊາຊົນລວມທັງສ່ິງສາ ທາລະນູປະໂພກຕ່າງໆກໍໄດ້ຮັບຄວາມເສຍຫາຍ. 
       ທ່ານ ຄຳພູ ແພງສິມ ສະ ຫວັດຮັກສາການເຈົ້າເມືອງສຸຂຸ ມາກ່າວວ່າ: ແຕ່ທ້າຍເດືອນກໍ ລະກົດຫາຕົ້ນເດືອນສິງຫານີ້ໄດ້ ເກີດຝົນຕົກແຮງຕິດຕໍ່ກັນຫລາຍວັນເຮັດໃຫ້ປະລິມານນ້ຳໄຫລ ຖ້ວມເນື້ອ ທີ່ການຜະລິດ ແລະ ເຮືອນຊານຂອງປະຊາຊົນເປັນ ຈຳນວນຫລາຍ, ສົ່ງຜົນໃຫ້ 37 ບ້ານຖືກນ້ຳຖ້ວມເຊ່ິງກວມ 66% ຂອງຈຳນວນບ້ານທົ່ວເມືອງດັ່ງກ່າວ, ຂະນະທີ່ເນື້ອທີ່ນາ ກໍຖືກຖ້ວມກວ່າ 3.510 ເຮັກຕາ, ປະ ຊາຊົນກວ່າ 11 ພັນຄົນໃນ 2 ພັນ ກວ່າຄອບຄົວໄດ້ຮັບຜົນກະທົບ. ນອກນີ້ກໍມີເນື້ອ ທີ່ສວນກວ່າ 13 ເຮັກຕາ, ໜອງປາ 21 ໜອງ, ຄອງຊົນລະປະທານ 2 ເສັ້ນຍາວ 500 ແມັດເປ່ເພໜັກ, ເສັ້ນທາງ 7 ເສັ້ນຍາວ 19 ກິໂລແມັດ, ໂຮງງານນ້ຳສະອາດ 2 ແຫ່ງ, ຮ້ານຄ້າ 77 ຮ້ານ, ກົງເຕີໄຟຟ້າ 13 ໜ່ວຍ, ປ້ຳນ້ຳມັນ 4 ແຫ່ງ ໄດ້ຮັບຄວາມ ເສຍຫາຍ.    

        ຮັກສາການເຈົ້າເມືອງດັ່ງ ກ່າວໃຫ້ຮູ້ຕື່ມວ່າ: ຕໍ່ເຫດການດັ່ງກ່າວ, ຄະນະພັກ, ອົງການປົກຄອງເມືອງໂດຍສະເພາະຄະ ນະກຳມະການປ້ອງກັນ  ແລະ ຄວບຄຸມໄພພິບັດເມືອງກໍໄດ້ເອົາໃຈໃສ່ປ້ອງກັນ ແລະ ສະກັດກັ້ນ ໂດຍການປະຈຳການຕະ ຫລອດ 24 ຊົ່ວໂມງເພື່ອຕິດຕາມ ແລະ ລາຍງານສະພາບແຕ່ລະໄລຍະ, ໄດ້ລົງສຳຫລວດຕົວຈິງຕາມ ບ້ານທີ່ໄດ້ຮັບຜົນກະ ທົບໂດຍສົມທົບກັບອົງການປົກຄອງບ້ານ. ນອກນີ້ກໍໄດ້ຊ່ວຍເຫລືອຂັ້ນຕົ້ນ ໂດຍໄດ້ຈັດຊື້ນ້ຳດື່ມ 200 ໂຫລ ໄປມອບໃຫ້ປະ ຊາຊົນ 7 ບ້ານທີ່ ໄດ້ຮັບຜົນກະທົບໜັກ. ພ້ອມນີ້ກໍ ມີອົງການແພດໂລກໄດ້ມອບນ້ຳດື່ມ 450 ໂຫລໄປຊ່ວຍຜູ້ທີ່ໄດ້ຮັບຜົນ ກະທົບເຊັ່ນກັນ. ເຖິງຢ່າງໃດກໍດີ, ການຊ່ວຍເຫລືອດັ່ງກ່າວນັ້ນຍັງບໍ່ພຽງພໍຈຶ່ງຮຽກຮ້ອງທຸກພາກສ່ວນໃນສັງຄົມໄດ້ປະກອບ ສ່ວນຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພ ທຳມະຊາດດັ່ງກ່າວໂດຍສະ ເພາະແມ່ນນ້ຳດື່ມນ້ຳໃຊ້ເນື່ອງຈາກນ້ຳບາ ດານຖືກຖ້ວມ, ຢາປິ່ນປົວສຸຂະພາບລັງນ້ຳຫລຸດລົງ.   
            ໃນວັນທີ 4 ສິງຫານີ້, ທ່ານ ສີທົນ ແກ້ວພູວົງ ກຳມະ ການປະຈຳພັກແຂວງ, ຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກພ້ອມ ດ້ວຍພະນັກງານ ແລະ ຫົວໜ່ວຍ ທຸລະກິດຈຳນວນໜຶ່ງໄດ້ເອົາ ເຄື່ອງທີ່ລະດົມໄດ້ຈາກຫລາຍ ພາກສ່ວນໃນສັງຄົມໄປມອບໃຫ້ຮັກສາການເຈົ້າເມືອງດັ່ງກ່າວ ແລະ ຄະນະກຳມະການປ້ອງກັນ ແລະຄວບຄຸມໄພພິບັດເມືອງ ເພື່ອນຳໄປຊ່ວຍປະຊາຊົນທີ່ໄດ້ຮັບ ກະທົບເປັນຕົ້ນ ຫມີ່ 5 ແກັດໃຫຍ່, ນ້ຳດື່ມ 250 ໂຫລ ແລະ ເງິນສົດ 1 ລ້ານກີບ.  ຜູ້ສື່ ຂ່າວແຂວງຈຳ ປາສັກລາຍງານໃຫ້ຮູ້ຕື່ມວ່າ: ສະຖານນະການນ້ຳຖ້ວມຢູ່ເມືອງ ມູນລະປາໂມກຢູ່ໃນຂັ້ນເປັນ ຫ່ວງຫລັງລະ ດັບນ້ຳເພີ່ມຂຶ້ນສູງຢ່າງຕໍ່ເນື່ອງເຊ່ິງເບື້ອງຕົ້ນໄດ້ຮັບການລາຍງານຈາກຄະນະກຳມະການຕ້ານໄພພິບັດແຂວງຈຳປາສັກ ວ່າ: ເນື້ອ ທີ່ນາ 1.270 ເຮັກຕາຖືກຖ້ວມ, ການສັນຈອນໄປມາຂອງປະຊາຊົນຢູ່ເຂດນ້ຳ ຖ້ວມຖືກຕັດຂາດຈຳເປັນຕ້ອງ ໄດ້ໃຊ້ເຮືອ. ສ່ວນສະຖານະ ການນ້ຳຖ້ວມຢູ່ເມືອງໂຂງນັ້ນ ຍັງຢູ່ໃນຂັ້ນຕອນການສຳຫລວດເກັບກຳຂໍ້ມູນຂອງເຈົ້າໜ້າທີ່ຂະແໜງແຮງ ງານ ແລະ ສະຫວັດ ດີການສັງຄົມແຂວງເພື່ອຊ່ວຍ ເຫລືອຜູ້ປະສົບໄພຢ່າງໃຫ້ທັນເວລາ ແລະ ແກ້ໄຂຜົນກະທົບໃຫ້ມີ ຄວາມເສຍຫາຍໜ້ອຍລົງ.

No comments:

Post a Comment