
ກອງປະຊຸມແລກປ່ຽນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ
24 ເດືອນກັນຍາປີ 2014 ຢູ່ຫ້ອງວ່າການສູນກາງພັກ, ຝ່າຍລາວນຳ ໂດຍ ສະຫາຍ ບົວສອນ ບຸບຜາ ວັນຫົວໜ້າໜ່ວຍງານຄົ້ນຄວ້າ
ແຜນຍຸດທະສາດການພັດທະນາ ເສດຖະກິດຫ້ອງວ່າການສູນ ກາງພັກ ປປ ລາວ ແລະ ຄະນະ ເສດຖະກິດສູນກາງພັກກອມມູ
ນິດ ສສ ຫວຽດນາມ ນຳໂດຍ ສະຫາຍ ສຈ. ດຣ. ເວື້ອງດິງ ເຫວ້ ຫົວໜ້າຄະນະເສດຖະກິດສູນ ກາງພັກກອມມູນິດຫວຽດນາມ,
ມີບັນດາຄະນະຜູ້ແທນຂອງສອງຝ່າຍເຂົ້າຮ່ວມ.
ທ່ານ ບົວສອນ ບຸບຜາວັນ ສະຫລຸບຜົນຂອງການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ກ່ຽວກັບສະພາບລວມເສດຖະກິດ
ຂອງໂລກ ແລະ ຫວຽດນາມ ທີ່ສະເໜີໂດຍ ສຈ.ດຣ. ເວື້ອງດິງ ເຫວ້ ວ່າ: ວິກິດການດ້ານການເງິນໂລກໃນປີ 2008 ແມ່ນມີ ຄວາມຮຸນແຮງເປັນປະຫວັດ
ການທີ່ສົ່ງຜົນກະທົບໃນວົງ ກວ້າງຕໍ່ເສດຖະກິດຂອງໂລກ ເຊິ່ງສາເຫດແມ່ນເກີດຈາກລະບົບ ການເງິນໄດ້ເກີນຂະໜາດ
ຂອງພື້ນຖານເສດຖະກິດຕົວຈິງຂອງໂລກໃນ 30 ປີຜ່ານມາ, ພື້ນ ຖານເສດຖະກິດຕົວຈິງຂອງ ໂລກຂະຫຍາຍຕົວຊ້າກວ່າທຽບໃສ່ລະບົບການເງິນທີ່ມີການຂະ
ຫຍາຍຕົວຢ່າງໄວຈົນກາຍເປັນເສດຖະກິດຟອງສະບູ.
ມາຮອດປີີ 2008 ລວມ ຍອດຜະລິດຕະພັນພາຍໃນ
(GDP) ຂອງໂລກໄດ້ເພີ່ມຂຶ້ນເຖິງ 8 ເທົ່າຕົວ, ແຕ່ໃນຂະນະ ດຽວກັນຊັບສິນດ້ານການເງິນຂອງໂລກໄດ້ເພີ່ມຂຶ້ນເກືອບ
18 ເທົ່າຕົວຈຶ່ງໄດ້ນຳໄປສູ່ການລົ້ມສະຫລາຍຂອງເສດຖະກິດຟອງ ສະບູໃນຂອບເຂດທົ່ວໂລກເຊິ່ງໄດ້ແກ່ຍາວມາຮອດທ້າຍປີ
2010 ເສດຖະກິດໂລກຈຶ່ງຄ່ອຍໆຟື້ນຕົວຂຶ້ນ. ເຖິງຢ່າງໃດກໍຕາມ ຄວາມວິຕົກກັງວົນໃນບັນຫາເສດຖະກິດ-ການເງິນກໍຍັງປົກຄຸມໄປທົ່ວໂລກ.
ສຳລັບສະພາບລວມຂອງເສດຖະກິດຫວຽດນາມກໍໄດ້ເລີ່ມເຫັນຜົນສຳເລັດເບື້ອງຕົ້ນໃນການປະຕິບັດແຜນນະໂຍ
ບາຍປັບໂຄງສ້າງພື້ນຖານເສດຖະກິດຕາມຂະແໜງການ, ຕາມເຂດ ແຄວ້ນ ແລະ ຕາມພາກສ່ວນເສດຖະກິດຕິດພັນກັບການ
ປ່ຽນແປງໃໝ່ຮູບແບບການເຕີບໂຕທີ່ອີງໃສ່ການເພີ່ມຜະລິດຕະພາບ ແລະ ປະສິດທິພາບ, ການນຳໃຊ້ວິທະຍາສາດ-ເຕັກໂນໂລ
ຊີ ແລະ ນະວັດຕະກຳໃໝ່ເພື່ອກ້າວໄປສູ່ການພັດທະນາໄວ ແລະ ຍືນຍົງພ້ອມນັ້ນຍັງມີການວາງບັນດາມາດຕະການຕົ້ນຕໍໃນ
ການຈັດຕັ້ງປະຕິບັດດ້ວຍການສືບຕໍ່ບູລະນະລະບຽບການເສດຖະກິດຕະຫລາດຕາມທິດສັງຄົມນິຍົມໃຫ້ເປັນລະບົບຄົບຊຸດ
ເທື່ອລະກ້າວ.
ສະຫາຍ ບົວສອນ ບຸບຜາວັນ ຍັງກ່າວຕີລາຄາສູງຕໍ່ບົດສະເໜີຂອງສະຫາຍ
ສຈ ດຣ. ເວື້ອງ ດິງເຫວ້ ເຊິ່ງມີລັກສະນະວິ ເຄາະສະພາບບັນຫາເສດຖະກິດຢ່າງຮອບດ້ານ ແລະ ເລິກເຊິ່ງ
ພ້ອມທັງໄດ້ມີການສະເໜີທິດທາງແຜນນະໂຍບາຍເສດຖະ ກິດ-ສັງຄົມຢ່າງຈະແຈ້ງ ແລະ ຄົບຖ້ວນ.
ສະຫາຍ ບົວສອນ ບຸບຜາວັນ ຍັງກ່າວເນັ້ນດ້ວຍວ່າ:
ການແບ່ງປັນປະສົບການ ແລະ ບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳຂອງ ສສ ຫວຽດນາມ ແມ່ນມີປະໂຫຍດຢ່າງຍິ່ງເພື່ອ
ຊ່ວຍໜ່ວຍງານຄົ້ນຄ້ວາຍຸດທະສາດເສດຖະກິດຂອງສູນ ກາງພັກປະຊາຊົນປະຕິວັດລາວໃນການສຶກສາວິເຄາະສະພາບການທີ່ພົ້ນເດັ່ນທາງດ້ານເສດຖະກິດ
ແລະ ການຄົ້ນຄວ້າທິດທາງ ແຜນນະໂຍບາຍເສດຖະກິດສັງຄົມຂອງ ສປປ ລາວ ໂດຍສະເພາະແມ່ນມີຄວາມສຳຄັນຫຼາຍໃນໄລຍະນີ້
ທີ່ທັງສອງພັກພວມ ຂຸ້ນຂ້ຽວກະກຽມເນື້ອໃນກອງປະຊຸມໃຫຍ່ຂອງຕົນເປັນຄັ້ງທີ X ຢູ່ລາວ ແລະ ຄັ້ງທີ
XII ຢູ່ຫວຽດນາມ.
No comments:
Post a Comment