ວັນທີ 19 ທັນວານີ້ ບໍລິສັດ ລາວໂຕໂຍຕ້າບໍລິການຈຳກັດ,
ໄດ້ຈັດພິທີ່ຈັບສະ ຫຼາກມອບລາງວັນໃຫ້ລູກຄ້າໃນໂຄງການລາວ ໂຕໂຍຕ້າແຈກໂຊກທຸກໆທ້າຍອາ ທິດຂຶ້ນ,
ທີ່ບໍລິສັດດັ່ງກ່າວສາຂາທົ່ງຂັນຄຳ, ໃນນະຄອນຫຼວງວຽງຈັນເປັນອາທິດທີ 11, ໂດຍການ ເຂົ້າຮ່ວມຂອງ
ເພັດຕະວັນ ອິນທະວົງ, ຜູ້ຈັດການຝ່າຍການຕະ ຫຼາດບໍລິສັດດັ່ງກ່າວ, ພ້ອມດ້ວຍລູກຄ້າເຂົ້າຮ່ວມເປັນຈຳນວນຫຼາຍ.
ຜູ້ຈັດການຝ່າຍການຕະຫຼາດ ກ່າວວ່າ: ໂຄງການໂຕໂຍຕ້າ
ແຈກໂຊກທຸກໆທ້າຍ ອາທິດໄດ້ ເລີ່ມມາແຕ່ເດືອນຕຸລານີ້ໂດຍ ຈະດ ຳເນີນໄປຈົນຮອດທ້າຍປີ, ລວມມີ
12 ອາທິດ, ຊຶ່ງແຕ່ລະ ອາທິດຈະມີການຈັບສະຫຼາກ ເພື່ອແຈກໂຊກອາທິດລະ 3 ລາງ ວັນ ໃຫ້ລູກຄ້າຜູ້ທີ່ມາຊື້ລົດຈາກ
ບໍລິສັດຂອງຕົນນັບແຕ່ວັນ 1 ຕຸລານີ້ເປັນຕົ້ນໄປ, ຊຶ່ງລວມມີ ລາງວັນຕ່າງໆຄື: ລາງວັນທີ
1 ທ່ຽວຍີ່ ປຸ່ນມີ 12 ລາງວັນລາງ
ວັນລະ 2 ຄົນ, ລາງວັນທີ 2 ລົດຈັກ YAMAHA SPARK ມີ 12
ລາງວັນ, ລາງວັນທີ 3 ໂທລະ ພາບສີ 40 ນິວ 12 ລາງວັນ, ນອກຈາກນີ້ຍັງມີໂຄງການມ່ວນຫຼາຍທ້າຍປີຊຶ່ງຈະແຈກລາງວັນໃຫຍ່ຄື:
ລົດກະບະວີ ໂກ້ 1 ຄັນ, ພ້ອມກັບ ລົດ ເກັ່ງວີອອດ, ລົດຈັກ ຟີໂນ ແລະ ອື່ນໆ, ລວມມູນຄ່າ ລາງວັນທັງໝົດ
1,4 ຕື້ກີບ ແລະ ການຈັບສະຫຼາກມອບໂຊກໃນ ຄັ້ງນີ້ຜູ້ ໂຊກດີໄດ້ຮັບລາງວັນທີ 1 ໄດ້ແກ່ທ່ານ
ນາງ ປີງແກ້ວ ຫຼວງລາດ, ລາງ ວັນທີ 2 ທ່ານ ຄຳເກັ່ງ ແກ້ວວິສິດ, ລາງວັນທີ 3 ທ່ານ
ສຸວັນທອງ ຈັນທະບູນໄຊ.

No comments:
Post a Comment