ກະຊວງປ້ອງກັນປະເທດຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ
ສສ ຫວຽດນາມ ປະຈຳລາວ, ໄດ້ຈັດພິທີໂຮມຊຸມນຸມສະເຫລີມສະຫລອງວັນສ້າງ ຕັ້ງກອງທັບປະຊາຊົນຫວຽດນາມຄົບຮອບ
70 (22/12/ 1944- 22/12/2014) ໃນວັນທີ 22 ທັນ ວານີ້, ທີ່ກະຊວງປ້ອງກັນປະເທດ,
ເພື່ອລະນຶກເຖິງມູນເຊື້ອ ຂອງການຕໍ່ສູ້ອັນພິລະອາດຫານຂອງກອງທັບປະຊາຊົນຫວຽດ
ນາມ.
ໃນໂອກາດນີ້, ທ່ານພົນໂທ ແສງນວນ ໄຊຍະລາດ
ລັດຖະ ມົນຕີວ່າການກະຊວງປ້ອງກັນປະເທດ, ໄດ້ຍົກໃຫ້ເຫັນເຖິງການກຳເນີດເກີດຂຶ້ນຂອງກອງທັບປະຊາຊົນຫວຽດນາມອັນເປັນຂີດໝາຍສຳຄັນທາງດ້ານການເມືອງແຫ່ງການເຕີບໃຫຍ່ຂະ
ຫຍາຍຕົວຂອງກຳລັງປະກອບອາວຸດປະຕິວັດ, ເປັນການສືບທອດມູນເຊື້ອຕໍ່ສູ້ອັນອົງອາດກ້າແກ່ນຂອງບັນພະບູລຸດຫວຽດ
ນາມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຂະບວນການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານຂອງປະຊາຊົນຫວຽດ
ນາມ, ພ້ອມກັນນັ້ນ, ກໍເປັນການປຸກລະດົມກຳລັງໃຈອັນມະຫາ ສານໃຫ້ແກ່ປະຊາຊົນຫວຽດນາມທັງຊາດສາມັກຄີກັນເຂົ້າເປັນນ້ຳໜຶ່ງໃຈດຽວທີ່ຢູ່ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດ
ນາມ, ເຊິ່ງມີປະທານໂຮ່ຈິມິນຜູ້ຍິງໃຫຍ່
ເປັນຜູ້ນຳໜ້າ, ເດັດດຽວຕໍ່ສູ້ປົດປ່ອຍແອກປົກຄອງຂອງສັກດີນາ
ແລະ ພວກລ່າເມືອງຂຶ້ນ. ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນ ມາກອງທັບປະຊາ ຊົນຫວຽດນາມ
ກໍໄດ້ປະເຊີນໜ້າກັບສັດຕູທີ່ມີກຳລັງແຮງທາງດ້ານຕ່າງໆເໜືອກວ່າຕົນຕັ້ງ ຫລາຍເທົ່າ,
ປະເຊີນກັບບັນດາອຸປະສັກ, ຫຍຸ້ງຍາກ ແລະ ສິ່ງທົດສອບທ້າທາຍນາໆປະການ, ແຕ່ດ້ວຍນ້ຳໃຈຮັກຊາດອັນແຮງກ້າ,
ສືບທອດມູນເຊື້ອຕໍ່ສູ້ບໍ່ຍອມຈຳນົນຂອງຊາດ, ໄດ້ຮັບການ ອູ້ມຊູຊ່ວຍເຫລືອຢ່າງໝົດຈິດໝົດໃຈຈາກປະຊາຊົນບົນພື້ນ
ຖານມີການນຳພາອັນປີຊາສາ ມາດສະຫລາດສ່ອງໃສຂອງພັກກອມມູນິດຫວຽດນາມຂອງປະ
ທານໂຮ່ຈິມິນ ກອງທັບປະຊາຊົນຫວຽດ ນາມ ຍິ່ງຕໍ່ສູ້ກໍຍິ່ງເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ
ແລະ ຍິ່ງມີໄຊຊະນະອັນໃຫຍ່ຫລວງຂຶ້ນເລື້ອຍໆ. ຄຽງຄູ່ກັບຜົນງານ, ໄຊຊະນະອັນໃຫຍ່ຫລວງ
ແລະ ວິລະກຳອັນລໍ້າເລີດ ທີ່ກອງທັບປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ໃນໄລຍະຕໍ່
ສູ້ຕ້ານຈັກກະພັດຜູ້ຮຸກຮານ ໂດຍປະຕິບັດຕາມຄຳສອນຂອງປະ ທານໂຮ່ຈິມິນທີ່ວ່າ:
“ຊ່ວຍເພື່ອນ ກໍເໝືອນຊ່ວຍຕົນເອງ” ສະນັ້ນໃນຂະບວນວິວັດຂອງການປະ ຕິວັດຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານພະນັກງານນັກຮົບກອງທັບປະຊາຊົນຫວຽດນາມ
ຍັງໄດ້ເຮັດສຳເລັດໜ້າທີ່ສາກົນຢ່າງຈົບງາມຕໍ່ການປະຕິວັດລາວ ແລະ ການປະຕິວັດກຳປູເຈຍ,
ບໍ່ວ່າສະໜາມຮົບໃດ, ບັ້ນຮົບນ້ອຍ-ໃຫຍ່ໃດໃນສະໜາມສົງຄາມຕໍ່ສູ້ກັບພວກລ່າເມືອງຂຶ້ນແບບເກົ່າ
ແລະ ໃໝ່ຢູ່ບົນດິນແດນລາວຂອງພວກເຮົາກໍລ້ວນແຕ່ມີການປະກອບສ່ວນຢ່າງໝົດຈິດໝົດໃຈ
ແລະ ບໍ່ຄິດໄລ່ຄ່າຕອບແທນໃດໆຂອງພະນັກງານນັກຮົບທະ ຫານອາສາສະໝັກ ແລະ ຊ່ຽວ
ຊານຫວຽດນາມ ເປັນຕົ້ນ: ແມ່ນບັ້ນຮົບປົດປ່ອຍແຂວງຫົວພັນ, ບັ້ນຮົບປົດປ່ອຍແຂວງຫລວງນ້ຳທາ,
ບັ້ນຮົບປົດປ່ອຍນ້ຳບາກ, ບັ້ນຮົບຜາຖີ, ບັ້ນຮົບກູ້ກຽດ, ບັ້ນ ຮົບລາມເຊີນ ແລະ ບັ້ນຮົບອື່ນໆ.
ຕະຫລອດໄລຍະເວລາຂອງການຕໍ່ສູ້ກູ້ຊາດນັ້ນອາດເວົ້າໄດ້ວ່າ: ທຸກຮອມຫ້ວຍ, ພູເຂົາຂອງດິນ
ແດນປະເທດລາວລ້ວນແຕ່ມີຮອຍຕີນຂອງພະນັກງານນັກຮົບທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ
ໄດ້ໄປຮອດໄປເຖິງ, ບໍ່ສະເພາະແຕ່ເທົ່ານັ້ນຍັງມີພະນັກງານ-ນັກຮົບທະ ຫານອາສາສະໝັກ
ແລະ ຊ່ຽວ ຊານຫວຽດນາມ ຈຳນວນຫລວງຫລາຍໄດ້ນອນສະຫງົບນິ້ງຢູ່ຕາມພູເຂົາລຳເນົາປ່າດົງວົງກົດຂອງລາວເຮົານັ້ນໄປຕະ
ຫລອດການເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດຂອງສອງຊາດ ລາວ-ຫວຽດນາມ. ຜ່ານຂະບວນ ການວິວັດແຫ່ງການຕໍ່ສູ້ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນແບບເກົ່າ
ແລະ ໃໝ່ ກໍຄື: ພາລະກິດປົກປັກຮັກສາ, ພັດ ທະນາປະເທດຊາດຂອງ 2 ຊາດ ລາວ-ຫວຽດນາມ
ໃນສະຕະວັດທີ່ຜ່ານມານັ້ນ, ໄດ້ພິສູດໃຫ້ຮູ້ ວ່າ: ຫວຽດນາມແມ່ນເພື່ອນມິດສະໜິດແໜ້ນຮ່ວມເປັນຮ່ວມຕາຍ,
ຮ່ວມສູ້ຮົບໃນຂຸມຄອງດຽວກັນ ແລະ ສັດຕູໂຕດຽວກັນກັບກອງທັບ ແລະ ປະຊາຊົນລາວຕະຫລອດມາ,
ຄວາມສາ ມັກຄີພິເສດລະຫວ່າງລາວ- ຫວຽດນາມໄດ້ທົດສອບ, ຫລໍ່ຫລອມໃນຂະບວນວິວັດຂອງການປະຕິວັດ,
ໄດ້ເພີ່ມພູນຄູນສ້າງມາດ້ວຍການເສຍສະຫລະເລືອດເນື້ອເຫື່ອແຮງຂອງປະ ຊາຊົນສອງຊາດລາວ-ຫວຽດ
ນາມໄດ້ຈາລຶກໄວ້ຕະຫລອດການ.

No comments:
Post a Comment