Ad

Ad

3 December 2014

ໂຮງ​ໜໍ Marguerite-Mari​e ປະ​ເທດ​ຝຣັ່ງຕົກລົງ​ໃຫ້ການ​ຊ່ວຍ​ເຫຼືອ​ຍົກ​ສູງ​ຄຸນ​ນະພາ​ບການປິ່ນ ປົວ​ເດັກ​ເກີດ​ໃໝ​ໃນໂຮງ​ໝໍ​ແມ່​ ແລະ ​ເດັກ



              ວັນ​ທີ  28 ພະ​ຈິກ​ທີ່​ຜ່ານ​ມາ​ ຢູ່​ໂຮງໝໍ​ແມ່​ ແລະ ​ເດັກ​ແດງ​ສູນ​ກາງໄດ້​ມີ​ພິທີລົງ​ນາມຕົກລົງ​ໃຫ້ການ​ຊ່ວຍ​ເຫຼືອ​ຍົກ​ສູງ​ຄຸນ​ນະ ພາ​ບການ​ປິ່ນ​ປົວເດັກ​ແດງ​​ເກີດ​​ໃໝ່​ແກ່​ໂຮງໝໍ​ດັ່ງກ່າວ, ລະ ຫວ່າງ​ທ່ານ ຮອງ​ສາສະ​ດາ​ຈານ ດຣ ບົວ​ວັນ  ​ແສນ​ສະຖິດ ອຳ​ນວຍ​ການ​ໂຮງໝໍ​ແມ່​ ແລະ ​ເດັກ ແລະ ທ່ານ JeanmarcDejode, ປະ​ທານ​ໂຄງການ​ໂຄງ​ໝໍ Mar guerite-Mari​e ປະ​ເທດ​ຝຣັ່ງ, ຫົວໜ້າ​ຫ້ອງການ​ກະຊວງ​ສາ ທາລະນະ​ສຸກ, ພ້ອມ​ດ້ວຍ​ພະ ນັກງານ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.
ອຳນວຍ​ການ​ໂຮງໝໍ​ແມ່​ ແລະ​ເດັກ​ກ່າວ​ວ່າ: ໂຄງການ​ຊ່ວຍ​ເຫຼືອ​​ນີ້​ແມ່ນ​ເລັ່ງ​ໃສ່​ຍ​​ົກສູງ​ຄຸນ​ນະພາ​ບການ​ປິ່ນປົວ​ເດັກ​ແດງ​ເກີດ​ໃໝ່​ໃຫ້​ທັນ​ສະ​ໄໝ​ດີ​ຂຶ້ນ, ພ້ອມ​ນັ້ນ​ຍັງ​ຊ່ວຍ​ປັບປຸງ​ຄວາມ​ສະອາດ​ພາຍ​ໃນ​ໂຮງໝໍ​ ແລະ ສ້າງຕັ້ງ​ເປັນ​ສູນ​​ອົບ​ຮົມ​ວິທີ​ການ​ປິ່ນປົວ​ເດັກ​​​ເກີດ​ໃໝ່​ໃຫ້​ແກ່​ພະ ນັກງານ​ແພດ​ໝໍ​ໃຫ້​ມີ​ຄວາມ​ຮູ້​ຄວາມ​ສາມາດ, ຫຼຸດຜ່ອນ​ອັດຕາ​ການ​ຕາຍ​ຂອງ​ເດັກ​ເກີດ​​ໃໝ່,​
ໂດຍ​ເລັ່ງ​ໃສ​ແພດໝໍທ້ອງ​ຖິ່ນ,​ເນື່ອງ​ຈາກ​ທີ່​ຜ່ານ​ມາ​ພະນັກງານ​ແພດ​ໝໍ​ຢູ່ທ້ອງ​ຖິ່ນຍັງ​ຂາດ​ຄວາມ​ຮູ້​ໃນ​ດ້ານ​ນີ້​ຈຶ່ງ​ເຮັດ​ໃຫ້ການ​ປິ່ນ ປົວ​ບໍ່​ມີ​ຄຸນ​ນະພາ​ບ ​ແລະ ​ເກີດ​ມີ​ຄວາມ​ສ່ຽງ, ນອກຈາ​ການ​ຊ່ວຍ​ເຫຼືອ​ດັ່ງກ່າວ​ແລ້ວ​ທາງ​ໂຄງການ​ໂຮງໝໍ Marguerite-Mari​e ປະ​ເທດ​ຝຣັ່ງມອບ​ອຸປະ​ກອນການ​ແພດ​ຈຳນວນ​ໜຶ່ງ​ໃຫ້​ແກ່​ໂຮງໝໍ​ແມ່  ​ແລະ ​ເດັກ​​ຄື: ເຄື່ອງຊ່ວຍ​ຊີບ​ເດັກ,​ ເຄື່ອງ​ຫາຍ​ໃຈ​ທຽມ​ຂອງ​ເດັກ,​ ເຕົາ​ອົບ​ເດັກ​ແດງ​ເກີດ​ໃໝ່,​ເຄື່ອງ​ຕິດຕາມ​ການ​ຫາຍ​ໃຈ​ຂອງ​ເດັກ,​ ເຄື່ອງ​​ໃຫ້​ອາຫານ​ເດັກ ແລະ ອຸປະກອນ​ອື່ນໆອີກ, ລວມ ມູນ​ຄ່າ​ປະມານ 680.000 ​ໂດ​ລາ ຫຼື ປະມານ 4600 ລ້ານ​ກີບ, ນອກ ຈາ​ການ​ຊ່ວຍ​ເຫຼືອງ​ແກ່​ໂຮງໝໍ​ແມ່​ ແລະ ​ເດັກ​ແລ້ວ​ໂຄງການ​ດັ່ງ ກ່າວ​ຍັງ​ຈະ​ສືບ​ຕໍ່​ໃຫ້​ແກ່​ຊ່ວຍ​ເຫຼືອແກ່​ບັນດາ​​ແຂວງຕ່າງໆ​ອີກ​ດ້ວຍ.

No comments:

Post a Comment