Ad

Ad

13 February 2015

ສານປະຊາຊົນແຂວງຊຽງຂວາງຕັດສີນປະຫານຊີວິດຄາດຕະກອນຂ້າເມຍ ແລະ ລູກ



ເມື່ອບໍ່ດົນມານີ້, ສານປະຊາຊົນແຂວງຊຽງຂວາງໄດ້ຕັດສີນປະຫານຊີວິດທ້າວ ວາກີລໍ ອາຍຸ 41 ປີຢູ່ບ້ານໜອງນ້ຳ ເມືອງຄູນ ແຂວງຊຽງຊວາງ ໃນຂໍ້ຫາຄາດຕະກຳເມຍ ແລະ ລູກ ເມື່ອທ້າຍເດືອນກໍລະກົດ 2014 ຢູ່ເຂດບ້ານໂພນແຍງ ເມືອງຄູນ ແຂວງຊຽງ ຂວາງ.
     ເຫດການມີຢູ່ວ່າ: ທ້າວ ວາລີກໍ ໄດ້ແຕ່ງງານກັບນາງ ເກຍຊົງ ໃນປີ 2011 ແລະ ມີລູກຊາຍ ອາຍຸ 2 ປີ ແລະ ລູກສາວໜຶ່ງປີ, ຕົກມາຮອດປີ 2013 ທັງສອງໄດ້ຍ່າຮ້າງກັນ, ແຕ່ກໍຍັງມີການພົວພັນກັນເປັນປົກກະຕິ, ມາຮອດວັນທີ 25 ກໍລະກົດ 2014 ນາງເກຍຊົງ ໄດ້ໂທລະສັບຫາທ້າວ ວາກໍລີ ມາຮັບເອົາຕົນ ແລະ ລູກສາວຢູ່ເມືອງທ່າໂທມ, ແຂວງວຽງ ຈັນ ແລະ ໄດ້ພາກັນຂີ່ລົດ ມາແຂວງຊຽງຊວາງ ແລະ ມາຮອດວັນທີ 28 ກໍລະກົດ 2014 ທັງສາມຄົນໄດ້ພາກັນໄປກີນ ເຝີຢູ່ຮ້ານເຝີແຫ່ງໜຶ່ງ ນາງ ເກຍຊົງ ຈຶ່ງພົບກັບໝູ່ຮູ້ຈັກ ແລະ ໄດ້ລົມກັນຫລາຍເລື່ອງ ຈຶ່ງເຮັດໃຫ້ທ້າວ ວາລີກໍ ເກີດຄວາມ ຫຶງຫວ່ງ ແລະ ບໍ່ພໍໃຈຕໍ່ນາງ ເກຍຊົງ ຈຶ່ງໄດ້ ຊວນເມຍ ແລະ ລູກ ອອກຈາກຮ້ານເຝີແລ້ວຂີ່ລົດຈັກໄປຮອດບ້ານໂພນແຍງ,
ເມືອງຄູນ, ທັງສອງຈຶ່ງມີປາກສຽງຜິດຖຽງກັນ, ຈາກນັ້ນ ທ້າວ ກໍວາລີ ກໍໄດ້ໃຊ້ມີດປາຍແຫລມຍາວປະມານ 40 ຊັງຕີແມັດ ຟັນງ່ອນນາງ ເກຍຊົງ ຢ່າງແຮງ ແລະ ແທງຊ້ຳບໍລິເວນ ຄໍ ແລະ ຊ້ວງຊ້າຍ, ພ້ອມກັບແທງໃສ່ບໍລິເວນຄໍລູກສາວຈົນເສຍຊີວິດ, ຈາກນັ້ນ, ກໍເອົາສົບໄປຖີ້ມໄວ້ແຄມຫ້ວຍນ້ຳງິ້ວ ແລະ ໄດ້ເອົາຕົວຫລົບໜີໄປລີ້ຊ້ອນຢູ່ເມືອງຄຳເກີດ ແຂວງບໍລິຄຳໄຊ ຈົນຕົກມາຮອດວັນທີ 15 ກັນຍາ 2014 ຈຶ່ງຖືກເຈົ້າໜ້າທີ່ຈັບຕົວ ມາດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment