Ad

Ad

13 February 2015

ກອງ​ປະຊຸມ​ໃຫຍ່​ຂອງ​ສະມາຄົມ​ນັກ​ຂ່າວ ​ແຫ່ງ ສປປ ລາວ ຈະ​ໄຂ​ຂຶ້ນໃນ​ມໍ່ໆ​ນີ້



ວັນ​ທີ 12 ກຸມພານີ້ ທີ່​ສະມາຄົມ​ນັກ​ຂ່າວ​ແຫ່ງ ສປປ ລາວ ທ່ານ ສະຫວັນ​ຄອນ ຣາຊະ​ມົນຕຣີ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫຼງຂ່າວ​ວັດ​ຖະນະ​ທຳ ​ແລະ ທ່ອງ​ທ່ຽວ , ຮອງ​ປະ ທານ​ສະມາຄົມ​ນັກ​ຂ່າວ ​ໄດ້​ຖະ​ແຫຼງຂ່າວ​ກ່ຽວກັບ​ການ​ຈັດ​ກອງ​ປະຊຸມ​ໃຫຍ່​ຂອງ​ສະມາຄົມ​ນັກ​ຂ່າວ ​ແຫ່ງ ສປປ ລາວ ຄັ້ງທີ IX ທີ່​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 17 ກຸມພາ ຢູ່​ຫ້ອງ​ປະຊຸມ​ຂອງ​ວິທະຍຸ​ກະ ຈາຍສຽງ​ແຫ່ງ​ຊາດ​ລາວ.
ທ່ານ ຮອງ​ປະທານສະມາຄົມ​ນັກ​ຂ່າວ​ແຫ່ງ ສປປ ລາວ ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ຄັ້ງນີ້​ຈັດ​ຂຶ້ນ​ໃນທ່າມກາງທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນພວມອອກແຮງແຂ່ງຂັນສ້າງຜົນງານເພື່ອ​ຄຳນັບ​ຮັບ​ຕ້ອນ​ສອງວັນ​ປະຫວັດສາດ​ທີ່​ສຳຄັນ​ຂອງ​ຊາດ​ຄື: ວັນສ້າງຕັ້ງພັກປະຊາ ຊົນປະ ຕິວັດລາວ ຄົບ ຮອບ 60 ປີ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ.
ເພື່ອສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກງານຂອງຄະນະບໍລິຫານງານສະ ມາຄົມນັກຂ່າວແຫ່ງ ສປປ ລາວ, ທີ່ຍົກ​ໃຫ້​ເຫັນ​ດ້ານ​ດີ ແລະ ດ້ານ​ຕັ້ງໜ້າ, ການ​ເຄື່ອນ​ໄຫວ​ປະຕິບັດ​ງານ​ຂອງ​ຄະນະ​ບໍລິຫານ​ງານ​ສະມາຄົມ​ນັກ​ຂ່າວ​ລາວ ສະໄໝທີ VIII  ຜ່ານ​ມາ, ​ທີ່​ໄດ້ພະຍາຍາມ​ເຮັດ​ໃຫ້​ສັງຄົມ​ໄດ້​ຮັບ​ຮູ້, ເຂົ້າ​ໃຈ ຫຼາຍຂຶ້ນ​ຕໍ່ກັບ​ບົດບາດ​ຂອງ​ສື່​ມວນ​ຊົນ ແລະ ທີ່​ຕັ້ງຂອງ​ສະມາຄົມ​ນັກ​ຂ່າວ​ເຊິ່ງເປັນ​ອົງການ​ຈັດຕັ້ງການ​ເມືອງ-ສັງຄົມ ​ແລະ ວິຊາ​ຊິ​ບໜຶ່ງຂອງ​ລະບົບ​ການ​ເມືອງ, ມີໜ້າທ່ີ​ໃນ​
ການ​ພັດທະນາ​ສື່​ມວນ​ຊົນ​ລາວ​ໃຫ້​ໄປ​ຕາມ​ທິດ​ມະຫາຊົນ​ກ້າວໜ້າ ​ແລະ ທັນ​ສະ​ໄໝ. ພ້ອມ​ນັ້ນ, ກໍ​ຊອກ​ໃຫ້​ເຫັນ​ຈຸດ​ອ່ອນ ຂໍ້ຄົງ​ຄ້າງ​ທີ່​ຈະ​ຕ້ອງ​ໄດ້​ແກ້​ໄຂ​ຄື: ທາງດ້ານ​ຄວາມ​ອາດ​ສາມາດ​ຂອງ​ກຳລັງ​ນັກຮົບ​ສື່​ມວນ​ຊົນ, ຄຸນສົມບັດທັດສະນະ ຕ່າງໆ ​ເພື່ອ​ເຮັດ​ແນວ​ໃດ​ໃຫ້​ນັກ​ຂ່າ​ວມີຄວາ​ມຈົງ​ຮັກ​ພັກດີ​ຕໍ່ອຸດົມ​ການ​ຂອງ​ພັກ, ສູ້​ຊົນ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ ​ແລະ ປະຊາຊົນ​ຢ່າງ​ແທ້​ຈິງ, ​ໃນ​ນັ້ນຕ້ອງ ​ເພີ່ມ​ທະວີ​ປັບປຸງ​ເນື້ອ​ໃນ​ຂອງ​ສື່​ໃຫ້​ມີ​ຄຸນ​ນະພາ​ບສາມາດ​ຕອບ​ສະໜອງ​ໄດ້​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສັງຄົມ​ໄດ້​ດີ​ໃຫ້​ສົມ​ກັບ​ເປັນ​ກະບອກ​ສຽງອັນ​ແຫຼມຄົມ​ຂອງ​ພັກ-ລັດ.
ກອງ​ປະຊຸມ​ໃຫຍ່​ສະມາຄົມ​ນັກ​ຂ່າວ​ຄັ້ງນີ້​, ຈະ​ໄດ້​ປຶກສາ​ຫາລື ແລະ ​ເປັນ​ເອກະ​ພາບ​ກັນ​ວາງ​ແຜນການ​ດຳ​ເນີນ​ງານ​ຂອງ​ສະມາຄົມ​ໃນ 5 ປີຕໍ່ໜ້າ (2015-2020) ແລະ ຈະ​ໄດ້​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ບໍລິຫານ​ງານ​ຊຸດ​ໃໝ່​ໂດຍ​ອິງ​ຕາມ​ລະບຽບ ການ​ຂອງ​ສະມາຄົມ, ການ​ຕົກລົງ​ເຫັນ​ດີ​ຂອງ​ກະຊວງ​ພາຍ​ໃນ​ທີ່ໄດ້​ກຳນົດ​ເອົາ​ຜູ້ຕາງໜ້າສື່​ມວນ​ຊົນ​ຈາກ​ຂະ​ແໜງການ​ຕ່າງໆບັນຈຸ​ເຂົ້າ​ໃນ​ຄະນະ​ບໍລິຫານ​ງານ​ຂອງ​ສະມາຄົມ​ນັກ​ຂ່າວ ສະ​ໄໝທີ IX ທັງໝົດນີ້​ເພື່ອ​ແນ​ໃສ່​ຮັບປະກັນ​ໃຫ້ການ​ເຄື່ອນ​ໄຫວ​ຈັດຕັ້ງວຽກງານ​ຂອງ​ສະມາຄົມ​ນັກ​ຂ່າວ​ມີ​ປະສິດທິ​ຜົນ​ສູງ​.

No comments:

Post a Comment