Ad

Ad

13 February 2015

ຄວນເຂົ້າໃຈວັນວາເລັນທາຍແນວໃດ ?



ປັດຈຸບັນໄດ້ປະກົດມີຊາວໜຸ່ມ, ໄວໜຸ່ມຈຳນວນໜຶ່ງແລ່ນນຳວັດທະນະທຳ ຕາເວັນຕົກບໍ່ວ່າຈະເປັນການນຸ່ງຖື ແລະ ວັນ ບຸນເທດສະການຕ່າງໆຄື: ວັນບຸນຄຣິສ ມາດ ແລະ ວັນວາເລນທາຍ (ວັນແຫ່ງຄວາມຮັກ) ເຫຼົ່ານີ້ເປັນຕົ້ນ, ຕໍ່ບັນຫານີ້ ທ່ານ ສີແພງ ວົງປັນຍາ ຫົວໜ້າກົມວັດທະນະທຳມະຫາຊົນໄດ້ອະທິບາຍເຖິງ ເນື້ອແທ້ຂ ອງວັນດັ່ງກ່າວ ໃນວັນທີ 12 ກຸມພານີ້ວ່າ: ຄວາມຈິງ ແລ້ວວັນແຫ່ງຄວາມຮັກ ບໍ່ແມ່ນຮີດຄອງຂອງລາວເຮົາ, ແຕ່ເປັນຮີດຄອງຂອງງຕາເວັນຕົກຕັ້ງຂຶ້ນ, ດັ່ງນັ້ນຈຶ່ງ ບໍ່ຄວນຈະ ໄປເຫີ ແຫນນຳວັນດັ່ງກ່າວ ແລະ ປະເທດລາວເຮົາກໍບໍ່ໄດ້ຮັບຮອງເອົາວັນທີ 14 ກຸມພາ ເປັນວັນແຫ່ງຄວາມຮັກ, ແຕ່ຜ່ານມາໄດ້ມີຄົນ ລາວຈຳນວນໜຶ່ງໂດຍສະເພາະໄວໜຸ່ມທີ່ຮູ້ເທົ່າບໍ່ເຖິງການຍັງເອີກກະ ເລີກນຳວັນດັ່ງກ່າວນີ້, ຊຶ່ງມັນໄດ້ ແຕະຕ້ອງເຖິງຮີດຄອງປະເພ ນີອັນດີງາດຂອງຊາດເຮົາຍົວະຍວນໄວໜຸ່ມໄປໃນທາງ ຄວາມຮັກລະຫວ່າງບ່າວ-ສາວທີ່ບໍ່
ແທດເໝາະ, ດ້ວຍການມອບດອກໄມ້ ແລະ ສິ່ງຂອງຕ່າງໆໃຫ້ກັນ, ຈັດງານສ້າງ ສັນດື່ມສິ່ງມຶນເມົາ ແລະ ຮ້າຍແຮງໄປກວ່າ ນັ້ນແມ່ນເຮັດສິ່ງທີ່ຜິດກັບຮີດຄອງປະເພນີ, ບາງຄົນໄດ້ກາຍສິ່ງຄົນເສຍ ທາດຂາດຄຸນ ຍ້ອນວັນດັ່ງກ່າວ, ແຕ່ກົງກັນຂ້າມການ ສະແດງຄວາມຮັກຖືເປັນສິ່ງທີ່ດີຖ້າປະຕິບັດໄປ ໃນທາງທີ່ດີ ແລະ ເໝາະສົມ ແລະ ການສະແດງຄວາມຮັກນັ້ນແມ່ນບໍ່ສະ ເພາະແຕ່ໜຸ່ມສາວ, ຍັງມີຄວາມຮັກພໍ່ແມ່, ຍາດຕິພີນ້ອງ, ຮັກໝູ່ ເພື່ອນ ແລະ ຮັກຕົນເອງ, ແຕ່ຄວາມຈຶ່ງແລ້ວໃນຮີດຄອງ ປະເພນີລາວເຮົາໄດ້ຖືເອົາວັນກຸດສົ່ງການເປັນວັນສະແດງ ຄວາມ ຮັກທີ່ເຄີຍປະຕິບັດມາແຕ່ບູຮານນະການ, ແຕ່ມີບາງຄົນອາດ ຈະຫຼົງລືມວ່າໃນວັນກຸດສົ່ງການພວກເຮົາຈະມີການສຳມາຄະລາວະ ເຊິ່ງກັນ ແລະ ກັນບໍ່ວ່າຈະເປັນບ່າວສາວ, ພໍ່ແມ່, ຍາດຕິພີ່ນ້ອງ ແລະ ຄູບາອາຈານ, ທັງເປັນການສະແດງຄວາມຮູ້ບຸນຄຸນ ແລະ ຂໍພອນໃນການດຳລົງຊີວິດສິ່ງນີ້ຖືເປັນ ຮີດຄອງປະເພນີອັນດີງາມຂອງຊາດທີ່ຄວນສົ່ງເສີມ ແລະ ຄຽງຄູ່ກັນນັ້ນ ເຮົາກໍບໍ່ປະຕິເສດ ໃນການສະຫລອງວັນວາເລນທາຍ ນັ້ນຄວນຄຳນຶ່ງເຖິງການສະແດງຄວາມຮັກໃນທາງທີ່ດີບໍ່ຄວນຖືວັນດັ່ງກ່າວເປັນວັນແຫ່ງຄວາມ ຮັກລະຫວ່າງບ່າວສາວ ພຽງຢ່າງດຽວ ແລະ ໃນໂອກາດນີ້ ທ່ານຫົວໜ້າກົມວັດທະນະທຳມະຫາຊົນຍັງຝາກເຖິງທຸກຄົນໃນສັງຄົມ ໃຫ້ເອົາໃຈໃສ່ສຶກສາ ອົບຮົມລູກຫຼາຍຂອງຕົນ ໃຫ້ດີ, ສິ່ງສຳຄັນແມ່ນຄວນອະທິບາຍໃຫ້ລູກຫຼານເຂົ້າໃຈເຖິງຄຸນຄ່າຂອງຄວາມຮັກ ແລະ ຮີດຄອງປະເພນີອັນດີງາມ ຂອງຊາດເຮົາເພື່ອໃຫ້ເຂົາເຈົ້າເປັນຄົນດີຂອງສັງຄົມ ແລະ ສຳລັບໄວໜຸ່ເຍົາວະຊົນຈະເຮັດຫຍັງ ກໍຕ້ອງຄຳນຶງເຖິງຮີດຄອງປະເພນີທີ່ປູ່ຍ່າຕາຍາຍເຄີຍພາປະຕິບັດມາ ແລະ ສິ່ງສຳຄັນຕ້ອງຮູ້ຈັກຮັກຕົນເອງ, ຮັກວັດທະນະທຳ, ຮັກພໍ່ແມ່, ປູ່ຍ່າເພາະເພິ່ນເປັນຜູ້ລ້ຽງດູຕົນເອງເຕີບໃຫຍ່ມາ, ໄດ້ສຶກສາຮ່ຳຮຽນ, ດັ່ງນັ້ນຈຶ່ງຄວນໃຊ້ຄວາມຮັກໄປໃນທາງທີ່ຖືກ ຕ້ອງ, ຢ່ານຳໃຊ້ວັນແຫ່ງຄວາມຮັກເປັນວັນທີ່ເຫັນແກ່ຕົນເອງເທົ່ານັ້ນ.

No comments:

Post a Comment