ໃນວັນທີ 26 ມີນາ ນີ້, ທ່ານ ເດວິດ ເດົາ (david dau) ປະທານບໍລິສັດ ພີທີ
ໄດ້ມອບເງິນ 5 ຮ້ອຍລ້ານກີບ ໃຫ ້ ທ່ານ ດຣ ສີນາວາ ສຸພານຸວົງ ລັດຖະມົນ ຕີຊ່ວຍກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອປະກອບສ່ວນເຂົ້າໃນການຖ້ຳປະທານ ສຸພານຸວົງ
ທີ່ເມືອງ ວຽງໄຊ
ແຂວງ ຫົວພັນ ທີ່ເປັນບ່ອນພັກພາອາໃສເຄື່ອນໄຫວປະຕິວັດຕ້ານຈັກກະພັດຜູ້ຮຸກຮານໃນເມື່ອກ່ອນ ແລະ
ເພື່ອອະນຸລັກຮັກສາ ບຸລະນະຖ້ຳທີ່ໝັ້ນດັ່ງກ່າວໃຫ້ເປັນແຫຼ່ງທ່ອງທ່ຽວ ແລະ ໃຫ້ລູກຫຼານຜູ້ສຶບທອດ ໄດ້ເຫັນ ແລະ ຈົດຈຳຄຸນງາມ ຄວາມດີນີ້ຕະຫຼອດໄປ ເຊິ່ງພິທີມອບ-ຮັບ ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ .ໃນໂອກາດ ການສະເຫຼີມສະຫຼອງວັນສ້າງຕັ້ງພັກປະ ຊາຊົນປະຕິວັດລາວຄົບຮອບ 60 ປີ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ
ໃຫ້ມີຄວາມໝາຍຫຍິ່ງຂຶ້ນ.
No comments:
Post a Comment