ເພື່ອເປັນການສະຫລຸບຜົນການເຄື່ອນໄຫວທຸລະກິດປະກັນໄພຜ່ານລະ ບົບຕົວແທນ, ພ້ອມທັງເປັນການມອບລາງວັນໃຫ້ແກ່ບັນດາຕົວແທນທີ່ມີ ຍອດ ການຂາຍດີເດັ່ນ ປະຈໍາປີ
2014, ໃນວັນທີ 27-28 ມີນານີ້
ບໍລິສັດ ລ້ານຊ້າງ ປະກັນໄພ ມະຫາຊົນໄດ້ມີ ”ກອງປະຊຸມຕົວແທນທົ່ວປະເທດ 2015” ຂື້ນ ຢ່າງເປັນທາງການໂດຍການເປັນປະທານຂອງ ລ້າຍ ແມັງກວານ ອຳນວຍການບໍລິສັດ ລ້ານຊ້າງປະກັນໄພມະຫາຊົນ.
ມີຜູ້ຕາງຫນ້າຈາກບັນດາບໍລິສັດ, ຄູ່ຮ່ວມມື ຄື: ທະນາຄານພັດທະນາລາວ
(LDB), ບໍລິສັດ ທະນາຊັບລິດຊີ້ງ ແອນ ຟາຍແນ້ນ ຈໍາກັດ, ບໍລິສັດ
ເຊົ່າສິນເຊື່ອ ກຣຸງສີ ແລະ ຕົວແທນດີເດັ່ນ 60 ກວ່າຄົນເຂົ້າຮ່ວມ.
ທ່ານຜູ້ອໍານວຍການ ບໍລິສັດ ລ້ານຊ້າງປະກັນໄພ
ມະຫາຊົນ (LAP ) ກ່າວວ່າ
ໄລຍະຜ່ານມາ ພວກເຮົາຮັບຮູ້ເຖິງຄ ວາມພະຍາຍາມຂອງບັນດາຕົວແທນ ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານການເພີ້ມລາຍຮັບທີ່ບັນລຸເປົ້າໝາຍ
ເຖິງ 140%
ໃນປີ 2014, ພາຍຫຼັງ 3 ປີທີ່ພວກເຮົາໄດ້ປະຕິບັດແນວຄິດສ້າງສັນໃໝ່
ໃນການຄຸ້ມຄອງ ແລະ ດໍາເນີນທຸລະກິດ, ພິເສດ ແມ່ນນະໂຍບາຍທີ່ມີໃຫ້ແກ່ຕົວແທນ, ຂອງບໍລິສັດ ຊຶ່ງສ້າງລາຍຮັບຫຼາຍກວ່າ 20 ຕື້ກີບໃນປີ 2014,
ເພີ້ມຂຶ້ນເຖີງ 10 ເທົ່າຖ້າທຽບໃສ່ປີ 2011.
ໃນກອງປະຊຸມ
ໄດ້ມີການຮັບຟັງ ແລະ ຕອບຂໍ້ຂ້ອງໃຈຂອງບັນດາຕົວແທນກ່ຽວກັບວິຊາສະເພາະວຽກປະກັນໄພ,
ວຽກງານຄຸ້ມຄອງການຂາຍ ແລະ ນະໂຍບາຍຂອງບໍລິສັດມີຕໍ່ແກ່ຕົວແທນ.
ພ້ອມດຽວກັນນັ້ນ ບໍລິສັດ ຍັງສືບຕໍ່ໃຫ້ຄໍາ ໝັ້ນສັນຍາຈະບໍ່ຢຸດການປະຕິບັດນະໂຍບາຍໃຫ້ຊ່ວຍເຫຼືອ ແລະ
ດູແລບັນດາຕົວແທນ, ກໍຄືການເພີ້ມຄຸນນະພາບການ ບໍລິການຫຼັງການຂາຍໃຫ້ດີຂຶ້ນ ແລະ ຕອນທ້າຍກອງປະຊຸມກໍໄດ້ມີການຍ້ອງຍໍ ແລະ ມອບລາງວັນໃຫ້ແກ່ຕົວແທນທີ່ບັນລຸຍອດການຂາຍດີເດັ່ນປະຈໍາປີ 2014. ເພື່ອເຮັດໃຫ້ບັນດາຕົວແທນມີກໍາລັງໃຈໃນການພັດທະນາ
ແລະ ສ້າງລາຍຮັບທີ່ບັນລຸເປົ້າໝາຍໃນປີ 2015.
No comments:
Post a Comment