Ad

Ad

2 September 2015

ລາວຕົກລົງໃຫ້ສໍາຫລວດໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກປາກງື່ມທີ່ວຽງຈັນ

             ພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກປາກງື່ມລະຫວ່າງລັດຖະ ບານລາວຕາງໜ້າໂດຍທ່ານນາງ ຄຳຈັນ ວົງແສນບຸນ ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນແລະ ທ່ານ ແສງລາຕີ ສະຫວັນຄຳ ອຳນວຍການບໍລິສັດ ວຽງຈັນ ອໍໂຕເມຊັນແອນໂຊລູຊັນ ເອັນຈີເນຍຣິງ ຈຳກັດ (VASE) ໄດ້ມີຂຶ້ນວັນທີ 1 ກັນຍານີ້, ທີ່ນະຄອນຫຼວງວຽງຈັນ.

ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກດັ່ງກ່າວຕັ້ງຢູ່ບໍລິເວນຈຸດທ້າຍສຸດຂອງສາຍນໍ້າງື່ມເຂດບ້ານພ້າວ ເມືອປາກງື່ມນະຄອນຫຼວງວຽງຈັນ ມີກໍາລັງຕິດຕັ້ງ 15 ເມກາວັດ(MW) ແລະ ຖ້າຫາກການສຳຫຼວດມີຄວາມເປັນໄປໄດ້ທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ, ບໍລິສັດຜູ້ສໍາຫລວດກໍຈະດໍາເນີນການພັດທະນາໂຄງການທັນທີ, ໂດຍປະຕິ ບັດຕາມຂັ້ນຕອນ ແລະ ລະບຽບກົດໝາຍຢ່າງເຂັ້ມງວດ, ໂດຍສະເພາະແມ່ນຫລີກເວັ້ນການກໍ່ໃຫ້ເກີດຜົນກະທົບຕໍ່ສິ່ງ ແວດລ້ອມ ແລະ ສັງຄົມໜ້ອຍທີ່ສຸດ ແລະ ເຮັດໃຫ້ໂຄງການດັ່ງກ່າວເປັນຕົວແບບໃນການນໍາໃຊ້ປະລິມານການໄຫລຂອງນໍ້າໃຫ້ມີປະສິດທິພາບ ແລະ ເກີດປະໂຫຍດສູງສຸດ.

No comments:

Post a Comment