Ad

Ad

3 December 2015

ການສະ​ແດງ ອໍ​ເກັດ​ຕຣາ ຊີມ​ໂຟນີ ຄັ້ງ​ທຳ​ອິດ​ຂອງ​ລາວ ​ເນື່ອງ​ໃນ​ໂອກາດ​ວັນຊາດ​ທີ 2 ທັນວາ

    ເນື່ອງໃນໂອກາດສະເຫລີມສະຫລອງວັນສະຖາປະນາ ສາທາລະນະ ລັດ ປະຊາທິປະໄຕ ປະຊາ ຊົນລາວ ຄົບຮອບ 40 ປີ, ຄະນະວົງດົນຕີອໍເກັດາ ຊິໂຟນີ ຂອງກະຊວງຖະແຫລງຂ່າວ, ວັດ ທະນະທຳແລະ ທ່ອງທ່ຽວ ທີ່ໄດ້ທ້ອນໂຮມເອົານັກດົນຕີຈາກ: ກອງສິລະປະກອນແຫ່ງຊາດ, ສິ ລະປະກອນກອງທັບປະຊາຊົນລາວ, ສິລະປະກອນກະຊວງປ້ອງກັນຄວາມສະຫງົບ, ​ໂຮງຮຽນກາຍະສິນແຫ່ງຊາດ, ກອງກາຍະສິນແຫ່ງຊາດ, ກອງລະຄອນເວົ້າແຫ່ງຊາດ, ກອງລະຄອນຕຸກກະຕາແຫ່ງຊາດ, ກອງລະຄອນລຳແຫ່ງຊາດ, ວິທະຍາໄລລັດຕະນະບໍລິຫານທຸລະກິດ ພ້ອມດ້ວຍສິລະປິນຈາກຄ້າຍເພງຕ່າງໆຫລາຍກວ່າ 300 ຄົນ, ​ເຊິ່ງລ້ວນແລ້ວແຕ່ເປັນລູກຫລານ​​ລາວເຮົາທີ່ມາຮ່ວມ​​ເປັນວົງດົນຕີຂະໜາດໃຫຍ່ເພື່ອມາສ້າງຄວາມ​​
ເບີກບານມ່ວນຊື່ນ ໃນຄ່ຳຄືນວັນທີ 30 ພະຈິກຜ່ານມາ, ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ, ​ໂດຍການເຂົ້ໃຫ້ກຽດເຂົ້າຮ່ວມ​​ຂອງທ່ານປະທານປະເທດ ຈູມມາລີໄຊຍະສອນ ພ້ອມດ້ວຍພັນລະຍາແລະ ບັນດາການນຳຂັ້ນສູງ, ຜູ້ຊົງຄຸນວຸດທິແລະ ມວນຊົນຊາວນະຄອນຫລວງວຽງຈັນເຂົ້າຮ່ວມຊົມເປັນຈຳນວນຫລາຍເພື່ອສ້າງບັນຍາກາດເບີກບານມ່ວນຊື່ນໃຫ້ແກ່ການສະເຫລີມສະຫລອງວັນປະຫວັດ ສາດສຳຄັນດັ່ງກ່າວ, ຊຶ່ງປະກອບມີ​: ການຮ້ອງ​​ເພງດ່ຽວ, ຮ້ອງໝູ່ຍິງ-ຊາຍ, ການຟ້ອນ, ການສະແດງກາຍະສິນ, ​ເປົ່າແຄນ-​ເປົ່າໂຫວດພ້ອມນັກດົນຕີ ອໍເກັດຕາ ຍັງໄດ້ບັນເລງບົດເພງຕ່າງໆທີ່ມີລັກ ສະນະແບບລາວເດີມປະສົມປະສານບົດເພງ​​ທັນສະໄໝດັ່ງຈັງຫວະລຳເຕີຍ​, ບົດເພງ ໄຊຊະນະ ນ້ຳບາກແລະ ບົດເພງ ຊິໂຟນີເບີ 40 ຂອງນັກແຕ່ງດົນຕີລະດັບໂລກດັ່ງ ທ່ານໂມຢາສແລະ ບົດເພງອື່ນໆ​, ຊຶ່ງໄດ້ນຳມາແຫ່ງຄວາມເບີກບານມ່ວນຊື່ນແລະ ຟົດຟື້ນເປັນພິເສດ ພ້ອມຍັງສ່ອງແສງໃຫ້ເຫັນລະດັບການເຕີບ​​ໃຫຍ່ຂະຫຍາຍຕົວຂອງວົງການສິລະປະວັນນະຄະດີລາວ ຕະຫລອດໄລຍະ 40 ປີຜ່ານມາ.

No comments:

Post a Comment