Ad

Ad

3 February 2016

ບໍລິສັດ ຫົວ​ເຫ​ວີຍ ປະຈຳ​ລາວ ບໍລິຈາກ​​ເງິນ​ເພື່ອ​ຊ່ວຍ​ເຫລືອ​ຜູ້​ປະສົບ​ໄພ​ໜາວ​ຢູ່​ພາກ​ເໜືອ​ລາວ

     ວັນທີ 29 ມັງກອນນີ້, ທ່ານ ຈ່າງຕົ່ງຢ້າ ຜູ້ອຳນວຍການໃຫຍ່ຂອງບໍລິສັດ ຫົວເຫວີຍປະຈຳລາວໄດ້ຕາງໜ້າບໍລິສັດ ນຳເອົາເງິນຈຳນວນ 10.000 ​ໂດລາສະຫະລັດ ຫລື ປະມານ 81 ລ້ານກີບ ມອບໃຫ້ແກ່ລັດຖະບານລາວເພື່ອນຳໄປຊ່ວຍເຫລືອຜູ້ປະສົບ​​ໄພໜາວຢູ່ແຂວງພາກເໜືອ ຊຶ່ງພິທີມອບ​-ຮັບໄດ້ມີຂຶ້ນທີ່ນະຄອນຫລວງວຽງຈັນ, ຕາງໜ້າໂດຍທ່ານ ສອນໄຊສີພັນດອນ ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ.
     ທ່ານ ຈ່າງຕົ່ງຢ້າ ກ່າວວ່າ: ​ໃນຖານະເປັນບໍລິສັດຕ່າງປະເທດ ທີ່ພັດທະນາຢູ່ລາວເປັນໄລຍະດົນນານແລ້ວແລະ ບໍລິສັດຫົວເຫວີຍ ກໍມີຄວາມຕັ້ງໜ້າເອົາໃຈໃສ່ຊ່ວຍເຫລືອສັງຄົມລາວ ຕະຫລອດມາແລະ ຄັ້ງ
ນີ້ ກໍເປັນອີກ​​ເທື່ອໜຶ່ງເພື່ອຊ່ວຍປະຊາຊົນທາງພາກເໜືອຜູ້ທີ່ປະສົບໄພໜາວຢ່າງຮຸນແຮງນັ້ນໃຫ້ເຂົາເຈົ້າມີເງື່ອນໄຂດຳລົງຊີວິດທີ່ດີຂຶ້ນ. ສະນັ້ນ ພະນັກງານ ບໍລິສັດຫົວເຫວີຍໄດ້ຮ່ວມກັນບໍລິຈາກເງິນແລະເຄື່ອງກັນໜາວຈຳນວນໜຶ່ງເພື່ອຊ່ວຍເຫລືອຊຶ່ງກັນແລະ ກັນ.

     ​ໃນໂອກາດນີ້ ທ່ານສອນໄຊ ສີພັນດອນ ຕາງໜ້າລັດຖະບານລາວໄດ້ກ່າວສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫລືອຂອງບໍລິສັດຫົວເຫວີຍຄັ້ງນີ້ແລະເນັ້ນວ່າເງິນແລະເຄື່ອງຊ່ວຍເຫລືອດັ່ງກ່າວ ພາກສ່ວນກ່ຽວຂ້ອງຂອງລັດຖະບານລາວ ຈະນຳ​​ໄປ​​ແຈກຢາຍໃຫ້ປະຊາຊົນຜູ້ປະສົບໄພດັ່ງກ່າວໄດ້ນຳໃຊ້ຢ່າງທົ່ວເຖິງແລ ມີຜົນປະໂຫຍດສູງ.

No comments:

Post a Comment