ໂດຍ : ວິເສດ ສະແຫວງສຶກສາ
ພໍຍ່າງເຂົ້າບາດກ້າວຫົວທີຂອງຍ່ານຊີວິດບຳນານ, ຈານແຫຍ່ກໍເຫັນໄດ້ວ່າຕົນເອງມີເວລາເປັນຂອງຕົນເອງຫລາຍຂຶ້ນ, ແຕ່ບໍ່ເຖິງຂັ້ນເຫລືອເຟືອຈົນຕ້ອງໄດ້ຂ້າຖິ້ມ ເຊັ່ນຄຳວ່າ “ຂ້າເວລາ”, ກໍເລີຍມີໂອກາດທົບທວນຫວນຄືນພິທີມອບນາມມະຍົດສິລະປິນແຫ່ງຊາດ
ແລະ ສິລະປິນດີເດັ່ນໃຫ້ເຫລົ່າຄົນສິນໃນອາທິດທີ 3 ເດືອນພຶດສະພາປີ 2011.
ຜູ້ໃຫ້ກຽດມອບແມ່ນ ທ່ານນາຍົກ ທອງສິງ ທຳມະວົງ
(ນາຍົກເວລານັ້ນ) ສ່ວນໃບຢັ້ງຢືນກຽດຕິຄຸນ (ຫລື ໃບຢັ້ງຢືນນາມມະຍົດ) ນັ້ນໄດ້ລົງລາຍເຊັນແຕ່ປີ
2010,
ໃບຢັ້ງຢືນ ນາມມະຍົດສິລະປິນແຫ່ງຊາດ ເຊັນໂດຍທ່ານປະທານປະເທດ, ສ່ວນໃບຢັ້ງຢືນນາມມະຍົດ “ສິລະປິນດີເດັ່ນ”
ນັ້ນເຊັນໂດຍທ່ານ ນາຍົກ ບົວສອນ ບຸບຜາວັນ (ນາ
ຍົກໃນເວລານັ້ນ).
ຈານແຫຍ່ໄດ້ຮັບນາມມະຍົດສິລະປິນດີເດັ່ນສາຂາວັນນະກຳ ຄວາມຮູ້ສຶກທຳອິດທີ່ຕຳຕຶກໃສ່ຫົວໃຈກໍຄືຄວາມພູມໃຈທີ່ຕົນເອງມີໂຊກສອງຊັ້ນ
ເພາະມີນາຍົກເຖິງສອງທ່ານໃຫ້ການຢັ້ງຢືນ. ເວົ້າຈັ່ງຊີ້ຢ່າຫາວ່າ ເຂົ້າກະຕ່າຍໍຕົນເອງ, ຄວາມຮູ້ສຶກແບບນີ້ໃຜຫ້າມກັນໄດ້ ? ການມອບໃບຢັ້ງຢືນ ແລະ ຫລຽນນາມມະຍົດມື້ນັ້ນກິນເວລາດົນ, ກວ່າຈະຄົບເຫລົ່າສິລະປິນຈາກທຸກໆສາຂາ ລວມທັງຜູ້ທີ່ລາລັບດັບຂັນໄປແລ້ວ.
ຈານແຫຍ່ງຶດຈົນຫົວຊິແຕກທີ່ເຫັນທ່ານນາຍົກ ທອງສິງ ທຳມະວົງ ຢືນປະກອບພິທີໃນທ່າຫັນມັງ
ແລະ ສະຫງ່າຜ່າເຜີຍ. ພໍຮອດຮອບຮັບຫລຽນ ແລະ ໃບມອບ ນາມມະຍົດຈາກທ່ານ, ຈານແຫຍ່ກໍເລີຍລັກຖາມຄ່ອຍໆວ່າ: “ອ້າຍຄືຊິເມື່ອຍເຕັມທີນໍ !” ທ່ານ ນາຍົກ ທອງສິງ ຕອບສຽງປົກ ກະຕິວ່າ: “ກໍທຳມະດາ”.
ບັດນີ້,
ມື້ສຸກວັນຊື່ນນັ້ນໄດ້ ຜ່ານມາ 5 ປີແລ້ວ ຫລາຍໆຄົນຖາມຈານແຫຍ່ວ່າ: ປານໃດຊິມີ ພິທີມອບນາມມະຍົດອີກ
ເພາະຄືໄດ້ຍິນຜ່ານຫູວ່າ: ຈະມີການຈັດໃນແຕ່ລະສອງປີ. ຈານແຫຍ່ກໍເລີຍຖາມໄປທາງທ່ານ ສົມສຸກ
ສຸກສະຫວັດ ນັກປະພັນລະດັບຫົວຫອກຂອງເມືອງລາວ ທັງເປັນກຳມະ ການຄະນະບໍລິຫານງານສະມາຄົມນັກປະພັນລາວຊຸດປັດຈຸບັນ
ແລະ ຊາບວ່າ: ທາງ ສະມາຄົມພວມດຳເນີນແຜນກະ ກຽມຢູ່. ພິທີຄັດເລືອກ ແລະ ພິທີ
ມອບຄັ້ງໜ້າຕ້ອງຮັບປະກັນຄຸນ ນະພາບ ແລະ ເຮັດໃຫ້ດີກວ່າເກົ່າ. ຍິນແລ້ວອຸ່ນໃຈ. ທີ່ທ່ານ
ອ່ານມາຮອດນີ້ນັ້ນເປັນພຽງອະລຳພະບົດ ເພື່ອໃຫ້ທ່ານຜູ້ອ່ານເຫັນບັນຍາກາດການມອບນາມມະຍົດສິລະປິນຄັ້ງທຳອິດຂອງປະເທດພວກເຮົາ
ແລະ ໃຫ້ເຫັນ ນ້ຳໜັກຄວາມສຳຄັນທີ່ພັກ-ລັດ ມີຕໍ່ຜົນງານສິນ ແລະ ເຫລົ່າສິລະປິນລາວພວກເຮົາ.
ອັນທີ່ຕັ້ງໃຈ ຢາກເວົ້າແທ້ໆໃນບົດນີ້ກໍຄືຄວາມໝາຍຂອງຫລຽນນາມມະຍົດສິ ລະປິນແຫ່ງຊາດ ແລະ
ສິລະປິນ ດີເດັ່ນໂດຍເຈາະຈົງໃສ່ຄວາມໝາຍຂອງ 12 ຫລ່ຽມທີ່ທັງ 2
ປະເພດຫລຽນມີຄືກັນ. ເອກະສານຕີຄວາມໝາຍບອກວ່າ: 12 ຫລ່ຽມຂອງຫລຽນນາມມະຍົດ ນັ້ນແປວ່າ 12 ເດືອນ ຄືສິລະປິນ ຜູ້ໄດ້ຮັບນາມມະຍົດຕ້ອງສືບຕໍ່ສ້າງຜົນງານໃນຕະຫລອດ
12
ເດືອນ ນີ້ຄືຄວາມໝາຍໂດຍກົງແຕ່ຄວາມໝາຍທາງອ້ອມຄືຕ້ອງສ້າງຜົນງານສິນຢ່າງສະໝໍ່າສະເໝີບໍ່ໃຫ້ບົກເປັນຫາດຂາດເປັນຫວັງ.
ຈຸດນີ້ລະທີ່ຈານແຫຍ່ຢາກຕັ້ງເປັນຄຳຖາມວ່າ: ເຫລົ່າສິລະ ປິນທີ່ໄດ້ຮັບນາມມະຍົດໃນມື້ນັ້ນ
(ທີ່ຍັງມີຊີວິດຢູ່) ໄດ້ປະຕິບັດຕາມຄວາມໝາຍນີ້ ຫລື ບໍ່ ? ຫລື ຄິດວ່າການໄດ້ຫລຽນນາມມະຍົດແມ່ນຈຸດສູງສຸດແລ້ວ. ທີ່ຕັ້ງຄຳຖາມນີ້ຂຶ້ນມາກໍເພາະມີຫາງສຽງສັງຄົມທວງຖາມຫາຜົນງານຂອງສິລະປິນບາງທ່ານທີ່ມີ
ທ່າຈະສຸດສ້ວຍຮ້ວຍຮອມລົງ. ຈານແຫຍ່ວ່າຖ້າເປັນຄືແນວນີ້ ຂໍໃຫ້ຮີບຈັບເອົາຫລຽນນາມມະຍົດມາລູບຫລ່ຽມມັນໄປໆມາໆ
ແລ້ວພະລັງອະພິນິຫານຂອງມັນ ກໍຈະເຮັດໃຫ້ເຈົ້າຂອງມັນປວດຢາກສ້າງຜົນງານໂດຍອັດຕະໂນມັດໂລດລະ
!.
No comments:
Post a Comment