Ad

Ad

22 July 2016

ພືດຜັກເລີ່ມມີລາຄາຫຼຸດລົງ

          ໃນໄລຍະນີ້ເຖິງວ່ານະຄອນຫຼວງວຽງຈັນພວກເຮົາໄດ້ເປັນເຈົ້າພາບຈັດກອງປະຊຸມສຳຄັນ ຫຼາຍອັນຂອງອາຊຽນ ແລະ ລະດັບສາກົນອື່ນໆ,ແຕ່ສິ່ງນັ້ນກໍບໍ່ສົ່ງຜົນກະທົບໃດໆເຖິງລາ ຄາບໍລິໂພກອາຫານຕາມທ້ອງຕະຫຼາດຕ່າງໆຄື: ຈາກການລົງຕິດຕາມສະພາບລາຄາສິນຄ້າຢູ່ຕະຫຼາດຫຼາຍແຫ່ງໃນນະຄອນຫຼວງວຽງຈັນເຊັ່ນ: ຕະຫຼາດສະພານທອງ,ໂພນສະຫວ່າງ ,ຂົວດິນ ແລະ ແຫ່ງອື່ນໆຂອງນັກຂອງພວກ ເຮົາໃນວັນທີ 20 ກໍລະກົດນີ້, ເຫັນວ່າ:ລາຄາສິນຄ້າປະເພດພືດຜັກຕ່າງໆໄດ້ເລີ່ມຫຼຸດລົງຄື:  ໜອມບົ່ວ-ຫອມປ້ອມຈາກລາຄາຂາຍຍ່ອຍໃນເມື່ອກ່ອນ 2 ມັດຕໍ່ 5 ພັນກີບ (25-35 ພັນກີບ/ກິໂລ), ປັດຈຸບັນ 3 ມັດຕໍ່ 5 ພັນກີບ (18-30 ພັນ/ກິໂລ), ໝາກເຜັດ , ໝາກນາວ, ໝາກເລັ່ນ,ຫອມລາບ, ໝາກຖົ່ວ, ຜັກ
ບົ້ງ, ຂີງ, ຂ່າກໍມີລາຄາຫຼຸດລົງເຊັ່ນດຽວກັນ ,ໂດຍຊາວຄ້າ-ຂາຍຫຼາຍຄົນໃຫ້ເຫດຜົນວ່າ: ການຂື້ນລົງຂອງລາຄາພືດຜັກນັ້ນແມ່ນເປັນໄປຕາມກົນໄກຕະຫຼາດ ແລະ ລະດູການຜະລິດຂອງມັນ, ດັ່ງໄລຍະລະດູຝົນຊາວສວນມີເງື່ອນໄຂປູກພືດຜັກຕ່າງໆຫຼາຍຂື້ນ ແລະ ສາມາດ ຕອບສະໜອງຄວາມຕ້ອງການຂອງຕະຫຼາດກໍຄືຜູ້ບໍລິໂພກໄດ້ຢ່າງພຽງພໍຈຶ່ງເຮັດໃຫ້ລາຄາ ຂອງມັນມີທ່າອຽງຫຼຸດລົງ, ແຕ່ກົງກັນຂ້າມລາຄາສິນຄ້າປະເພດຊີ້ນ-ປາພັດຢູ່ໃນເກນປົກກະຕິ ຄື: ຊີ້ນງົວ 7075 ພັນກີບ/ກິໂລ, ຊີ້ນໝູ 3040 ພັນກີບ/ກິໂລ, ເປັດ,ໄກ່ 3545 ພັນກີບ/ກິໂລ, ຂະນະດຽວກັນລາຄາປະເພດປາ ແລະ ສັດນ້ຳ, ລວມທັງຜັກຕາມທຳມະຊາດຊັ່ນ:  ປານິນກະຊັງ - ປາດຸກພັນມີລາ ຄາ 15-18 ພັນກີບ/ກິໂລ, ປາດຸກນາ , ອ່ຽງ , ກົບທຳມະຊາດ 5070 ພັນກີບ/ກິໂລ, ທຽບໃສ່ຍາມແລ້ງແລ້ວແມ່ນມີລາຄາຫຼຸດລົງຫຼາຍສົມຄວນ, ຍ້ອນປັດຈຸບັນເປັນລະດູທີ່ຫາປາໄດ້ງ່າຍ, ແຕ່ເຖິງຢ່າງໃດຊາວຄ້າ-ຂາຍ ແລະ ຜູ້ຫາປາເອງກໍຕ້ອງຄຳນຶງເຖິງຂໍ້ຫ້າມຕ່າງໆໃນກົດໝາຍການປະມົງ,ເພື່ອແນ່ໃສ່ປົກປັກຮັກສາ ແລະ ອະນຸລັກສັດນ້ຳ-ສັດປ່າໃຫ້ມີຄວາມຍືນຍົງ.

No comments:

Post a Comment