#
ວິເສດ ສະແຫວງສຶກສາ
ຄົນລາວຈຳນວນໜຶ່ງທີ່ກະແຈກກະຈ່າຍຢູ່ຫລາຍປະເທດມີຄວາມສົນໃຈວ່າ:
ໃນອະນາຄົດລາວເຮົາຈະມີນະໂຍບາຍໃຫ້ພົນລະເມືອງລາວມີສອງສັນຊາດ ຫລື ບໍ່
ໂດຍສະເພາະແມ່ນຄົນລາວຢູ່ຕ່າງປະເທດທີ່ຢາກໂງໂງ້ງມາປະກອບສ່ວນສ້າງສາພັດທະນາປະເທດ, ແຕ່ພ້ອມດຽວກັນ ກໍບໍ່ຢາກປະສັນຊາດທີ່ໄດ້ຢູ່ຕ່າງປະເທດ. ຕໍ່ຄວາມສົນໃຈດັ່ງກ່າວ,
ຜູ້ຂຽນມີເລື່ອງກ່ຽວກັບບັນຫາຖົກຖຽງກັນຢູ່ປະເທດອິນໂດເນເຊຍວ່າ: ຄວນ ຫລື
ບໍ່ ຄວນໃຫ້ສອງສັນຊາດສຳລັບຊາວອິນໂດເນເຊຍທີ່ອາໄສຢູ່ຕ່າງປະເທດ.
ອີງຕາມຂ່າວຈາກໜັງສືພິມຈາກາຕາພົດ (Jakarta
Post) ຂອງອິນໂດເນເຊຍ ໃນຕົ້ນເດືອນກັນຍາປີນີ້
ທີ່ເວົ້າກ່ຽວກັບຄວາມອາດສາມາດໃນການໃຫ້ສອງສັນຊາດແກ່ພົນລະເມືອງ
ອິນໂດເນເຊຍ
ເພາະວ່າໃນປັດຈຸບັນ ຄົນອິນໂດເນເຊຍທີ່ຖືສັນຊາດອື່ນ ແລະ ອາໄສຢູ່ຕ່າງປະເທດນັ້ນ
ໄດ້ມີບົດບາດຫລາຍຂຶ້ນໃນການຮ່ວມສ້າງສາພັດທະນາປະເທດຊາດ. ຖ້າເຫັນດີອະນຸມັດສອງສັນຊາດ
ກໍຈຳເປັນຕ້ອງໄດ້ປັບປຸງກົດໝາຍວ່າດ້ວຍສັນຊາດປີ 2006 ຂອງອິນໂດເນເຊຍທີ່ກຳນົດໃຫ້ພົນລະ
ເມືອງມີພຽງສັນຊາດດຽວ. ຫວ່າງບໍ່ດົນມານີ້, ທ່ານ ອາຄັນດຼາ ຕາຮາ
(Arcandra Tahar) ລັດຖະມົນຕີກະຊວງພະລັງງານ ແລະ
ບໍ່ແຮ່ອິນໂດເນເຊຍ ຖືກປົດອອກຈາກຕຳແໜ່ງ ເມື່ອພົບວ່າທ່ານຖືສອງສັນຊາດ.
ເຫດການນີ້ໄດ້ກໍ່ໃຫ້ເກີດມີຫາງສຽງວ່າ ຄວນພິຈາລະນາໃຫ້ມີລະບົບສອງສັນຊາດ
ເພື່ອດຶງດູດເອົາຄົນອິນໂດເນເຊຍຢູ່ຕ່າງປະເທດທີ່ມີຄວາມຮູ້ຄວາມສາມາດກັບຄືນມາປະກອບສ່ວນພັດທະນາປະເທດຊາດ.
ປະທານາທິບໍດີອິນໂດເນເຊຍ ທ່ານ ໂຈໂກ ວິໂດໂດ ເອງກໍເຫັນດີໃຫ້ປັບປຸງກົດໝາຍສັນຊາດປີ
2006. ທ່ານໄດ້ເຊື້ອເຊີນຄົນອິນໂດເນເຊຍຈຳນວນ 74 ຄົນ ທີ່ມີຄວາມຮູ້ລະດັບສາສະດາຈານ
ເຊິ່ງອາໄສຢູ່ສະຫະລັດອາເມລິກາມາຊ່ວຍວຽກພັດທະນາປະເທດ. ແຜນປັບປຸງກົດໝາຍສັນຊາດປີ 2006
ໄດ້ຖືກບັນຈຸເຂົ້າໃນລາຍບັນຊີກົດໝາຍທີ່ຈະສະເໜີຜ່ານສະພາ ໃນໄລຍະລະ ຫວ່າງປີ 2014-2019.
ແນວໃດກໍດີ, ເຖິງຈະເປັນຄວາມຕັ້ງໃຈຂອງທ່ານປະທານາທິບໍດີ,
ແຕ່ທັງເບື້ອງສະພານັ້ນແມ່ນບໍ່ສະໜັບສະໜູນຈັກດີ້. ທ່ານ ອັງເດຼອັດ
ປາເຣຣາ (Andreas Pareira) ສະມາຊິກສະພາ
ທັງເປັນປະທານພັກປະຊາທິປະໄຕແຫ່ງການຕໍ່ສູ້ໃນສະພາ ມີຄວາມເຫັນຄັດຄ້ານວ່າ:
ເຖິງແມ່ນພວກເຮົາຍຶດໝັ້ນໃນລະບົບສັນຊາດດຽວ, ແຕ່ພວກເຮົາກໍສາມາດຮັບປະກັນຜົນປະໂຫຍດຂອງເພື່ອນຮ່ວມຊາດທີ່ຖືສັນບາດອື່ນໄດ້.
ແທນທີ່ຈະປັບປຸງກົດໝາຍອະນຸຍາດໃຫ້ສອງສັນຊາດ, ພວກເຮົາຄວນສ້າງເງື່ອນໄຂດຶງດູດທີ່ດີ
ເພື່ອໃຫ້ພວກເຂົາເຈົ້າກັບຄືນມາຮ່ວມພັດທະນາປະເທດຊາດ. ທ່ານວ່າຄວນເບິ່ງບົດຮຽນອິນເດຍກັບ
ສປ ຈີນ ໃນເລື່ອງດຶງດູດເພື່ອນຮ່ວມຊາດທີ່ມີຄວາມຊຳນານງານກັບຄືນປະເທດ. ວິທີການຂອງ ສປ
ຈີນ
ກໍຄືສ້າງຄວາມສະດວກສະບາຍງ່າຍດາຍເປັນພິເສດໃຫ້ຄົນຈີນພົ້ນທະເລທີ່ກັບໄປລົງທຶນຢູ່ປະເທດ.
ສ່ວນທ່ານ ມູຮຳມັດ ເຊຍພີ (Muhammad Syafii) ຈາກພັກເກຣິນດຼາ (Gerindra
Party) ບອກວ່າ
ທ່ານຕ້ານແນວຄິດໃຫ້ສອງສັນຊາດແກ່ຄົນອິນໂດເນເຊຍຢູ່ຕ່າງປະເທດ
ເພາະມັນຈະເປັນຊ່ອງຫວ່າງໃຫ້ຜູ້ທີ່ຕ້ອງການສ່ວຍໂອກາດທາງເສດຖະກິດກອບໂກຍຜົນປະໂຫຍດຂອງປະເທດ.
ທ່ານ ຮິກມາຮັນໂຕ ຈູວານາ (Hikmahanto Juwana) ຊ່ຽວຊານດ້ານກົດໝາຍ
ແລະ ທ່ານ ມາມຸດ ຊຽນຕຸດ (Mahmud Syatout) ຊ່ຽວຊານກົດໝາຍສາກົນ
ບອກວ່າ ການໃຫ້ສອງສັນຊາດແກ່ພົນລະເມືອງນັ້ນຈະເປັນອັນຕະລາຍສຳລັບປະເທດ
ເພາະຜູ້ທີ່ມີສອງສັນຊາດສາມາດນຳໃຊ້ເງື່ອນໄຂດັ່ງກ່າວກໍ່ອາຊະຍາກຳ
ລວມທັງການຫລົບຫລີກພາສີ. ຕົວ ຢ່າງຜູ້ມີສອງສັນຊາດສາມາດໃຊ້ເງື່ອນໄຂສັນຊາດອິນໂດເນເຊຍ
ເພື່ອລົງທຶນ ແລະ ເລືອກໃຊ້ສັນຊາດອື່ນ ເພື່ອກອບໂກຍເອົາເງິນອອກຕ່າງປະເທດ.
ເມື່ອມີສອງຄັດຄ້ານຄືແນວນີ້, ແນ່ນອນແຜນປັບປຸງກົດໝາຍສັນຊາດປີ 2006 ຂອງອິນໂດເນເຊຍຕ້ອງພົບທາງຕັນ.
(ຮຽບຮຽງຈາກໜັງສືພິມ ເດິເນເຊິນ (The Nation) ສະບັບວັນທີ 9
ກັນຍາ 2016.
No comments:
Post a Comment