ໂດຍ: ຈານແຫຍ່
ທີ່ຈິງຈານແຫຍ່ມີຫລາຍເລື່ອງທີ່ບົ່ມໄວ້
ເພື່ອລະບາຍຄາຍອອກໃນເວທີນີ້. ແຕ່ພໍໄດ້ອ່ານຄໍລຳ “ສອດສ່ອງທົ່ວລາວ”
ໃນໜ້າໜັງສືພິມ “ປະເທດລາວ” ປະຈຳວັນທີ 3 ເດືອນນີ້
ກໍເລີຍຢາກບິແບ່ງຄວາມຄິດເຫັນທີ່ແສນຈຳກັດຂອງຕົນກ່ຽວກັບບັນຫາທີ່ພວມຟົດເດືອດ
ທີ່ບອກວ່າ: “ຈຳກັດ” ກໍເພາະວ່າຕົນເອງຍັງຢູ່ໂລກ
“ອ່ອນຫລາຍ” ບໍ່ທັນກວ້າງຂວາງໃນໂລກ
“ອອນລາຍ” ທີ່ພິມຖົກຖຽງກັນຢ່າງເຂັ້ມຂັ້ນກ່ຽວກັບ
16 ບົດເພງທີ່ທາງອຳນາດການປົກຄອງແຂວງບໍລິຄຳໄຊປະກາດຫ້າມເປີດຕາມສະຖານທີ່ເປົ້າໝາຍຈຳ
ນວນໜຶ່ງ. ໃນຈຳນວນ 16 ເພງ ທີ່ບາງຫາງສຽງຖືວ່າມີເນື້ອໃນລາມົກທົກເສັ້ນ (ເສັ້ນພິເສດ !)
ແຕ່ບາງຄົນເຫັນວ່າເປັນເລື່ອງທຳມະດາ-ເປັນເລື່ອງດີຊ້ຳສຳລັບວົງການບັນເທີງນັ້ນ
ຈານແຫຍ່ເຄີຍຟັງ
ແຕ່ສອງເພງ ຄືເພງຕຳໝາກແຕງ ແລະ ເພງຫົວທຽນອ່ອນ.
ສຳລັບເພງຕຳໝາກແຕງນັ້ນໄດ້ຟັງໄປໃນລົດ, ສະຕິສະຕັງບໍ່ຕັ້ງທ່ຽງປານໃດ
ເພາະມືຈັບພວງມະໄລໃຈບໍ່ຕ້ອມກໍເລີຍກຳເນື້ອໃນບໍ່ໄດ້ລະອຽດ. ຈຳແຕ່ບ່ອນຜູ້ຮ້ອງບອກວ່າ
ຄົກຂອງນາງທີ່ໃຊ້ຕຳໝາກແຕງນັ້ນໃຫຍ່ແທ້ໆ. ຟັງໄປຟັງໄປຄິດວ່າຊິມີຕອນທີ່ເວົ້າວ່າ
ສາວນັກຮ້ອງຕ້ອງການສາກໃຫຍ່ໆໃຫ້ສົມກັບຂະໜາດຂອງຄົກ... ພັດບໍ່ມີ.
ເພງນີ້ໄດ້ຟັງພຽງຄັ້ງດຽວກໍຈ້ອຍວັບ. ສ່ວນເພງຫົວທຽນອ່ອນນັ້ນໄດ້ຟັງຫລາຍເທື່ອມາແລ້ວ.
ເຖິງຈະບໍ່ໄດ້ຟັງໝົດທັງ 16 ເພງ ແຕ່ຈານແຫຍ່ເອງກໍເຄີຍໄດ້ຟັງເພງອື່ນໆທີ່ພໍຈັດເຂົ້າໃນສຳມະໂນຄົວ
16 ເພງທີ່ວ່າ ເຊັ່ນເພງ “ສີ່ຜົວ”, “ເພງຕອກໃຫ້ນ້ອງແດ່” (ໄທ), ເພງ “ລູກສາວແມ່ນີ້ເປັນຈັ່ງຊີ້ທຸກຄົນ” ແລະ ເພງ “ຈີ່ຫອຍ” ຂອງໄທເຊ່ັນກັນ.
ນອກນັ້ນກໍຍັງມີບາງທ່ອນຂອງເພງລາວເພງໄທທີ່ຜູ້ຮ້ອງພິກລີ້ນປີ້ນໄປຄວາມໝາຍເປັນອື່ນ
ໂດຍສະເພາະທ່ອນທີ່ພົວພັນກັນກັບປະໂຫຍກ “ໃຫຍ່ໆຍາວໆ” ທີ່ພາໃຫ້ຜູ້ຟັງມີມະໂນພາບແບບເອິກກະເຫລີກ.
ເຖິງຈະກຳບໍ່ໄດ້ເນື້ອໃນຫາງສຽງຕ່າງໆນາໆກ່ຽວກັບ 16 ເພງເຈົ້າບັນຫາ, ແຕ່ກໍຕ້ອງຂໍຊົມເຊີຍອຳນາດການປົກຄອງແຂວງບໍລິຄຳໄຊທີ່ເອົາມາດຕະການ
ໂດຍກຳນົດສະຖານທີ່ “ຫ້າມເປີດ” ຄັກແນ່
ບໍ່ແມ່ນຫ້າມ ການເປີດຟັງສ່ວນຕົວ. ແຕ່ອີກໃຈໜຶ່ງກໍຍັງສົງໄສຢູ່ວ່າ
ບັນຫາຈັ່ງຊີ້ຄວນແມ່ນລະດັບສູນກາງລິເລີ່ມສັ່ງຫ້າມ ເພາະຜ່ານມາເພງທີ່ມີລະດັບ “ລາມົກທົກເສັ້ນ” ຫລຸດນີ້
ທາງສູນກາງກໍຍັງສັ່ງຫ້າມ
ເຊັ່ນເພງທີ່ບັນລະຍາຍກ່ຽວກັບເລື່ອງຜົວໄປນອນຄ້າງຄືນຢູ່ເຮືອນພັກແລ້ວມາຂໍເງິນເມຍໄປເສຍຄ່າຫ້ອງ.
ນອກນັ້ນ ກໍມີເພງ “ຂີ້ໂມ້” ເຊິ່ງພຽງແຕ່ປັບບາງຈຸດກໍສາມາດຮ້ອງ
ແລະ ຟັງກັນໄດ້ສະບາຍ. ຄໍລຳ “ສອດສ່ອງທົ່ວລາວ” ໄດ້ໃຫ້ຮູ້ບາງຫາງສຽງຕໍ່ການສັ່ງຫ້າມເປີດ 16 ບົດເພງທີ່ກ່າວມານັ້ນ
ເຊິ່ງບາງຫາງສຽງຈານແຫຍ່ບໍ່ເຫັນພ້ອມ ເຊັ່ນທີ່ບອກວ່າ
ເປັນເພງທີ່ມ່ວນສຳລັບໃນວົງສັງສັນມ່ວນຊື່ນ ເພາະສັງຄົມພວກເຮົາບໍ່ຕ້ອງການວັດທະ
ນະທຳມ່ວນຊື່ນແບບ “ລາມົກຈົກງົມ”. ສ່ວນທີ່ບອກວ່າ
ເພງເຫລົ່ານີ້ຖ້າຂາຍລິຂະສິດໃຫ້ປະເທດອື່ນແລ້ວກາຍເປັນເພງດັງຄົນລາວກໍຈະຊື້ມາຟັງ.
ອັນນີ້ແມ່ນບັນຫາທີ່ທາງການຄວນຄິດຫງຳ ແລະ ເປັນບັນຫາທີ່ຈານແຫຍ່ສົນໃຈເປັນພິເສດ
ເພາະເຂົ້າໃຈວ່າເນື້ອເພງທີ່ແຕ່ງເພື່ອຂາຍລິຂະສິດໃຫ້ຕ່າງປະເທດນັ້ນຕ້ອງ ໄດ້ຜ່ານການກວດກາຈາກທາງການຄືກັນ,
ບໍ່ແມ່ນແຕ່ງແນວໃດກໍສົ່ງໄປ, ຖ້າໃຜສົ່ງໄປໂດຍບໍ່ໄດ້ຮັບອະນຸຍາດກໍຕ້ອງມີການປະຕິບັດວິໄນກັບຜູ້ແຕ່ງ,
ຜູ້ຂາຍລິຂະສິດ. ສ່ວນຫາງສຽງທີ່ວ່າ ເພງຕ່າງປະເທດ (ໄທ)
ທີ່ມີເນື້ອໃນເປ່ືອຍເຍື່ອຍເປິະເປື້ອນນັ້ນ ເປັນຫຍັງບ້ານເຮົາຈຶ່ງປ່ອຍໃຫ້ເປີດໄດ້ທົ່ວໄປ
ອັນນີ້ຈານແຫຍ່ວ່າເວົ້າຖືກ.
ມັນກໍຍ້ອນອິດທິພົນຂອງເພງເຫລົ່ານີ້ແລ້ວທີ່ເປັນຊະນວນກໍ່ໃຫ້ເກີດມີ 16 ເພງຕ້ອງ ຫ້າມ.
ສະນັ້ນ ຖ້າຢາກແກ້ບັນຫານີ້ກໍຕ້ອງແກ້ແຕ່ຕົ້ນເຫດ ຄືໜຶ່ງ: ແກ້ບ່ອນຜູ້ກວດແກ້ເນື້ອໃນເພງ
ແລະ ຜູ້ອະນຸຍາດໃຫ້ອັດຈຳໜ່າຍ ແລະ
ແກ້ບັນຫາເພງລາມົກຈາກຕ່າງປະເທດທີ່ເຂົ້າມາຕີຕະຫຼາດບ້ານເຮົາ. ຖ້າບໍ່ແກ້ຈຸດນີ້
ອີກສິບຊາດບັນຫາກໍຄົງບໍ່ຕົກໄປ ເພາະເກົາບໍ່ຖືກບ່ອນຄັນ !.
No comments:
Post a Comment