ໃນຊ່ວງລະດູໜາວນີ້, ສະພາບອາກາດອາດມີການປ່ຽນແປງ, ບາງຄັ້ງກໍກະທັນຫັນຈາກຮ້ອນສູ່ໜາວ ຫລື ໜາວຫລາຍ, ບາງໄລຍະອາດມີຝົນຝອຍເຮັດໃຫ້ອາກາດທີ່ໜາວຢູ່ແລ້ວຍິ່ງເພີ່ມຄວາມໜາວເຢັນຂຶ້ນຕື່ມ, ອາດຈະສົ່ງຜົນກະທົບຮ້າຍແຮງຕໍ່ສຸຂະພາບຂອງສັດລ້ຽງໂດຍສະເພາະແມ່ນສັດທີ່ກຳລັງເກີດໃໝ່, ສັດທີ່ມີອາຍຸນ້ອຍ ແລະ ອາຍຸແກ່ເຊິ່ງມີຄວາມທົນທານບໍ່ສູງ, ບວກກັບສະພາບການລ້ຽງສັດຍັງປະຖົມປະຖານປ່ອຍປະຕາມທຳມະຊາດບໍ່ມີຄອກ
ຫລື
ເຮືອນຮັງລວມທັງສັດລ້ຽງທີ່ຢູ່ໃນເຂດທີ່ເຄີຍເກີດພະຍາດມາກ່ອນແລ້ວກໍມີຄວາມສ່ຽງຕໍ່ການ
ຕິດເຊື້ອພະຍາດໄດ້ງ່າຍຂຶ້ນ.
ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ອອກຄຳສັ່ງສະບັບເລກທີ 3793/ກປ ລັງວັນທີ 16 ທັນວາ
2016 ເຖິງກົມລ້ຽງສັດ ແລະ ການປະມົງ, ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງຈົ່ງເພີ່ມທະວີຄວາມເອົາໃຈໃສ່ຮັກສາສຸຂະພາບສັດ ແລະ ສັກຢາ
ກັນພະຍາດສັດໃນໄລຍະລະດູໜາວ 2017 ດັ່ງນີ້:
1.
ໃຫ້ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ, ນະຄອນຫລວງວຽງຈັນຊຸກຍູ້ຊີ້ນຳຫ້ອງ ການກະສິກຳ ແລະ ປ່າໄມ້ເມືອງ ແລະ
ສັດຕະວະແພດບ້ານປະສານກັບອົງການປົກຄອງທ້ອງຖິ່ນ ແລະ
ພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງໂຄສະນາເຜີຍແຜ່ແນະນຳ ໃຫ້ຊາວກະສິກອນ ແລະ
ຜູ້ປະກອບການລ້ຽງສັດທັງແບບຄອບຄົວ, ກຸ່ມຫລືຟາມເອົາໃຈໃສ່ດູແລຮັກສາສຸຂະພາບສັດລ້ຽງຂອງຕົນ,ໂດຍສະເພາະການສ້ອມແປງເຮືອນຮັງ ແລະ
ປຸກສ້າງຄອກໃຫ້ແກ່ສັດລ້ຽງປະເພດງົວ, ຄວາຍ, ໝູ ແລະ
ສັດປີກໃຫ້ສາມາດຮັກສາຄວາມອົບອຸ່ນພາຍໃນຄອກຢ່າງສະໝ່ຳສະເໝີເພື່ອປ້ອງກັນບໍ່ໃຫ້ອາກາດ ຫລື
ລົມໜາວພັດກະທົບໃສ່ສັດລ້ຽງໂດຍກົງ;
2.
ໃຫ້ແນະນຳປະຊາຊົນເອົາໃຈໃສ່ເບິ່ງແຍງລ້ຽງດູສັດທີ່ກຳລັງຖືພາມານ, ກຽມຈະເກີດລູກ ແລະ ອາຍຸນ້ອຍເປັນພິເສດ, ສັດທີ່ຫາກໍ່ເກີດໃໝ່ໃຫ້ໄດ້ກິນນົມແມ່ຢ່າງສະໝ່ຳສະເໝີ, ມີຄອກ ແລະ
ເຮືອນຮັງປ້ອງກັນບໍ່ໃຫ້ກະທົບໃສ່ອາກາດໜາວໃຫ້ເອົາໃຈໃສ່ຂ້າພະຍາດແມ່ທ້ອງ ແລະ
ສັກຢາກັນພະຍາດສັດທີ່ມັກເກີດຂຶ້ນໃນຊ່ວງລະດູໜາວຕາມແຕ່ລະປະເພດສັດດັ່ງນີ້:ສຳລັບງົວ-ຄວາຍ, ໃຫ້ເອົາໃຈໃສ່ສັກຢາກັນພະຍາດປາກເປື່ອຍລົງເລັບໃຫ້ຖືກຕ້ອງຕາມກຳນົດເວລາຄື:
ຢາກັນພະຍາດເຕົ້າໂຮມເລືອດງົວ-ຄວາຍຊະນິດນ້ຳ ແລະ ຢາກັນພະຍາດປາກ ເປື່ອຍລົງເລັບ ໃຫ້ສັກປີລະ 2
ຄັ້ງຊຶ່ງສັກຄັ້ງໜຶ່ງຄຸ້ມກັນພະຍາດໄດ້ 6 ເດືອນ; ສຳລັບໝູໃຫ້ເອົາໃຈໃສ່ສັກຢາກັນພະຍາດອະຫິວາໝູປີລະ 1 ຄັ້ງ ແລະ
ອະນາໄມຄອກໃຫ້ສະອາດຢູ່ສະເໝີ. ສ່ວນແຂວງທີ່ເຄີຍເກີດພະຍາດຫູກ່ຳໝູດັ່ງແຂວງບໍ່ແກ້ວ, ໄຊຍະບູລີ, ວຽງຈັນ, ນະຄອນຫລວງວຽງຈັນ ແລະ ແຂວງສາລະວັນ ໃຫ້ເອົາໃຈໃສ່
ຕິດຕາມເຝົ້າລະວັງພະຍາດຫູກ່ຳໝູຢ່າງໃກ້ຊິດພ້ອມທັງຊຸກຍູ້ແນະນຳໃຫ້ຊາວກະສິກອນ ແລະ ຜູ້ປະກອບການທີ່ລ້ຽງສັດແບບຄອບຄົວ, ກຸ່ມຫລືຟາມເອົາໃຈໃສ່ດູແລ ແລະ ຮັກສາສຸຂະພາບສັດລ້ຽງຂອງຕົນດ້ວຍລະບົບປ້ອງກັນທາງດ້ານຊີວະພາບທີ່ດີເຊັ່ນ:
ໃຫ້ອາຫານ ທີ່ມີຄຸນນະພາບ, ນ້ຳສະອາດ, ຮັກສາອະນາໄມຄອກໃຫ້ສະອາດຢູ່ສະເໝີ, ບ່ອນທີ່ມີເງື່ອນ ໄຂໃຫ້ຊຸກຍູ້ສັກຢາກັນພະຍາດຫູກ່ຳໝູ,ສຳລັບແບ້ໃຫ້ເອົາໃຈໃສ່ຕິດຕາມສະພາບພະຍາດປາກເປື່ອຍທົ່ວໄປຫລືພະຍາດທ້ອງເບັງເມື່ອພົບເຫັນປະກົດການຂອງພະຍາດດັ່ງກ່າວໃຫ້ຮີບຮ້ອນລາຍງານໂດຍດ່ວນເພື່ອຫາວິທີແກ້ໄຂພ້ອມທັງໃຫ້ຄຳແນະນຳໃນການປ້ອງກັນ
ແລະ ປິ່ນປົວ;
ສຳລັບສັດປີກແມ່ນໃຫ້ເລັ່ງໃສ່ສັກຢາກັນພະຍາດຫລອດລົມອັກເສບ, ນິວຄາເຊີນ, ອະຫິວາສັດປີກ ແລະ ພະຍາດອະຫິວາເປັດ, ສ່ວນໄກ່ນ້ອຍທີ່ເກີດໃໝ່ໃຫ້ເອົາໃຈໃສ່ຮັກສາຄວາມ
ອົບອຸ່ນ ແລະ ອະນາໄມຄອກສັດໃຫ້ສະອາດຢູ່ສະເໝີ, ພ້ອມນັ້ນກໍ່ໃຫ້ເລັ່ງໃສ່ສັກຢາກັນພະຍາດຕ່າງໆຂ້າງເທິງນັ້ນໃຫ້ຄົບຖ້ວນກໍອາດຈະເຮັດໃຫ້ສັດເຈັບ
ແລະ ລົ້ມຕາຍເປັນຈຳນວນຫລາຍ ແລະ ກະທັນຫັນໄດ້.
3.
ໃຫ້ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ, ນະຄອນຫລວງວຽງຈັນເອົາໃຈໃສ່ຕິດຕາມເຝົ້າລະວັງພະຍາດໄຂ້ຫວັດສັດປີກຢ່າງໃກ້ຊິດເພື່ອປ້ອງກັນ
ແລະ ສະກັດກັ້ນບໍ່ໃຫ້ພະຍາດດັ່ງກ່າວເກີດຂຶ້ນໄດ້ອີກເປັນຕົ້ນແມ່ນ:
+ ແຂວງທີ່ມີການແລກປ່ຽນຊື້, ຂາຍສັດປີກ ແລະ ຜະລິດຕະພັນສັດປີກຢູ່ຕາມຊາຍແດນ;
+ ແຂວງໄຊຍະບູລີ ແລະ
ແຂວງຫລວງພະບາງທີ່ຫາກໍ່ເກີດມີພະຍາດໄຂ້ຫວັດສັດປີກສາຍພັນ H5N6 ໃນປີ 2015-2016 ແລະ ແຂວງອື່ນທີ່ເຄີຍມີການລະບາດຜ່ານມາ;
+
ນຳເຂົ້າສັດປີກຈາກແຫລ່ງສັດປີກທີ່ປອດພະຍາດໂດຍມີການຢັ້ງຢືນສຸຂະພາບຈາກສັດຕະ
ວະແພດຂອງລັດ ແລະ ມີການຄຸ້ມຄອງຕິດຕາມຢ່າງໃກ້ຊິດ;
+ ເຂດທີ່ມີການລ້ຽງສັດປີກໜາແໜ້ນເປັນຈຳນວນຫລາຍ, ເປັນກຸ້ມ, ເປັນຟາມ;
+
ການປະຕິບັດການລ້ຽງສັດປີກດ້ວຍລະບົບປ້ອງກັນຄວາມປອດໄພທາງຊີວະພາບທີ່ດີ;
+ ຕິດຕາມຝູງນົກທີ່ເຄື່ອນຍ້າຍຈາກເຂດໜາວຢ່າງໃກ້ຊິດ.
4.
ກໍລະນີທີ່ພົບເຫັນສັດເຈັບ ຫລືຕາຍໂດຍບໍ່ຮູ້ສາເຫດ, ຕາຍເປັນຈຳນວນຫລາຍເວລາໄລ່ເລ່ຍກັນ, ເຈົ້າຂອງສັດຕ້ອງຮີບຮ້ອນລາຍງານຕໍ່ສັດຕະວະແພດບ້ານ ຫລື
ນາຍບ້ານເພື່ອລາຍງານຕໍ່ໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ປະຈຳເມືອງໂດຍດ່ວນເພື່ອລົງໄປຕິດຕາມກວດກາເຂດເກີດພະຍາດຕົວຈິງ, ພ້ອມນັ້ນຫ້າມບໍ່ໃຫ້ນຳເອົາສັດຕາຍໄປບໍລິໂພກ ຫລື
ເຄື່ອນຍ້າຍຊື້-ຂາຍຢ່າງເດັດຂາດ, ໃຫ້ຮີບຮ້ອນຝັງສັດທີ່ຕາຍນັ້ນໂດຍໄວ
ແລະ ຫ້າມບໍ່ໃຫ້ຖິ້ມລົງຫ້ວຍ,
ຮ່ອງ ແລະ ສາຍແມ່ນ້ຳຕ່າງໆ.
5.
ໃນກໍລະນີສົງໃສວ່າສັດປີກເຈັບຫລືຕາຍຍ້ອນພະຍາດໄຂ້ຫວັດສັດປີກໂດຍມີອັດຕາການຕາຍ
ສະສົມສູງເຖິງ 40% ໃນໄລຍະເວລາ 3 ວັນ ຫລື
ຜົນບວກໃນການເຮັດທົດສອບແບບດ່ວນໃຫ້ຈັດຕັ້ງທຳລາຍຝູງສັດປີກນັ້ນໂດຍໄວໂດຍບໍ່ຕ້ອງລໍຖ້າຜົນການວິໄຈ.
ພ້ອມດຽວກັນນັ້ນກໍ່ໃຫ້ເຮັດການອະນາໄມ ແລະ ຂ້າເຊື້ອໃນບໍລິເວນອ້ອມຮອບໃຫ້ທົ່ວເຖິງ ແລະ
ບໍ່ໃຫ້ເຄື່ອນຍ້າຍສັດປີກໃນເຂດນັ້ນ,ພ້ອມເກັບຕົວຢ່າງສົ່ງໄປວິໄຈເພື່ອຢັ້ງຢືນຫາເຊື້ອພະຍາດ.
6.
ແນະນຳໃຫ້ຊາວກະສິກອນບ່ອນມີເງື່ອນໄຂໃຫ້ປູກຫຍ້າສວນຄົວ, ປູກພືດຕະກຸນຖົ່ວ ແລະ
ປູກຕົ້ນໄມ້ເປັນອາຫານສັດໃຫ້ແກ່ສັດລ້ຽງຂອງຕົນເປັນຕົ້ນປູກຫຍ້າຈຳນວນຫຍ້າກິນິສີມ້ວງ, ຫຍ້າເນເປຍ, ຫຍ້າລູຊີ,
ຫຍ້າຊິກນານ, ສະໄຕໂລກະຖິນ,
ຕົ້ນແຄ ແລະ ອື່ນໆ ເກັບຮັກສາ ແລະ ນຳໃຊ້ສິ່ງເສດ ເຫລືອ
ຈາກການປູກຝັງເຊັ່ນ: ເຟືອງ,
ສາລີ, ຍອດອ້ອຍ, ຜັກ, ເປືອກໝາກນັດ, ກາກຖົ່ວ, ກາກນ້ຳຕານ, ຂີ້ເຫລົ້າ, ຂີ້ເບຍ ແລະ ອື່ນໆ ເສີມກັບຫຍ້າ ແລະ ອາຫານສຳເລັດຮູບໃຫ້ສັດກິນ;
7.
ຊຸກຍູ້,
ປຸກລະດົມປະຊາຊົນເກັບມ້ຽນເຟືອງແຫ້ງຫລັງການເກັບກ່ຽວເພື່ອສະສົມໄວ້ເປັນ
ອາຫານສຳຮອງໃຫ້ແກ່ສັດໃນຍາມຂາດແຄນພ້ອມທັງເອົາໃຈໃສ່ແນະນຳວິທີການຮັກສາ, ສາທິດການປຸງແຕ່ງ ແລະ ການນຳໃຊ້ອາຫານຕາມສູດ ແລະ ວິທີການຕ່າງໆ, ເປັນຕົ້ນການເຮັດເຟືອງບົ່ມ ຫລື ເຟືອງໝັກ, ຫຍ້າໝັກ, ກ້ອນແຮ່ທາດຕາມເງື່ອນໄຂ
ແລະ ຄວາມສາມາດຂອງແຕ່ລະທ້ອງຖິ່ນ;
8.
ໃຫ້ກົມລ້ຽງສັດ ແລະ ການປະມົງອອກຄຳແນະນຳທາງດ້ານວິຊາການເພື່ອຜັນຂະ
ຫຍາຍຄຳສັ່ງສະບັບນີ້ພ້ອມທັງໃຫ້ສະຫລຸບລາຍງານຂໍ້ສະດວກ,ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດໃຫ້ກະຊວງກະສິກຳ ແລະ
ປ່າໄມ້ຮັບຊາບເປັນແຕ່ລະໄລຍະເພື່ອມີວິທີການແກ້ໄຂຢ່າງທັນການ.
No comments:
Post a Comment