Ad

Ad

1 February 2017

ນະໂຍບາຍ “ຕ້ານຜູ້ອົບພະຍົບ” ທີ່ສັ່ນສະເທືອນຫົວໃຈຄົນທັງໂລກ

ນະໂຍບາຍການຕ້ານຜູ້ອົບພະຍົບ ຂອງຜູ້ນຳຄົນໃໝ່ ຂອງສະຫະລັດອາເມລິກາ ໄດ້ເຮັດໃຫ້ຜູ້ຄົນທັງໂລກ ຕ້ອງຕົກພະຫວາບໍ່ໜ້ອຍ, ຫຼາຍຄົນສົງໄສວ່ານະໂຍບາຍດັ່ງກ່າວ ຈະນຳມາເຊິ່ງຜົນທາງລົບ ຫຼື ບວກຫຼາຍ ກວ່າກັນ? ແລ້ວ ກຸ່ມຄົນໃດທີ່ຈະໄດ້ຜົນກະທົບຫຼາຍທີ່ສຸດ ? ແລະ ອີກຫຼາຍຄຳຖາມທີ່ຕັ້ງຂຶ້ນດ້ວຍຄວາມງົມງວາຍ.
ຈາກຂໍ້ມູນຂອງອົງການສະຫະປະຊາຊາດ (ສປຊ) ໃຫ້ຮູ້ວ່າ ປີ 2016 ທີ່ຜ່ານມາ ທົ່ວໂລກມີຜູ້ອົບພະຍົບຈາກຖິ່ນຖານໜຶ່ງໄປສູ່ຖິ່ນຖານອື່ນ ບໍ່ຕໍ່າກວ່າ 60 ລ້ານຄົນ ເຊິ່ງເກີດຈາກຫຼາຍເຫດຜົນ ເຊັ່ນ: ເສິກສົງຄາມ, ໄພພິບັດທາງທຳມະຊາດ ແລະ ອື່ນໆ, ພ້ອມກັນນັ້ນ ພວກເຮົາຮູ້ດີວ່າການອົບພະຍົບນັ້ນເກີດຂຶ້ນມາໄດ້ຫຼາຍຮ້ອຍ ຫຼື ອາດພັນປີແລ້ວໃນໂລກນີ້.

ໃນກໍລະນີດຽວກັນກໍເປັນສິ່ງຈະແຈ້ງວ່າ ສະຫະລະລັດ ອາເມລິກາ ເອງກໍສ້າງຂຶ້ນດ້ວຍນໍ້າມືຂອງຊາວອົບພະຍົບ ເຊັ່ນດຽວກັນ ເຊິ່ງຄົນ ຜິວຂາວສ່ວນໃຫຍ່ໃນສະຫະລັດ ອາເມລິກາ ໃນປັດຈຸບັນກໍມີກົກເຄົ້າມາຈາກຊາວເອີຣົບ ທີ່ອົບພະຍົບໄປແຕ່ຄາວສະໄໝບຸກເບີກປະເທດດັ່ງກ່າວ ເມື່ອຄາວກ່ອນກີ້, ແລະ ໃນເວລາຕໍ່ມາໄລຍະໜຶ່ງ (ໃນປະຫວັດສາດ) ສະຫະລັດ ອາເມລິກາ ກໍເປັນປະເທດ ທີ່ອ້າແຂນຮັບເອົາຊາວອົບພະຍົບຈາກທົ່ວໂລກຫຼາຍທີ່ສຸດ.
ແລ້ວເປັນຫຍັງຈຶ່ງເກີດມີນະໂຍບາຍຕ້ານຜູ້ອົບພະຍົບ ? ໂດນອລ ທຣັມ ຜູ້ນຳຄົນໃໝ່ຂອງສະຫະລັດ ອາເມລິກາ ເຊື່ອໝັ້ນຢ່າງຕາຍໃຈວ່າ ຜູ້ອົບພະຍົບ (ໂດຍສະເພາະຊາວມຸດສະລິມ) ເປັນຕົວການກໍ່ຄວາມບໍ່ສະຫງົບພາຍໃນປະເທດ ແລະ ສ້າງຄວາມ ເຊື່ອມເສຍແກ່ຄວາມຍິ່ງໃຫຍ່ຂອງສະຫະລັດອາເມລິກາ”, ເພາະສະນັ້ນ ເພິ່ນຈຶ່ງອອກຄຳສັ່ງຫ້າມອອກວີຊາ (Visa) ໃຫ້ຄົນທີ່ຖືສັນຊາດຂອງ 7 ປະເທດ ຄື: ອີຣັກ, ອີຣານ, ລີບີ, ໂຊມາລີ, ຊູດັງ, ຊີຣີ ແລະ ເຢເມນ ເຊິ່ງຄົນສ່ວນໃຫຍ່ຂອງບັນດາປະເທດດັ່ງກ່າວ ແມ່ນຊາວມຸດສະລິມນັ້ນເອງ. ບໍ່ພຽງເທົ່ານັ້ນ, ຜູ້ນຳຄົນດັ່ງກ່າວຍັງສັ່ງໃຫ້ມີການສ້າງກຳແພງຕະຫຼອດຊາຍແດນ ລະຫວ່າງສະຫະລັດ ອາເມລິກາ ແລະ ເມັກຊິກໂກ ເຊິ່ງມີມູນຄ່າ 15 ຕື້ໂດລາ (ຫຼາຍກວ່າລາຍໄດ້ລວມຂອງປະເທດເຮົາ (GDP) ໝົດປີ 2015 ທີ່ມີ 12.37 ຕື້ໂດລາ-ຕົວເລກ ຈາກທະນາຄານໂລກ) ເພື່ອປ້ອງກັນບໍ່ໃຫ້ຊາວອົບພະຍົບຈາກ ເມັກຊິກໂກ ແລະ ປະເທດອື່ນໆ ຈາກອາເມລິກາກາງ-ໃຕ້ ຜ່ານເຂົ້າມາໃນສະຫະລະລັດ ອາເມລິກາ ໂດຍຜ່ານຊາຍແດນດັ່ງກ່າວ.
ຕໍ່ນະໂຍບາຍດັ່ງກ່າວ, ຊາວໂລກໃນຫຼາຍຂົງເຂດ ຮ່ວມທັງຄົນໃນສະຫະລັດ ອາເມລິກາເອງ ກໍໄດ້ສະແດງທ່າທີ່ຕໍ່ຕ້ານນະໂຍບາຍດັ່ງກ່າວຢ່າງເດັດຂາດ, ດັ່ງ ທ້າວ ມາກ ຊັກເກີເບີກ (Mark Zuckerberg) ຜູ້ກໍ່ຕັ້ງຊື່ສັງຄົມທີ່ມີຊື່ສຽງ (Facebook) ກໍເວົ້າວ່າ: ຂ້ອຍເອງກໍແມ່ນຊາວອົບພະຍົບທີ່ມີກົກເຄົ້າມາຈາກປະເທດເຢຍລະມັນ, ໂປໂລຍ ແລະ ໂອຕຣິດ ແລະ ພໍ່ແມ່ຂອງເມຍຂ້ອຍ ກໍມາຈາກປະເທດຈີນ ແລະ ຫວຽດນາມ, ການຈະເຮັດໃຫ້ປະເທດມີຄວາມສະຫງົບ ບໍ່ແມ່ນສຸມໃສ່ຜູ້ອົບພະຍົບ (ເພາະເຂົາເຈົ້າບໍ່ແມ່ນຄົນອັນຕະພານທັງໝົດ) ແຕ່ຈົ່ງສຸມໃສ່ກຸ່ມຄົນທີ່ກ່ຽວຂ້ອງຕ່າງຫາກ”. ພ້ອມດຽວກັນນັ້ນ, ຜູ້ນຳຂອງເມັກຊິກໂກ ກໍເບະສົບໃສ່ ໂດຍບໍ່ໄດ້ງໍ້ທີ່ສະຫະລັດ ອາເມລິກາ ຈະສ້າງກຳແພງຕະຫຼອດຊາຍແດນ ແລະ ພ້ອມນັ້ນ ຜູ້ນຳຂອງ ເປຣູ ແລະ ໂຄລົມບີ ກໍຈັບມືກັນ ພ້ອມທີ່ຈະໃຫ້ການຊ່ວຍເຫຼືອ ເມັກຊິກໂກ ທຸກເວລາ.
ບໍ່ພຽງເທົ່ານັ້ນ, ທ້າວ ຊວດ ອັບດຸນ ຄາເບຍ (Suad Abdul Khabeer) ຜູ້ຊ່ວຍສາສະດາຈານ ພາກວິຊາ ມະນຸດ ວິທະຍາ ທີ່ມະຫາວິທະຍາໄລ ເປີດິວ (Purdue University) ສະຫະລັດ ອາເມລິກາ ກໍໄດ້ຂຽນບົດຄວາມທີ່ໃສ່ຊື່່ວ່າ: ການຕ້ານ ຊາວມຸດສະລິມ ຂອງ ທຣັມ ແມ່ນເປັນອັນ ຕະລາຍລົງໃນສຳນັກຂ່າວ ອາລຈາ ຊີຣາ (Al Jazeera) ໂດຍມີຄຳເຫັນວ່າ: ນະໂຍບາຍ ຕ້ານຊາວອົບພະຍົບ ຂອງ ທຣຳ ນັ້ນ ຈະນຳຜົນເສຍຫາຍມະຫາສານມາສູ່ສະຫະລັດ ເພາະຊາວອົບພະຍົບແມ່ນກຳລັງແຮງງານ ແລະ ຫົວສະໝອງທີ່ສຳຄັນໃນການຂັບເຄື່ອນປະເທດ, ພ້ອມນັ້ນ ກໍຍັງຊີ້ໃຫ້ເຫັນອີກວ່າ ກຸ່ມທີ່ຈະໄດ້ຮັບຜົນກະທົບຫຼາຍທີ່ສຸດກໍແມ່ນຜູ້ຄົນທີ່ບໍ່ແມ່ນ ຜິວຂາວໂດຍສະເພາະຜູ້ທີ່ຖືສັນຊາດຂອງ 7 ປະເທດ (ທີ່ກ່າວມາໃນເບື້ງຕົ້ນ)”.

ການປ່ຽນແປງຂອງໂລກ ຍ້ອນນະໂຍບາຍຕ້ານຜູ້ອົບພະຍົບ ບໍ່ອາດຄາດເດົາໄດ້ຢ່າງແນ່ຊັດ ແຕ່ສິ່ງແນ່ນອນນັ້ນ ເມື່ອໃດຫາກ ໜ່ວຍໂລກຍັງສືບຕໍ່ໝູນປິ່ນໄປແບບນີ້ ເມື່ອນັ້ນກໍບໍ່ສາມາດຢຸດເຊົາການອົບພະຍົບຂອງຄົນໄດ້, ເຂົາເຈົ້າຜູ້ອົບພະຍົບບໍ່ອາດຕີລາຄາວ່າຊົ່ວຊ້າສາມານທັງໝົດແຕ່ຜູ້ທີ່ເປັນແນວນັ້ນອາດລີ້ລັບຢູ່ຫຼັງບ້ານເຮົານີ້ກໍໄດ້!.

No comments:

Post a Comment