Ad

Ad

15 January 2013

ເກີດເຫດຄົນແຂວນຄໍຕາຍ 2 ຄົນໃນ ທ້າຍອາທິດຜ່ານມາ


          ເຈົ້າໜ້າທີ່ພະແນກສືບສວນ- ສອບສວນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນທ້າຍອາທິດ ຜ່ານມາ ໄດ້ເກີດເຫດຄົນແຂນຄໍຕາຍ 2 ຄົນ ຊຶ່ງເຫດການທີໜຶ່ງເກີດຂຶ້ນໃນວັນທີ 10 ມັງກອນນີ້ ຢູ່ບ້ານ ໂພນເຄັງ ເມືອງ ໄຊເສດຖາ ນະຄອນຫຼວງວຽງ ຈັນ ໂດຍເຈົ້າໜ້າທີ່ ປກສ ເມືອງ ໄຊເສດຖາ ໄດ້ຮັບແຈ້ງຈາກປະຊາ ຊົນ ໄດ້ພົບເຫັນຍິງສາວແຂນຄໍຕາຍ ຢູ່ເຮືອນຂອງທ້າວ ຄຳຫຼ້າ ຊຶ່ງຜູ້ ຕາຍຊື່ວ່າ: ນາງ ນາດ ອາຍຸ 20 ປີ ປະ ຊາຊົນ ຢູ່ບ້ານ ຈະລວຍໃໝ່ ເມືອງ ພິນ ແຂວງ ສະຫວັນນະ ເຂດ ເຊິ່ງຜູ້ ກ່ຽວໄດ້ມາສະໝັກເປັນແມ່ເຮືອນ ຢູ່ເຮືອນຂອງ ທ້າວ ຄຳຫຼ້າ ເອງ. ທ່ານ ພັນຕີ ອຳໄອ່ ຮອງຫົວໜ້າກອງສືບສວນ-ສອບ ສວນ, ຫົວໜ້າກອງ ນິຕິວິທະຍາ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມກໍໄດ້ ຮີບຮ້ອນລົງກວດກາຈຸດເກີດ ເຫດເພື່ອສັນນະສູດ ແລະ ພົບເຫັນ ຜູ້ເສຍຊີວິດໄດ້ໃຊ້ເຊືອກນິລົງຜູກ ໄວ້ກັບຕາງໜ່າງປ່ອງຢ້ຽມ ແຂນ ຄໍເສຍຊີວິດ ຄາດວ່າຜູ້ກ່ຽວເສຍຊີ ວິດ ມາແລ້ວ 4 ຊົ່ວໂມງ ຊຶ່ງສາ ເຫດທາງເຈົ້າໜ້າທີ່ຍັງສືບສວນ- ສອບ ສວນ,ສ່ວນຄະດີທີສອງ ເກີດ ຂື້ນໃນວັນທີ 12 ມັງກອນນີ້ ຢູ່ ບ້ານດົງໝາກຄາຍເວລາປະ ມານ 7 ໂມງ ເຈົ້າໜ້າທີ່ປກສ ເມືອງ ໄຊທານີ ໄດ້ຮັບແຈ້ງຄວາມ ວ່າ: ພົບເຫັນຄົນແຂນຄໍຕາຍ ຈາກ ນັ້ນຈຶ່ງໄດ້ລົງ ກວດກາຈຸດເກີດ ເຫດ ແລະ ຮູ້ວ່າ:ຜູ້ເສຍຊີວິດ ແມ່ນ ນາງ ພິດສະໄໝ ອາຍຸ 18 ປີ ຢູ່ບ້ານດົງໝາກຄາຍ ເມືອງ ໄຊ ທານີ ນະຄອນຫຼວງວຽງຈັນ ຊຶ່ງ ຜູ້ກ່ຽວໄດ້ໃຊ້ສາຍແອວ 2 ເສັ້ນ ຜູກໝັດເທີງຂື່ເຮືອນຂອງຕົນ ແລ້ວແຂນ ຄໍຕາຍຊຶ່ງສາເຫດ ແມ່ນຍ້ອນບັນຫາຊູ້ສາວ.

No comments:

Post a Comment