ເພື່ອເປັນການສະເຫຼີມສະ
ຫຼອງວັນສ້າງຕັ້ງບໍລິສັດ ລາວໂຕ ໂຢຕ້າ ຄົບຮອບ 20 ປີ (1992 - 2012) ແລະ
ເປັນການຄືນກໍາໄລ ໃຫ້ລູກຄ້າທີ່ມາໃຊ້ບໍລິການ ໃນ ສົກປີ 2012 ຜ່ານມາ,ບໍລິສັດ ລາວ
ໂຕໂຢຕ້າ ຈິ່ງໄດ້ຈັດກິດຈະ ກຳ ແຈກລາງວັນພາຍໃຕ້ຫົວຂໍ້: ‘’20 ປີ
ໂຕໂຢຕ້າພາທ່ຽວຍີ່ປຸ່ນ’’ ເຊິ່ງ ເປັນໂຄງການທີ່ເລີມດໍາເນີນ ມາ ແຕ່ຕົ້ນປີ
2012.ດັ່ງນັ້ນ,ໃນຕອນ ເຊົ້າຂອງວັນທີ 14 ມັງກອນ 2013 ນີ້ຢູ່ຫ້ອງຂາຍ ລົດ ໂຕໂຢຕ້າ ສາ
ຂາ ທົ່ງຂັນຄຳ ນະຄອນຫຼວງ ວຽງຈັນດັ່ງກ່າວໄດ້ຈັດ ກິດຈະ ກຳມອບລາງວັນໃຫ້ລູກຄ້າຜູ້
ໂຊກດີໃນໂຄງການນີ້ລວມມີ ມູນຄ່າຫຼາຍກວ່າ 5 ຮ້ອຍລ້ານ ກີບ ແລະ ເລີ່ມຈັບສະຫຼາກ ໂດຍ ຜ່ານທາງໂທລະພາບ ລາວສຕາ
ໃນອາທິດທີ່ຜ່ານມານີ້ມີ 7 ລາງ ວັນຄື ລາງວັນທີ 1 ຈະໄດ້ໄປທ່ຽວ ປະເທດ ຍີ່ປຸ່ນ ເປັນເວລາ
6 ມື້ 5 ຄືນ ຜູ້ໂຊກດີ ໄດ້ແກ່: ທ້າວ ວົງ ເດືອນ ພັນບຸນໄຊຍະວົງ,ທ້າວ ລຳພັນ
ກົມມະດາ,ນາງ ຕຸນີ, ອົງ ການ CNEEC NEP C 2, ທ້າວ ຄຳແພງ ຫ້າທຳທະວົງ,ທ້າວ ແດງ ວົງພະ
ຈັນ,ທ້າວ ສີສະ ຫວັນ ດວງບຸດດີ,ທ່ານ ຄຸນພໍ່ວິ
ມານເພັດ ແລະ ທ້າວ ມູນທະລາ,
ສ່ວນລາງວັນທີ 2 ຜູ້ໂຊກດີໄດ້ ຮັບລົດຈັກ YAMAHA Fino ລາງວັນລະ 1 ຄັນ ຄື ນາງ ວຽງ ສະໄໝ ຫ້າທຳທະວົງ ແລະ ທ້າວ
ໄກ່ເພັດ ສີແພງ ໄຊ. ນອກນັ້ນກໍ ມີຜູ້ໄດ້ຮັບລາງວັນທີ 3 ຄອມພິວ ເຕີໂນ໊ດບຸກຮຸ່ນ Acer
Aspire 3 ລາງວັນ,ລາງວັນທີ 4 ມີ 5 ລາງ ວັນ,ຜູ້ໂຊກດີຈະໄດ້ຮັບ ເຄື່ອງຫຼິ້ນ Ipad 16 GB
ລາງວັນລະໜຶ່ງ ເຄື່ອງ, ລາງວັນທີ 5 ມີ 10 ລາງ ວັນໂທລະພາບ TOSHIBA 32
ລາງວັນໆລະເຄື່ອງ,ລາງວັນທີ 6 ມີ 20 ລາງວັນ ຜູ້ໂຊກດີຈະໄດ້ຮັບ ເສື້ອ Jacket TOYOTA
ລາງວັນໆ ລະຜືນ ແລະ ລາງວັນທີ 7 ມີ 50 ລາງວັນຜູ້ໂຊກດີໄດ້ຮັບເສື້ອ ຍືດຜູ້ລະຜືນ.
ທ່ານ ປະສາດໄຊ ພິລາພັນ ເດຊ ຜູ້ຈັດການໃຫຍ່
ບໍລິສັດ ລາວ ໂຄໂຢຕ້າ ບໍລິການຈຳກັດກ່າວ ວ່າ:ກິດຈະກຳດັ່ງກ່າວນີ້
ແມ່ນສ່ວນໜຶ່ງຂອງການສະເຫຼີມ ສະຫຼອງວັນສ້າງ ຕັ້ງບໍລິສັດ ລາວ ໂຕໂຢຕ້າ ຄົບຮອບ 20 ປີ
ແລະ ເພື່ອຄືນກຳໄລໃຫ້ລູກຄ້າ ທີ່ມາໃຊ້ ການບໍລິ ການ.ທ່ານ ປະສາດ ໄຊ ກ່າວຢ້ຳ ວ່າ:
ໂດຍລວມແລ້ວ ລາວໂຕໂຢຕ້າໄດ້ ເຕີບໃຫຍ່ຂະ ຫຍາຍຕົວຢ່າງໄວວາສະເພາະ ຍອດຈຳໜ່າຍປີຜ່ານມາມີເຖິງ
3.590 ຄັນອັນ ໄດ້ນຳລາຍຮັບ ມາສູ່ບໍລິສັດເປັນຈຳນວນບໍ່ໜ້ອຍ.
No comments:
Post a Comment