ວັນທີ 14 ມັງກອນ 2013
ຢູ່ສະມາຄົມນັກຂ່າວແຫ່ງ ສປປ ລາວ,ທ່ານນາງ ຈັນທະຈອນ ວົງໄຊ
ຮອງປະທານສະມາຄົມນັກ ທຸລະກິດແມ່ຍິງລາວ,ປະທານຄະ ນະກຳມະການຈັດງານດັ່ງ
ກ່າວໄດ້ຖະແຫຼງຕໍ່ສືມວນຊົນກ່ຽວກັບການຈັດເທສະການອາ ຫານລາວປະຈຳປີ
2013 ວ່າ: ການຈັດງານດັ່ງກ່າວນີ້ໄດ້ຈັດຂຶ້ນທຸກໆປີເຊິ່ງເປັນນີ້ກໍເປັນ
ຄັ້ງທີ 8
ແລ້ວໂດຍປີນີ້ຈະຈັດຂຶ້ນວັນທີ 23
ເຖິງ 25 ມັງກອນນີ້ຢູ່ຫໍວັດທະນະ ທຳແຫ່ງຊາດຈຸດປະສົງເພື່ອເປັນການສືບຕໍ່ຊຸກຍູ້ແລະສົ່ງເສີມທຸກໆຫົວໜ່ວຍທຸລະກິດຂອງແມ່ຍິງນັບແຕ່ການຜະລິດ,ປູກພືດກະສິກຳ,
ລ້ຽງສັດ,ປຸງແຕ່ງ,ທຸລະກິດຮ້ານອາຫານ,ຫົວໜ່ວຍຫັດຖະກຳຕ່ຳຫູກ,ທໍໄໝ,ຈາກຫຼາຍເຂດແຂວງ,
ນະຄອນຫຼວງວຽງຈັນ ແລະ ບັນ ດາແຂວງພາຍໃນປະເທດໃຫ້ໄດ້ມີໂອກາດເຕົ້າໂຮມກັນມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ,ແລກປ່ຽນບົດຮຽນເຊິ່ງກັນ,ໃນນີ້ສິ່ງສຳຄັນທາງສະມາຄົມ
ພວກເຮົາຍັງຈະໄດ້ເຊີນບັນດາປ້າອາວຸໂສ,ຜູ້ຊົງຄຸນວຸດທິ,ພະນັກງານບຳນານແລະລູກຫຼານໄດ້ພົບປະກັບນັກທຸລະກິດໜຸ່ມ,ໄດ້ເບິ່ງວິທີການປຸງແຕ່ງອາຫານລາວທຸກປະເພດທີ່ສືບທອດກັນມາເປັນເວລາຫຼາຍເຊັ່ນຄົນໃຫ້ຄົງຢູ່ກັບແມ່ຍິງລາວຕະຫຼອດໄປ.ໃນງານຄັ້ງນີ້ຈະມີຮ້ານແລະຫົວໜ່ວຍທຸ
ລະກິດເຂົ້າຮ່ວມທັງໝົດ 54 ຮ້ານໃນນີ້ມີບໍລິສັດຮັກສາຮູບຮ່າງດີ(Slim
Concept)ແລະຮ້ານອາຫານຈາກປະເທດໄທເຂົ້າຮ່ວມ 5 ຮ້ານ
,ປີນີ້ໄດ້ຈັດໃຫ້ມີຄວາມພິເສດຫຼາຍຢ່າງເປັນຕົ້ນມີຮ້ານຫັດຖະກຳປັກແສ່ວໂດຍມືຂອງເຜົ່າມົ້ງ,ພ້ອມດ້ວຍອາຫານຂອງຊົນເຜົ່າກໍຈະໄດ້ຖືກນຳມາ
ວາງສະແດງແລະຂາຍ.ນອກ ຈາກນີ້ໃນຕອນເຊົ້າຂອງວັນທີ 23
ຈະມີການແຂ່ງຂັນຕຳໝາກຫຸ່ງທີ່ໄດ້ຄັດເລືອກເອົາຮ້ານທີ່ແຊບແລະມີຊື່ສຽງມາແຂ່ງຂັນກັນ,ມີການສາທິດການເຮັດລາບທ່ີຄົນລາວມັກຫຼາຍທີ່ສຸດ.ງານດັ່ງກ່າວນີ້ໄດ້ຮັບການສະໜັບສະໜູນຈາກ
ບໍສິສັດເບຍລາວ,ບໍລິສັດລາວໂທລະຄົມ,ຮ້ານຄົວລາວ,ບໍລິສັດ Slim Concept,
ບໍລິສັດດາວເຮືອງແລະ ອົງການ SDC (ອາການ ຮ່ວມມືທາງດ້ານເສດຖະກິດສັງ
ຄົມແລະວັດທະນະທຳຈາກປະເທດສະວິດ).
No comments:
Post a Comment