ທ່ານ ຄລິສ ຄູຣຊາໂດ ກ່າວວ່າ: ເວສເຕິນ
ຢູນຽນ
ມີຄວາມພູມໃຈທີ່ໄດ້ເຮັດໜ້າທີ່ການບໍລິການໂອນເງິນດ້ວຍຄວາມສະດວກສະບາຍວ່ອງໄວຈາກຫລາຍປະເທດທົ່ວໂລກເຂົ້າມາ
ສປປ ລາວ. ຕະຫລອດໄລຍະ 10 ປີຜ່ານມາ
ເຫັນວ່າເສດຖະກິດຂອງລາວມີທ່າກ້າວດີຂຶ້ນເປັນລຳດັບ ແລະ ເວສເຕິນ
ກໍໄດ້ເປັນສ່ວນໜຶ່ງໃນການຊ່ວຍໃຫ້ລູກຄ້າຫລາຍຄົນໂອນເງິນເຂົ້າມາປະເທດລາວຈາກ
109 ປະເທດ ແລະ ເຂດການ ປົກຄອງຕ່າງໆ. ປັດຈຸບັນ,ເວສເຕິນ ຢູນຽນ ມີປະມານ 290
ໜ່ວຍບໍລິການຢູ່ທົ່ວປະເທດລາວ
ເຮົາ
ເຊິ່ງໜ່ວຍບໍລິການເຫລົ່ານີ້ຈະຢູ່ຕາມທະນາຄານ,ຫ້ອງການໄປສະ ນີ ແລະ ຮ້ານຕ່າງໆ
ແລະ ມີຈຸດບໍລິການຫລາຍກວ່າ 5 ແສນແຫ່ງ ໃນ 200 ປະເທດ ແລະ
ເຂດການປົກຄອງຕ່າງໆ.
ຮອງປະທານປະຈຳພາກພື້ນໂອເຊອານີ ແລະ ອິນດູຈີນຂອງເວສເຕິນ
ກ່າວວ່າ: ນັກທ່ອງທ່ຽວຈາກທົ່ວໂລກພວມໃຫ້ຄວາມສົນໃຈມາທ່ຽວລາວຫລາຍຂຶ້ນ,
ໃນຂະນະທີ່ຄົນລາວກໍເດີນທາງໄປທ່ຽວຕ່າງປະເທດຫລາຍຂຶ້ນ. ສະນັ້ນ
ເພື່ອສືບຕໍ່ການເປັນຜູ້ໃຫ້ບໍລິການໂອນເງິນດ່ວນໃນທົ່ວໂລກຂໍໃຫ້ຄຳໝັ້ນສັນຍາວ່າ:
ບ່ອນໃດມີຄົນລາວ ບ່ອນນັ້ນ ກໍຈະມີເວສເຕິນ.
ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ
ກ່າວວ່າ:
ການບໍລິການໂອນເງິນລະຫວ່າງປະເທດແມ່ນການບໍລິການໜຶ່ງທີ່ສຳຄັນໂດຍສະເພາະແມ່ນການໂອນເງິນດ່ວນເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ,
ນັກທຸລະກິດ, ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ. ປັດຈຸບັນ
ຕາໜ່າງການບໍລິການໂອນເງິນດ່ວນໄດ້ຂະຫຍາຍໄປເກືອບທຸກບ່ອນໃນຂອບເຂດທົ່ວປະເທດ
ເຊິ່ງສະແດງວ່າ: ການບໍລິການດັ່ງກ່າວໄດ້ເຂົ້າເຖິງລູກຄ້າຢ່າງທົ່ວເຖິງ
ແລະ ເຊື່ອໝັ້ນວ່າ: ເວສເຕິນ ຢູນຽນ ຈະສືບຕໍ່ຮ່ວມມືກັບບັນດາຕົວແທນຢູ່ລາວເພື່ອພ້ອມກັນພັດທະນາລະບົບການບໍລິການໃຫ້ທັນສະໄໝກວ່າເກົ່າ.
ໂອກາດດັ່ງກ່າວ, ບໍລິສັດ ເວສເຕິນ ຢູນຽນ
ໄດ້ມອບເງິນຈຳ ນວນ 30 ພັນໂດລາສະຫະລັດ
ເພື່ອອຸປະຖຳກອງທຶນການສຶກສາເພື່ອພັດທະນາແຫ່ງປະເທດລາວ ສຳລັບເປັນທຶນການສຶກສາໄລຍະ
4 ປີ ຈຳນວນ 100 ທຶນ ແລະ ຈັດຊື້ໜັງສືໃຫ້ຫໍສະໝຸດໂຮງຮຽນ 10
ແຫ່ງໃນທົ່ວປະເທດ. ນອກຈາກນີ້
ເພື່ອເປັນການຄືນກຳໄລໃຫ້ລູກຄ້າທີ່ໃຊ້ບໍລິການຂອງເວສເຕິນ
ຈຶ່ງໄດ້ຈັດການຈັບລາງວັນມອບເງິນສົດໃຫ້ລູກຄ້າມີມູນຄ່າຫລາຍກວ່າ 1
ຕື້ກີບ.
No comments:
Post a Comment