Ad

Ad

15 January 2013

ຕົ້ນໄມ້ມະນີໂຄດຈະຖືກເກັບຮັກສາໄວ້ຢູ່ຫໍໄຫວ້ບ້ານທ່າຄໍ້


        ຕົ້ນໄມ້ມະນີໂຄດ ເຊິ່ງປະຊາຊົນລາວເວົ້າລວມ, ເວົ້າສະເພາະຊາວ ແຂວງຈຳປາສັກ ໃຫ້ຄວາມເຄົາລົບບູຊາວ່າ:ເປັນ ຕົ້ນໄມ້ສັກສິດ ຈະຖືກເກັບຮັກ ສາໄວ້ຢູ່ຫໍໄຫວ້ ທີ່ສ້າງຂຶ້ນສະເພາະ ຢູ່ບ້ານທ່າຄໍ້ ເມືອງໂຂງແຂວງຈຳປາສັກ ຫລັງໄດ້ ນຳຂຶ້ນມາຈາກ ກາງດອນແມ່ນ້ຳຂອງເຂດຫລ່ີຜີ ໃນວັນທີ 13 ມັງກອນນີ້.
        ການນຳຕົ້ນໄມ້ມະນີໂຄດຂຶ້ນມາໄດ້ນີ້ແມ່ນຄວາມພະຍາ ຍາມຄັ້ງທີ 2 ໂດຍຄັ້ງທຳອິດໃນວັນທີ 19 ພຶດສະພາ 2012 ຫລັງເຫັນວ່າຕົ້ນໄມ້ດັ່ງ ກ່າວໄດ້ ຫັກລົ້ມລົງ.ດັ່ງນັ້ນ,ອຳນາດການປົກ ຄອງແຂວງຈຳປາສັກຈຶ່ງ ຢາກເກັບຮັກສາ ຕົ້ນໄມ້ນີ້ໄວ້ ຈຶ່ງໄດ້ວາງແຜນກອບກູ້ເອົາຕົ້ນໄມ້ດັ່ງກ່າວຂຶ້ນມາ ໂດຍໃຊ້ເຮືອບິນ ເຮລິກອບແຕປະເພດ KA32T ຂອງກອງທັບອາກາດ ພ້ອມກັບຢ່ອນເຈົ້າໜ້າທີ່ 2 ຄົນລົງໄປເກັບກູ້ຕົ້ນໄມ້, ແຕ່ວ່າບໍ່ສາ ມາດເອົາຂຶ້ນມາໄດ້ ຍ້ອນວ່າເວ ລານັ້ນເປັນໄລຍະລະດູຝົນ ເຮັດໃຫ້ມີນ້ຳໄຫລແຮງ. ດັ່ງນັ້ນ,ເຈົ້າ ໜ້າທີ່ຈຶ່ງໄດ້ໃຊ້ເຊືອກມັດໄວ້ ເພື່ອລໍຖ້າໃຫ້ນ້ຳລົງຈຶ່ງກອບກູ້ໃໝ່. ມາຮອດວັນທີ12 ມັງກອນນີ້,ການເກັບ ກູ້ຕົ້ນໄມ້ດັ່ງກ່າວຈຶ່ງເລີ່ມຂຶ້ນ ໂດຍໃຊ້ເຮືອບິນດັ່ງກ່າວຂອງກອງທັບອາກາດຕື່ມອີກໂດຍມີເຈົ້າໜ້າທີ່ 4 ຄົນ
ໄປປະຕິບັດໜ້າ ທີ່ຢູ່ດອນນ້ອຍຫົວເຫວ ເພື່ອໃຊ້ໝາກລໍ້ດຶງເອົາປາຍ ແລະ ລຳຕົ້ນ ຂອງຕົ້ນໄມ້ມະນີໂຄດ ຂຶ້ນມາໃຫ້ຫວິດໜ້ານ້ຳ ຈຶ່ງຈະສາມາດໃຊ້ຍົນໄປດຶງເອົາຂຶ້ນມາໄດ້,ແຕ່ໃນມື້ນັ້ນ ບໍ່ສາມາດດຶງລຳຕົ້ນໄມ້ມະ ນີໂຄດຂຶ້ນຈາກໜ້ານ້ຳໄດ້ຈົນມາຮອດເຊົ້າວັນທີ 13 ມັງກອນນີ້ ຈຶ່ງໄດ້ເລີ່ມປະຕິບັດງານອີກເທື່ອໃໝ່ ໂດຍເລີ່ມແຕ່ເວລາ 8 ໂມງເຊົ້າ ເຮືອບິນໄດ້ຢ່ອນເຈົ້າໜ້າທີ່ລົງສູ່ດອນນ້ອຍນັ້ນຕື່ມອີກເພື່ອດຶງລຳ ຕົ້ນໄມ້ມະນີໂຄດຈາກແລວນ້ຳໃຫ້ຂຶ້ນມາວາງຢູ່ເທິງດອນນ້ອຍ, ແຕ່ດ້ວຍຄວາມຫຍຸ້ງຍາກລຳ ບາກໃນການ ໃຊ້ໝາກລໍ້ດຶງ ຈຶ່ງເຮັດໃຫ້ການກອບກູ້ແກ່ຍາວມາຮອດຕອນບ່າຍຍ້ອນນ້ຳໜັກຂອງຕົ້ນໄມ້ເກີນກຳລັງຍົກ ຂອງຍົນ,ຄະນະກຳມະການ ແລະ ຜູ້ປະຕິບັດການກອບກູ້ຈຶ່ງໄດ້ຕັດສິນໃຈໃຊ້ເລື່ອຍສະຕິນຕັດເປັນ 3 ທ່ອນ ເພື່ອສະດວກໃນການໃຊ້ຍົນຍົກເອົາຂຶ້ນ.
       ຮອດເວລາ 13 ໂມງ,ນັກບິນຈຶ່ງໄດ້ນຳຍົນຂຶ້ນໄປດຶງເອົາທ່ອນ ກົກມີຄວາມຍາວ 3,50 ແມັດ, ໜ້າຕັ້ງ 64 ຊັງຕີແມັດ, ໜັກປະມານ 1.900 ກິໂລ,ທ່ອນກາງມີຄວາມຍາວ 4,75 ແມັດ, ໜ້າຕັ້ງ 41 ຊັງຕີແມັດ, ໜັກ 900 ກິໂລ ແລະ ທ່ອນປາຍຍາວ 0,616 ແມັດ, ໜ້າຕັ້ງ 35 ຊັງຕີແມັດ, ໜັກ 1.000 ກິໂລ. ທ່ານ ວັງແກ້ວ ໄຊຍະລາດ ຄະນະກຳມະການກອບກູ້ ກ່າວວ່າ: ການກອບກູ້ເອົາໄມ້ມະນີໂຄດຂຶ້ນ ມາວາງໄວ້ຢູ່ຫໍພິພິຕະ ພັນເພື່ອບູຊາໃນເທື່ອນີ້ໃຊ້ເວລາທັງໝົດ 2 ຊົ່ວໂມງກັບ 15 ນາທີ ລວມຄວາມຍາວຂອງລຳຕົ້ນໄມ້ມະນີໂຄດທັງ 3 ທ່ອນ 14,65 ແມັດ, ມີບໍລິມາດທັງໝົດ 2.369 ແມັດກ້ອນ,ໜັກ 2.800 ກິໂລ.
        ທ່ານ ດຣ. ບຸນຖອງ ດີວິໄຊ ຮອງເຈົ້າແຂວງຈຳປາສັກ ໃຫ້ສຳພາດວ່າ: ພາລະກິດການກອບກູ້ເອົາ ຕົ້ນໄມ້ມະນີໂຄດໃນເທື່ອນີ້ ສຳເລັດຜົນຢ່າງຈົບງາມ ໂດຍການຕິດຕາມຢ່າງໃກ້ຊິດ ຂອງຄະ ນະກຳມະການກອບ ກູ້ລວມທັງເສນາທິການຝ່າຍກອງທັບ ເຊິ່ງໃນແຜນການເບື້ອງຕົ້ນນັ້ນ ໄດ້ກຳນົດວ່າຈະໃຫ້ສຳເລັດໃນມື້ ດຽວ ຄືວັນທີ 12 ມັງກອນ, ແຕ່ເມື່ອປະຕິບັດຕົວຈິງແລ້ວເກີດ ມີຄວາມຫຍຸ້ງຍາກຫລາຍຢ່າງ ເພາະສະຖານທີ່ເປັນ ຫົວເຫວນ້ຳຕົກຕາດ ທັງກະແສນ້ຳໄຫລແຮງ,ແຕ່ພວກເຮົາ ກໍສາມາດກອບກູ້ຕົ້ນໄມ້ມະນີ ໂຄດຂຶ້ນມາ ໄດ້ໃນມື້ທີສອງ ແລະ ໃນອະນາຄົດອັນໃກ້ນີ້ ຈະສ້າງຫໍພິພິທະພັນ ຫລື ຫໍປະ ດິດສະຖານໄມ້ມະນີໂຄດ ເພື່ອໃຫ້ນັກທ່ອງທ່ຽວ ແລະ ປະຊາຊົນທົ່ວໄປໄດ້ເຂົ້າມາສັກກາລະບູຊາ ເຊິ່ງຫໍໄຫ້ວນີ້ຈະສ້າງໃຫ້ສຳເ ລັດກ່ອນບຸນປີໃໝ່ລາວທີ່ຈະມາເຖິງ ແລະ ຈະມີພິທີເຮັດບຸນປາງໃຫຍ່ຂຶ້ນໃນທຸກໆປີໃຫ້ກາຍ ເປັນບຸນປະ ເພນີປີທ່ອງທ່ຽວທີ່ຍິ່ງໃຫຍ່ໃນອະນາຄົດ.ນອກນັ້ນ ທ່ານຍັງໄດ້ສະແດງທັດສະນະວ່າ: ຄືດັ່ງທີ່ພວກເຮົາ ໄດ້ຮັບຮູ້ມາແລ້ວນັ້ນ ຕົ້ນໄມ້ມະນີໂຄດເປັນຕົ້ນໄມ້ສັກສິດຕາມການເລົ່າຂານກັນມາ ເຊິ່ງມີຕຳນານວ່າເກີດ ຂຶ້ນມາໃນສະໄໝກ່ອນພຸດທະການຈົນໃນປັດຈຸບັນນີ້ມີຄົນໃຫ້ສາຍານາມວ່າ: ຄອນພະເພັງເປັນໄຂ່ມຸກ ແຫ່ງແມ່ນ້ຳຂອງ ແລະ ຢູ່ຄອນພະເພັງກໍມີຕົ້ນໄມ້ມະນີໂຄດເປັນສິ່ງດຶງດູດໃຫ້ຄົນ ເຂົ້າມາທ່ຽວຊົມເພາະໃນປັດຈຸບັນນີ້,ທົ່ວໂລກມີຢູ່ເມືອງລາວແຫ່ງນີ້ແຫ່ງດຽວ.


No comments:

Post a Comment