Ad

Ad

15 January 2013

ຄະນະປະຈຳສະພາແຫ່ງຊາດພິຈາລະນາບັນຫາສຳຄັນຕ່າງໆປະຈຳເດືອນມັງກອນ


         ກອງ​ປະຊຸມ​ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ​ປະ​ຈຳ​ເດືອນ​ ມັງກອນ 2013 ຈັດ​ຂຶ້ນ​ແຕ່ວັນ​ທີ 14-15 ມັງກອນ 2013ຢູ່ຫໍ​ສະພາ​ແຫ່ງ​ຊາດ​ເພື່ອ​ພິຈາລະ ນາ​ບັນຫາ​ສຳຄັນ​ຕ່າງໆ ​ໂດຍ​ການ​ເປັນ​ປະທານຂອງ​ທ່ານ ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ,ມີ​ກຳມາ​ທິການຕ່າງໆພາຍ​ໃນສະພາ​ແຫ່ງ​ຊາດ​ເຂົ້າ​ຮ່ວມ.
        ໃນ​ວາລະຂອງ​ກອງ​ປະຊຸມ​ ໄດ້​ຮັບ​ຟັງ​ການ​ລາຍ​ງານຂອງ​ຄະນະ​ກຳມາ​ທິການ​ ໃນ​ການ​ຮຽບຮຽງ​ກົດໝາຍ​ທີ່​ຮັບຮອງ​ເອ​ົາ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ​ແລະ ລາຍ​ງານ​ຄວາມ​ພ້ອມ​ຂອງ​ຮ່າງ​ກົດໝາຍ​ທີ່​ຈະ ນຳ​ເຂົ້າ​ພິຈາລະນາ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທື່ອ​ທີ 5 ຂອງ​ສະພາ​ແຫ່​ຊາດ, ຄວາມ​ຄືບໜ້າ​ຂອງ​ໂຄງການ​ປຸກ​ສ້າງ​ໂຮງຮຽນ​ມັດທະຍົມ​ຢູ່​ເມືອງ​ສັງ​ທອງ ນະຄອນຫລວງ​ວຽງ​ຈັນ​ ໂດຍ​ທຶນ​ຊ່ວຍ​ເຫລືອ​ຈາກ​ວັດ​ບ່າຍ​ດິງ ສ.ສ.ຫວຽດນາມ, ການ​ຕິດຕາມ​ກວດກາ​ແຜນ MDGs ຂົງ​ເຂດ​ການ​ສຶກສາ​ ໂດຍ​ເລັ່ງ​ໃສ່​ການ​ສຶກສາ​ໄລຍະ II, ການ​ຕິ​ດຕາມກວດກາ​ເລື່ອງ​ການ​ເຄື່ອນ​ຍ້າຍ​ແຮງ​ງານ, ການ​ຄ້າ​ມະນຸດ ​ແລະ
ການ​ປະຕິບັດ​ນະ​ໂຍບາຍ​ຕໍ່​ຜູ້​ມີ​ຜົນງານ ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ, ພິຈາລະນາ​ການ​ຍ້ອງຍໍ​ການ​ນຳ ​ແລະ ພະນັກ ງານ​ຂອງ​ສະພາ​ແຫ່ງ​ຊາດ ສສ ຫວຽດນາມ​ທີ່​ມາ​ຊ່ວຍ​ເຫລືອ​ສະພາ​ແຫ່ງ​ຊາດລາວ ​ຈັດ​ກອງ​ປະຊຸມ​ການ​ເປັນ​ຄູ່​ຮ່ວມ​ລັດຖະສະພາ​ອາຊີ-​ເອີ ຣົບ (ASEP-7), ຕິດຕາມ​ການ​ຊ່ວຍ​ເຫລືອກ​ວດກາ​ການ​ຊ່ວຍ​ເຫລືອລ້າ ​ແລະ ກູ້​ຢືມ​ຈາກ ສສ ຫວຽດນາມ ​ແລະ ສປ ຈີນ ​ໃນ​ຂົງ​ເຂດ​ໄຟຟ້າ ​ແລະ ບໍ່​ແຮ່, ຜ່ານ​ແຜນ​ດຳ​ເນີນ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ກຳມາ​ທິການ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ​ ປະ​ຈຳ 2013 ​ໃນ​ລະ ຫວ່າງ​ວັນ​ທີ 23-26 ມັງກອນ 2013 ຢູ່​ແຂວງ​ວຽງ​ຈັນ, ຂໍ​ອະນຸມັດ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂອງ 3 ກຳມາ​ທິການ ປກຊ-ປກສ ລະຫວ່າງ ລາວ, ຫວຽດນາມ ​ແລະ ກຳ​ປູ​ເຈ້ຍ ​ໃນ​ລະຫວ່າງ​ກາງ​ເດືອນ ມີນາ 2013 ຢູ່ ສສ ຫວຽດນາມ, ຜ່ານ​ຮ່າງ​ມະຕິ​ຕົກລົງ​ຂອງ​ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ ວ່າ​ດ້ວຍ​ການ​ພົວພັນ​ວຽກ​ງານ​ລະຫວ່າງ​ກຳມາ​ທິການ​ບັນດາ​ເ​ຜົ່າກັບ​ຂະ​ແໜງ​ການ-ອົງ ການ​ທີ່​ກ່ຽວຂ້ອງ, ສະ​ເໜີ​ຂໍ​ຄຳ​ເຫັນ​ສື​ບຕໍ່​ຄົ້ນ​ຄວ້າ​ຄຳ​ສະ​ເໜີ​ຂອງ​ປະຊາຊົນ ​ກ່ຽວ​ກັບ​ຊື່​ເອີ້ນ​ຊົນ​ເຜົ່າ​ຈຳນວນ​ໜຶ່ງ, ວຽກ​ງານ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ, ການ ຈັດ​ສັນ​ທີ່​ຢູ່​ອາ​ໄສ​ໃຫ້​ປະຊາ ຊົນ, ຜົນ​ສຳ​ເລັດ​ວຽກ​ງານ​ໂຄງການ​ຊ່ວຍ​ເຫລືອ​ຈາກ​ສະ ມາຄົມ​ເຢຍລະ​ມັນ-ລາວ​ເພື່ອ​ການ​ພັດທະນາ, ຄວາມ​ຄືບ​ໜ້າ​ໂຄງການ​ປຸກ​ສ້າງ​ຫໍ​ສະພາ​ແຫ່ງ​ຊາດ​ຫລັງ​ໃໝ່, ການສະ​ເໜີ​ຂໍ​ຍົກ​ເວັ້ນຄ່າ​ພາສີ-ອາກອນ​ໃຫ້​ແກ່​ໂຄງການ​ໄຟຟ້າຈຳ ນວນ​ໜຶ່ງ, ​ແຜນການ​ຕິດຕາມ​ກວດກາ​ຂອງ​ບັນດາ​ກຳມາ​ທິການ ​ແລະ ການ​ປະ​ເມີນ​ຜົນ​ການຈັດ​ຊຸດ​ອົບຮົມ​ໃຫ້​ແກ່​ພະ ນັກງານ​ວິຊາ​ການຫ້ອງ​ວ່າ ການ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 1.

No comments:

Post a Comment