Ad

Ad

16 January 2013

ໂຮງຫມໍ 103 ກອງທັບ ສຳ​ເລັດ​ການຜ່າຕັດ​ຄໍຫນຽງ​ຍັກ



      ໃນຕົ້ນເດືອນມັງກອນປີ 2013 ໂຮງຫມໍ 103 ກອງທັບປະຊາຊົນລາວ ໄດ້ຮັບ ແລະ ປິ່ນປົວ ຄົນເຈັບກໍລະ ນີພິເສດຜູ້ຫນຶ່ງທີ່ຊື່ ວ່າ : ລຸງ ຝາແຢ້ຊົ່ງ ອຳພູ ອາຍຸ 53 ປີ, ປະຊາຊົນເຜ່ົາມົ້ງ ຢູ່ບ້ານພູ ກະທະ ເມື່ອງຮົ່ມ ແຂວງ ວຽງຈັນ   ໂດຍຜູ້ກ່ຽວເປັນພະຍາດຄໍໜຽງ  ໃຫຍ່ມາໄດ້ ຫລາຍສິບປີແລ້ວ ຫລື ສັບການແພດເອີ້ນວ່າ : “ ຄໍໜຽງ ຍັກ ( Giant goiter ).
       ໄລຍະຜ່ານມາຜູ້ກ່ຽວໄດ້ໄປ ກວດ ແລະ ປິ່ນປົວຢູ່ໂຮງຫມໍ ໃຫຍ່ຫລາຍແຫ່ງ ແຕ່ແພດຫມໍບໍ່ ກ້າ ຕັດສິນໃຈ ຜ່າຕັດໃຫ້ຍ້ອນມີຄວາມສ່ຽງສູງ, ຈຶ່ງຕັດສິນໃຈ ກັບບ້ານໄປຊອກປິ່ນປົວດ້ວຍຢາພື້ນເມືອງ ແລະ ອາໄສດ້ານໄສ ຍະສາດອື່ນໆ ແຕ່ກໍບໍ່ໄດ້ຮັບຜົນ, ກົງການຂ້າມຄໍໜຽງໃຫຍ່ຂຶ້ນເລື້ອຍໆ
ພ້ອມກັບມາອີກການຫາຍໃຈລຳບາກ, ກິນ, ດື່ມຍາກ, ຮ່າງ ກາຍນັບມື້ອ່ອນເພຍ ແລະ ຊຸດໂຊມລົງ.
        ພາຍຫລັງມີຄົນຮູ້ຈັກ ໄດ້ ແນະນຳຂອງຫມູ່. ເມື່ອໄປຮອດ ພະແນກຜ່າຕັດຜົ້ງເອິກ ( ກ 5 ) ໂຮງຫມໍ 103 ກອງທັບ ທ່ານຫມໍ ໄດ້ກວດກາລະອຽດຖີ່ຖ້ວນ, ຕີ ລາຄາຮອບດ້ານຈຶ່ງໄດ້ຕົກລົງ ຮັບຄົນເຈັບເຂົ້າມານອນປິ່ນປົວ ແລະ ກະກຽມຜ່າຕັດ.
     ພາຍຫລັງໄດ້ກວດກາດ້ານ ຮ່າງກາຍ ແລະ ວິເຄາະຄົບຊຸດ ເຫັນວ່າຢູ່ໃນຂອບເຂດປົກກະຕິ ແຕ່ເຫັນວ່າຢູ່ຮູບ ລັງສີເຂດຄໍ ເຫັນ ກ້ອນຫນຽງໃຫຍ່ຍູ້ຫລອດລົມໄປ ດ້ານຊ້າຍຫລາຍ, ຫລອດລົມຕີບ ແຄບພໍສົມຄວນ. ຖ້າບໍ່ ໄດ້ແກ່ໄຂ ໄວຈະມີອັດຕາສ່ຽງເຮັດໃຫ້ຄົນ ເຈັບຫາຍໃຈບໍ່ໄດ້, ດັ່ງນັ້ນ, ທາງ ພະແນກ ກ 5 ໄດ້ລາຍງານໃຫ້ ທາງຄະນະອຳນວຍການດ່ວນ ແລ້ວຮຽກວິຊາການມາປະຊຸມ ປຶກສາຫາລື ໃນເວລາ 14:00 ໂມງ ຂອງວັນທີ 8/1/2013 ໂດຍ ເປັນປະທານຂອງ ດຣ ສຸລິພັນ ເພັດຈັນທະລາ ຄະນະອຳນວຍ  ການໂຮງຫມໍ, ຫົວຫນ້າຫນ່ວຍ ງານຜ່າຕັດຂອງໂຮງຫມໍ, ມີຫົວ ຫນ້າພະແນກປິ່ນ-ຫ້ອງບໍລິຫານ ການແພດ, ພະແນກວາງຢາສະ ຫລົບ, ບັນດາທ່ານຫມໍຜ່າຕັດພະ ແນກ ກ 5 ເຂົ້າຮ່ວມ. ກອງປະຊຸມ ໄດ້ຕົກລົງເປັນເອກະພາບຕ້ອງ ຜ່າຕັດແກ້ໄຂດ່ວນ ( ຖ້າຊັກຊ້າຈະ ມີປັດໄຈສ່ຽງຂົ່ມຂູ່ທາງເດີນ ຫາຍໃຈ ) ແລະ ກໍໄດ້ຍົກເຖິງບັນ ຫາອຸປະຕິເຫດ ຫລື ອາການສົນ ທີ່ດອາດຈະເກີດຂຶ້ນ ເຊິ່ງອາດຈະ ເຮັດໃຫ້ຄົນເຈັບເສຍຊີວິດໄດ້.
      ການຜ່າຕັດໄດ້ດຳເນີນເວລາ 9:00 ໂມງ ຂອງວັນທີ 9/1/2013 ໂດຍ ດຣ ສຸລິພັນ ເພັດຈັນທະລາ ຄະນະອຳ ນວຍການໂຮງຫມໍ 103 ເປັນຜູູ້ຊີ້ນຳໂດຍກົງ ແລະ ຮອບດ້ານ ພ້ອມກັບບັນດາທ່ານ ຫມໍຜ່າຕັດຂອງພະແນກ ຜ່າຕັດຜົ້ງ ເອິກຄໍຫນຽງ ( ກ 5 ) ການຜ່າຕັດ ໄດ້ດຳເນີນຢ່າງຂຸ້ນຂ້ຽວເຄັ່ງ ຮ້ອນ ແລະ ມີເຕັກນິກທີ່ເຫມາະສົມ ໂດຍເລັ່ງໃສ່ແກ້ໄຂປົດປ່ອຍ ຫລອດລົມອອກຈາກການຫນີບ ເຕັງຂອງກ້ອນຫນຽງກ່ອນ ຈິ່ງ ຕັດຫນຽງອອກ ຫມົດຕາມຫລັງ. ດ້ວຍຄວາມຕັດສິນໃຈອັນສູງສົ່ງ ຂອງບັນດາທ່ານຫມໍທີ່ຫມູນໃຊ້ ບົດຮຽນ, ປະສົບການຂອງຕົນ ກອບກູ້້ເອົາຊີວິດຂອງຄົນເຈັບ ລາຍນີ້ ຜ່ານການຜ່າຕັດເປັນເວ ລາ 90 ນາທີ ກໍສາມາດແກ້ໄຂກໍລະນີດັ່ງກ່າວ ໄດ້ຢ່າງຫນ້າຊື່ນ ຊົມ ໃນເວລາຜ່າຕັດບໍ່ມີອຸປະຕິ ເຫດຫຍັງເກີດຂຶ້ນ. ພາຍຫລັງ ຜ່າຕັດຄົນເຈັບໄດ້ຮັບການຕິດ ຕາມຢ່າງໃກ້ຊິດ, ບໍ່ມີອາການສົນ ເກີດຂຶ້ນ ແລະ ອາການຄົນເຈັບກໍ ດີຂຶ້ນທຸກມື້.
       ນີ້ແມ່ນຫນຶ່ງໃນຫລາຍໆກໍ ລະນີທີ່ໂຮງຫມໍ 103 ກອງທັບປະ ຊາຊົນລາວໄດ້ປະກອບສ່ວນໃນ ໃນການຈັດຕັ້ງ ປະຕິບັດນະໂຍ ບາຍຂອງພັກ-ລັດ ຕໍ່ກັບປະຊາຊົນບັນດາເຜ່ົາ ປະກອບສ່ວນໃນ ການຮັກສາ ແລະ ເສີມຂະ ຫຍາຍມູນເຊື້ອລະຫວ່າງກອງທັບກັບປະຊາຊົນຄືປາກັບນ້ຳ, ຫມາກ ຜົນດັ່ງກ່າວໄດ້ນຳເອົາຄວາມປື້ມປິຕິຍິນດີມາ ໃຫ້ແກ່ຄົນເຈັບ ແລະ ຍາດພີ່ນ້ອງຂອງຜູ້ກ່ຽວຢ່າງລົ້ນ ເຫລືອ.
ຂອບໃຈຂໍ້ມູນຈາກ : ຫນັງສືພິມ ກອງທັບປະຊາຊົນລາວ ສະບັບວັນທີ 15 ມັງກອນ 2013.

No comments:

Post a Comment