Ad

Ad

16 January 2013

ການສ້າງເສັ້ນທາງນາແພງ-ວັງ ເຮືອ-ນ້ຳເລິກ ຄືບຫນ້າປະມານ 30%



    ຈາກການລົງຕິດຕາມກວດກາ ການທະລຸ ແລະ ຍົກລະດັບເສັ້ນ ທາງນາແພງ-ວັງເຮືອ-ນ້ຳເລິກ ແຕ່ເມືອງທຸລະ ຄົມ-ເມືອງຮົ່ມ ແຂວງວຽງຈັນ ຂອງທ່ານ ສົມ ມາດ ພົນເສນາ ລັດຖະມົນຕີວ່າ ການກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຄຳເມິງ ພົງທະດີ ເຈົ້າແຂວງວຽງຈັນ ແລະ ທ່ານ ພົນຈັດຕະວາ ສຸວອນ ເລືອງບຸນມີ ຫົວໜ້າກົມ ໃຫຍ່ເສນາທິການ ກອງທັບ ພ້ອມດ້ວຍຄະນະ ໃນ ວັນທີ 13 ມັງກອນນີ້ ໂດຍໄດ້ຮັບ ຟັງການລາຍງານຈາກທ່ານ ພຸດ ສະດຸ ອິນທະວົງ ປະທານກຸ່ມບໍລິ ສັດມາລີນີຈຳກັດ ໃນນາມຜູ້ຮັບ ເໝົາກໍ່ສ້າງ ໃຫ້ຮູ້ວ່າ: ການທະລຸ ແລະ ຍົກລະດັບເສັ້ນທາງນາ ແພງ-ວັງເຮືອ-ນ້ຳເລິກ ໄດ້ດຳ ເນີນມາແຕ່ປີ 2009 ເຊິ່ງແມ່ນ ແຂວງວຽງຈັນເປັນເຈົ້າຂອງ ໂຄງການ ແລະ ມາໃນປີ 2010 ໄດ້ຖືກໂອນໃຫ້ກະຊວງປ້ອງກັນ ປະເທດເປັນເຈົ້າຂອງໂຄງການ ເພາະເສັ້ນທາງ ດັ່ງກ່າວເປັນເສັ້ນ ທາງຍຸດທະສາດຮັບໃຊ້ເຂົ້າໃນ ວຽກງານ ປກຊ-ປກສ; ເສັ້ນທາງ ດັ່ງກ່າວມີຄວາມຍາວ 60 ກິໂລ ແມັດ, ມີມູນຄ່າກໍ່ສ້າງປະມານ 200 ຕື້ກວ່າກີບ, ໄລຍະການກໍ່ ສ້າງ 3 ປີໃຫ້ສຳເລັດ ໂດຍແມ່ນບໍ ລິສັດເປັນຜູ້ລົງ
ທຶນກ່ອນ ແລະ ລັດ ຈະຊຳລະຄືນພາຍໃນກຳນົດ 6 ປີ. ມາຮອດປັດຈຸບັນມີຄວາມຄືບໜ້າປະມານ 30% ຂອງໜ້າວຽກທັງ ໝົດ ເປັນຕົ້ນວຽກງານສຳຫລວດ ແຕ່ກິໂລແມັດ 0-59 ສຳເລັດ 100%, ວຽກງານອອກແບບ ແຕ່ ກິໂລແມັດທີ 0-59 ສຳເລັດ 92%, ວຽກງານຕັດດິນ ແຕ່ກິໂລແມັດ 26-44 ປະຕິບັດໄດ້ 43%, ວຽກລະ ເບີດຫີນ ແຕ່ກິໂລແມັດ 26-47 ປະ ຕິບັດໄດ້ 71%, ວຽກຖົມດິນ ແຕ່ກິ ໂລແມັດ 26-37 ປະຕິບັດ 36%, ວຽກງານຊັ້ນວັດ ສະດຸຄັດເລືອກ ແຕ່ກິໂລແມັດ 26-36 ປະຕິບັດໄດ້ 12%, ວຽກງານຊັ້ນຮອງພື້ນທາງ ແຕ່ກິໂລແມັດ 28-34 ປະ ຕິບັດໄດ້ 7%, ວຽກງານກໍ່ສ້າງລະບົບລະ ບາຍນ້ຳ, ມີການກໍ່ສ້າງທໍ່ກົມຟີ 80 ມີ 7 ແຫ່ງ, ຍາວ 68 ແມັດ ປະ ຕິບັດ ໄດ້ 8%, ກໍ່ສ້າງທໍ່ກົມຟີ 100 ມີ 12 ແຫ່ງ ຍາວ 118 ແມັດ ປະຕິ ບັດໄດ້ 26%, ທໍ່ສີ່ຫລ່ຽມ 2 (3 x 3 ແມັດ) ຍາວ 16 ແມັດ ປະຕິບັດໄດ້ 8%. ປະທານກຸ່ມບໍລິສັດມາລີນີ ຈຳກັດ ກ່າວອີກວ່າ: ການຍົກລະ ດັບໜ້າທາງ ແຕ່ກິໂລ ແມັດທີ 0- 47 ຈະໃຫ້ສຳເລັດ 100% ໃນ ເດືອນພຶດສະພາ 2013 ທີ່ຈະເຖິງ ນີ້, ສ່ວນການປູຢາງໃນຄວາມ ຍາວ 60 ກິໂລແມັດ ຈະໄດ້ວາງ ແຜນໃນປີຕໍ່ໄປ.
     ທ່ານ ບຸນທະວີ ໂພໄຊ ຮອງ ຫົວໜ້າພະແນກຂົວ-ທາງ ກົມ ຊ່າງແສງ ກະຊວງປ້ອງກັນປະ ເທດ ທັງເປັນຄະ ນະຮັບຜິດຊອບ ກວດກາການກໍ່ສ້າງທາງດັ່ງ ກ່າວ ເວົ້າວ່າ: ເສັ້ນທາງດັ່ງກ່າວ ມີຄວາມສຳຄັນຫລາຍ ເພາະເປັນ ເສັ້ນທາງຍຸດທະສາດ ສາມາດ ຮັບໃຊ້ເຂົ້າໃນວຽກງານ ປກຊ- ປກສ ໄດ້. ອີກດ້ານໜຶ່ງ ເພື່ອເປັນ ການພັດທະ ນາພື້ນຖານໂຄງລ່າງ ຮັບໃຊ້ປະຊາຊົນຢູ່ຕາມແລວທາງ ດັ່ງກ່າວ ເຊິ່ງປະກອບມີ 5 ບ້ານ ທັງເປັນການປົກ ປັກຮັກ ສາຊັບພະ ຍາກອນທຳມະຊາດເຊັ່ນ: ປ່າໄມ້, ສັດປ່າ ແລະ ອື່ນໆ ເຮັດໃຫ້ອ້າຍນ້ອງປ້ອງກັນປ່າສະຫງວນ ພູເຂົາຄວາຍມີການໄປ-ມາທີ່ສະດວກ ແລະ ເຮັດສຳເລັດໜ້າທີ່ທີ່ໄດ້ຮັບ ມອບໝາຍ, ຖ້າຫາກການກໍ່ສ້າງ ສຳເລັດຈະເຮັດໃຫ້ເສັ້ນທາງດັ່ງ ກ່າວກາຍເປັນເສັ້ນທາງເຊື່ອມຕໍ່ ລະຫວ່າງແຂວງບໍລິຄຳໄຊ- ແຂວງວຽງຈັນ-ນະ ຄອນຫລວງ. ອີກຢ່າງໜຶ່ງ ຈະເຮັດໃຫ້ການເດີນ ທາງແຕ່ທາງເລກທີ 13 ໃຕ້ ຫາ 13 ເໜືອ ມີໄລຍະທາງສັ້ນເຂົ້າ ກວ່າເກົ່າ ແລະ ປະຢັດເວລານຳອີກ.

No comments:

Post a Comment