ການກໍ່ສ້າງເສັ້ນທາງ ສວນມອນ-ດອນນົກຂຸ້ມ-ດົງສະຫວາດ-
ສ້າງເຫວີຍ-ຈອມເພັດ ມີຄວາມ ຍາວ 8 ກິໂລແມັດ, ກວ້າງ 11 ແມັດ ປະຈຸບັນ ປະຕິບັດໄດ້ແລ້ວ
40% ແລະ ມີກຳນົດການກໍ່ສ້າງ 24 ເດືອນ, ມູນ ຄ່າ ການກໍ່ສ້າງ ທັງໝົດ 18 ລ້ານ ໂດລາສະຫະລັດ
ຄາດວ່າຈະສຳ ເລັດ ໃນເດືອນກໍ ລະກົດ 2013 ນີ້.
ທ່ານ
ມານະຈິດ ຟອງສຸວັນ ປະທານບໍລິສັດເອເຊຍຮ່ວມພັດ ທະນາກໍ່ສ້າງ-ຂົວທາງ ແລະ ເຄ ຫາຈຳກັດ
ໄດ້ໃຫ້ສຳພາດຕໍ່ ນັກ ຂ່າວປະເທດ ລາວ ໃນວັນທີ 14 ມັງກອນນີ້ວ່າ: ການກໍ່ສ້າງເສັ້ນ ທາງສວນມອນ-ດອນ
ນົກຂຸ້ມ-ດົງສະຫວາດ-ສ້າງເຫວີຍ-ຈອມເພັດ ແມ່ນໄດ້ລົງມືກໍ່ສ້າງມາແຕ່ກາງ ເດືອນສິງຫາ
2011 ຜ່ານມາ, ປະ ຈຸບັນ ປະຕິບັດໄດ້ 40%, ໃນນີ້ ວຽກເບຕົງ ສຳເລັດແລ້ວ 2 ກິໂລ ແມັດ, ຄິດເປັນ
25%, ວຽກໜ້າດິນ 50%,
ວຽກຮ່ອງລະບາຍນ້ຳ 80% ແລະ ວຽກຍົກ ຍ້າຍສິ່ງກີດຂວາງ 95%, ເສັ້ນທາງດັ່ງກ່າວ
ມີຄວາມ ຍາວ 8 ກິໂລແມັດ, ກວ້າງ 11 ແມັດ, ບໍລິສັດຮ່ວມພັດທະນາເອ ເຊຍ ກໍ່ສ້າງຂົວທາງ ແລະ
ເຄຫາ ສະຖານຈຳກັດ ເປັນ ຜູ້ຮັບເໝົາ, ພະແນກໂຍທາທິການ ແລະ ຂົນ ສົ່ງ ນະຄອນ ຫລວງວຽງຈັນ ເປັນເຈົ້າຂອງໂຄງການ,
ກຳນົດການກໍ່ສ້າງ 24 ເດືອນ, ມູນຄ່າ ການກໍ່ສ້າງທັງໝົດ 18 ລ້ານ ໂດ ລາສະຫະລັດ ໂດຍທຶນມອບເໝົາ
ໃຫ້ບໍລິສັດຈ່າຍ ກ່ອນ ແລະ ນະ ຄອນຫລວງວຽງຈັນ ຈະຈ່າຍຄຶນ ພາຍໃນ 5 ປີ.
ທ່ານ ມານະຈິດ ຟອງສຸວັນ ໃຫ້ທັດສະນະວ່າ: ສະພາບການ
ກໍ່ສ້າງເຫັນວ່າ ໜ້າວຽກຕ່າງໆຍັງຊັກຊ້າ ເພາະວ່າການລົງມືກໍ່ສ້າງ ໃນໄລຍະຜ່ານມາ
ແມ່ນຢູ່ໃນລະຫ່ວາງລະດູຝົນ, ປະກອບກັບເສັ້ນທາງຕ່ຳຕ້ອງ ໄດ້ຖົມດີນ ຂຶ້ນສູງ. ສະນັ້ນ
ຈຶ່ງເຮັດໃຫ້ໜ້າ ວຽກຕ່າງໆບໍ່ສາມາດໄປຕາມທີ່ ຄາດໄວ້, ພ້ອມທັງການຍົກຍ້າຍສິ່ງກີດຂວາງ
ກໍມີອຸປະສັກຫລາຍ, ແຕ່ເຖິງຢ່າງໃດກໍຕາມທ່ານປະ ທານບໍລິສັດດັ່ງກ່າວ ກໍໄດ້ຢືນຢັນວ່າ:
ການກໍ່ສ້າງເສັ້ນທາງດັ່ງ ກ່າວຈະໃຫ້ສຳເລັດ ໃນ ເດືອນກໍລະກົດ 2013 ນີ້ ຕາມສັນຍາທີ່ກຳນົດໄວ້ຢ່າງແນ່ນອນ.
No comments:
Post a Comment