Ad

Ad

16 January 2013

ສື່ມວນຊົນແລກປ່ຽນຂໍ້ມູນຂ່າວສານຜ່ານລະບົບອິນເຕີເນັດຂອງສຳນັກຂ່າວສານປະເທດລາວ



         ຕອນເຊົ້າວັນທີ 15 ມັງກອນ 2013 ນີ້ ທີ່ສຳນັກຂ່າວສານປະ ເທດລາວ ໄດ້ຈັດຊຸດສຳມະນາ ກ່ຽວກັບການ ຮັບ-ສົ່ງຂໍ້ມູນຂ່າວ ສານ ຜ່ານລະບົບ ອິນເຕີແນັດ (FTP) ຂອງສຳນັກຂ່າວສານປະ ເທດ ລາວ ເຊິ່ງມີທ່ານ ເຂັມທອງ ຊານຸບານ ຮອງຜູ້ອຳນວຍການ ສຳນັກຂ່າວສານ ປະເທດລາວ, ຜູ້ຊີ້ນຳວຽກງານຂ່າວພາສາລາວ, ທ່ານ ສິນປັນຍາ ຣັດຕະນະວົງ ຮອງຜູ້ອຳນວຍການ ສຳນັກຂ່າວ ສານປະເທດລາວ, ຜູ້ຊີ້ນຳວຽກ ງານຂ່າວພາສາ ຕ່າງປະເທດ, ມີ ບັນດາ ຫົວໜ້າພະແນກ, ຮອງພະ ແນກ, ຫົວໜ້າບັນນາທິການ, ຮອງບັນນາທິການ ແລະ ນັກ ຂ່າວ ຈາກສື່ຕ່າງໆ ເຂົ້າຮ່ວມ.
          ທ່ານ ເຂັມທອງ ຊານຸບານ ກ່າວວ່າ: ການຈັດຊຸດສຳມະນາ ກ່ຽວກັບການ ຮັບ-ສົ່ງຂໍ້ມູນຂ່າວ ສານ ຜ່ານລະບົບ FTP ຄັ້ງນີ້ ແມ່ນເປັນຄັ້ງທີ 2 ແລະ ເຫັນວ່າມີຄວາມສຳຄັນຫຼາຍໃນການແລກປ່ຽນຂໍ້ມູນຂ່າວ ສານ ເພື່ອເຮັດ ໃຫ້ມີຄວາມສະດວກໃນການຕິຕໍ່ພົວພັນ, ການສະໜອງຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ.
ໄລຍະ ຜ່ານມາ ກໍໄດ້ມີການເປີດນຳໃຊ້ ກັບບັນດາແຂວງໃນທົ່ວປະເທດ ເຊິ່ງເຫັນວ່າ: ໄດ້ຮັບຜົນດີສາ າດຮັບ- ສົ່ງຂ່າວ, ຮູບພາບໃຫ້ກັນ ແລະ ກັນຕາມຄວາມຕ້ອງການ. ໃນປີ 2010 ສຳນັກຂ່າວ ສານປະເທດລາວ ກໍໄດ້ ຈັດຊຸດ ສຳມະນາ ກ່ຽວກັບການ ຮັບ-ສົ່ງ ຂໍ້ມູນຂ່າວສານ ຜ່ານລະບົບ FTP ຊຶ່ງມີບັນ ດາສື່ປະມານ 15 ພາກ ສ່ວນ ແຕ່ ເທື່ອນັ້ນ ແມ່ນເປັນການ ທົດລອງ ນຳໃຊ້ ແລະ ໃນຄັ້ງນີ້ ແມ່ນຈະໄດ້ສະໜອງຂ່າວປະເພດ ຕ່າງໆໃຫ້ ແຕ່ລະພາກ ສ່ວນ ເພື່ອ ນຳໃຊ້ຂ່າວ-ຮູບຈາກສຳນັກຂ່າວ ສານ ປະເທດລາວ.
           ໃນຊຸດສຳມະນາຄັ້ງນີ້  ຜູ້ ເຂົ້າຮ່ວມໄດ້ຮຽນຮູ້ວິທີການ ເຊື່ອມຕໍ່ເຂົ້າຮັບຂ່າວ ແລະ ສົ່ງຂ່າວ, ຮຽນຮູ້ວິທີ ການຕິດຕັ້ງ ແລະ ນຳໃຊ້ໂປແກມ FTP WS_pro, ການສ້າງສາງຂໍ້ມູນສຳລັບການນັດພົບກ່ຽວກັບຂ່າວ ທີ່ ເປັນພາສາລາວ, ພາສາຝຣັ່ງ, ພາສາອັງກິດ  ແລະ ຮູບພາບ ເພື່ອນຳໃຊ້ເຂົ້າໃນຜະລິດຕະພັນຂອງສື່ໂດຍສະ ເພາະແມ່ນບັນດາສື່ສິງພິມ.

No comments:

Post a Comment