Ad

Ad

16 January 2013

ສົກປີ 2012-2013 ລັດຖະບານແບ່ງ ງົບຫລາຍກວ່າ 3 ພັນຕື້ກີບ ເພື່ອຍົກຄຸນນະພາບການສຶກສາຂອງລາວ



     ​ໃນ​ສົກ​ປີ 2012-2013, ລັດຖະບານ​ໄດ້​ຈັດ​ແບ່ງ​ງົບປະມານ ຈຳນວນ 3.484 ຕື້ກີບ ​ເທົ່າ​ກັບ 18,63% ຂອງ​ງົບປະມານ​ແຫ່ງ​ຊາດ ​ເພື່ອ​ສຸມ​ພັດທະ ນາ ​ແລະ ຍົກ​ສູງ​ຄຸນ​ນະພາ​ບ​ວຽກ​ງານ​ສຶກສາ ​ແລະ ກິລາຂອງ​ລາວ​ເຮົາ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ. ຂະນະ​ທີ່ກະຊວງ​ສຶກສາ ​ແລະ ກິລາ ​ເຫັນ​ວ່າ: ງົບປະມານ​ຈຳນວນ​ດັ່ງກ່າວ​ຍັງ​ບໍ່​ພຽງພໍ​ຕໍ່​ຄວາມ​ຕ້ອງການ​ຕົວ​ຈິງ​ຂອງ​ວຽກ​ງານ ​ເມື່ອ​ທຽບ​ໃສ່​ປະ​ເທດ​ໃກ້​ຄຽງ. ​ແຕ່​​ເຖິງ​ຢ່າງ​ໃດ​ກໍ​ຈະ​ໝູນ​ໃຊ້​​ໃຫ້​ເກີດ​ປະ​ໂຫຍ​ດສູງ​ສຸດ.
         ຕົວ​ເລກ​ດັ່ງກ່າວ​ໄດ້​ມີ​ການ​ເປີດ​ເຜີຍ​ໃນ​ກອງ​ປະຊຸມ​ຂອງ​ຄະ ນະ​ກຳມາ​ທິການ​ປະຕິ​ຮູບ​ການ​ສຶກສາ​ແຫ່ງ​ຊາດ ທີ່​​ໄດ້ຈັດ​ຂຶ້ນ​ເມື່ອ​ວັນ​ທີ 10-11 ມັງກອນ​ນີ້ ຢູ່​ສູນ​ເຝິກອົບຮົມ​ສາກົນ ລາວ-ຍີ່ປຸ່ນ (ITCT) ນະຄອນຫລວງ​ວຽງ​ຈັນ ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ດຣ. ພັນ​ຄຳ ວິພາ​ວັນ ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ ​ແລະ ກິລາ.

    ກະຊວງ​ສຶກສາ​ໃຫ້​ຮູ້​ວ່າ: ສົກ​ປີ 2012-2013 ​ເຖິງວ່າ​ຈະ​ໄດ້​ງົບປະ ມານ​ຈາກ​ລັດຖະບານສູງ​ກວ່າ​ຫລາຍ​ປີຜ່ານ ມາ, ​ແຕ່​ກໍ​ຍັງ​ບໍ່​ພຽງ ພໍ​ຕໍ່​ຄວາມ​ຕ້ອງການ​ຕົວ​ຈິງ​ຂອງ​ວຽກ​ງານ ​ເນື່ອງ​ຈາກ​ວ່າ ຖ້າ​ຄິດ​ໄລ່​ເປັນ​ເງິນ​ເດືອນ​ຂອງ​ພະນັກ ງານ​, ຄູ​ອາຈານ ​ແລະ ນະ​ໂຍບາຍ​ຕ່າງໆ​​ແລ້ວ​ກໍ​ຈະ​ຂາດດູນ​ຢູ່ປະ ມານ 384 ລ້ານ​ກວ່າ​ກີບ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ​ເຊື່ອ​ໝັ້ນວ່າ: ລັດຖະບານ​ຈະ​ພະຍາຍາມ​ຫາ​ຊ່ອງ​ທາງ​ຊອກ​​ງົບປະມານ​ສະໜອງ​ໃຫ້​ຂະ​ແໜງ​ສຶກສາ ​ແລະ ກິລາ​ໃຫ້​ຫລາຍ​ກວ່າ​ເກົ່າ ​ເພື່ອ​ສຸມ​ໃສ່​ພັດທະນາ​ວຽກ​ງານ​ນີ້​ໃຫ້​ມີ​ຄຸນ​ນະພາ​ບສູງ​ກວ່າ​ເກົ່າ.
    ​ໃນ​ແຕ່ລະ​ປີ​ຜ່ານ​ມາເຖິງ​ວ່າ​ລັດຖະບານ​ໄດ້​ເພີ່ມ​ງົບປະມານ​ໃຫ້​ຂະ​ແໜງ​ການ​ດັ່ງກ່າ​ວຢ່າງ​ລຽນຕິດ, ​ແຕ່​ກໍ​ເຫັນ​ວ່າ​ບໍ່​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ການ​ພັດທະນາ​ຊັບພະຍາ ກອນ​ມະນຸດ​ໃຫ້​ມີ​ຄຸນ​ນະພາ​ບ​ໄດ້ ຄື​ສົກ​ປີ 2011-2012 ຜ່ານ​ມາ, ລັດ ຖະບານ​ໄດ້​ສະໜອງ​ງົບປະມານ 13,58% ຂອງ​ລາຍ​ຈ່າຍ​ລັດຖະ ານ, ​ແຕ່​ທຽບ​ໃສ່​ບັນດາ​ປະ​ເທດ​ອ້ອມ​ຂ້າງ ຕົວຢ່າງ​ໄລຍະ​ປີ 2008-2011 ສະ​ເພາະ ສສ ຫວຽດນາມ ​ແມ່ນ​ລັດຖະບານ​ຈະ​ອະນຸ ມັດ​ງົບ​ສູງ​ເຖິງປະມານ 20% ຂອງ GDP, ​ໄທ​ປະມານ 22%, ຮົງ​ກົງ​ປະມານ 20% ​ແລະ ມາ​ເລ​ເຊຍ​ປະມານ 18%.
     ກະຊວງ​ສຶກສາ​​ໃຫ້​ຮູ້​ວ່າ: ງົບ ປະມານ​ທີ່​ໄດ້​ຮັບ​ຈາກ​ລັດຖະບານ​ສ່ວນ​ໃຫຍ່​ແມ່ນ​ສະໜອງ​ໃນ​ພູດ​ເງິນ​ເດືອນ ​ເຊິ່ງ​ເຫັນ​ວ່າ​ງົບປະ ມານ​ຮັບ​ໃຊ້​ບໍລິຫານ ​ແລະ ວິຊາ​ການ​ຍັງ​ບໍ່​ພຽງພໍ ​ແລະ ​ເປັນ​ບັນຫາ​ທ້າ​ທາຍ​​ແກ່ຍາວ​ໃນ​ຂະ​ແໜງ​ສຶກສາໂດຍ​ສະ​ເພາະ​ການ​ປະຕິບັດ​ຍຸດ​ທະ​ສາດ​ການປະຕິ​ຮູບ​ການ​ສຶກສາ​ແຫ່ງ​ຊາດ.

No comments:

Post a Comment