Ad

Ad

16 January 2013

ບໍລິສັດສະຢາມຄູໂບຕ້າມອບເສື້ອກັນໜາວ3000ຜືນໃຫ້ປະຊາຊົນ​ຜູ້​ທຸກ​ຍາກພື້ນທີສ່ຽງໄພໜາວ



         ວັນທີ 15 ມັງກອນນີ້ຢູ່ບໍລິ ສັດຕົວແທນຈຳໜ່າຍສະຢາມຄູຸ ໂບຕ້າ ບ້ານໜອງດ້ວງ ​ເມືອງ​ສີ​ໂຄດ​ຕະບອງນະຄອນຫຼວງວຽງ ຈັນໄດ້ຈັດພິທີມອບເສື້ອກັນໜາວ ຈຳນວນ3ພັນຜືນມູນຄ່າຫຼາຍກ່ວາ 7 ແສນບາດໃຫ້ກັບປະຊາຊົນທີ​ອາ​ໄສ​ຢູ່ເຂດທ້ອງຖິ່ນ​ເຂດ​ຫ່າງ​ໄກ​ສອກຫຼີກພື້ນທີສ່ຽງໄພໜາວ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ,ໃຫ້ກຽດ ມອບ ໃນພິທີໂດຍທ່ານບຸນນະວົງ ທະນາສິລິກຸນຜູ້ຈັດການຝ່າຍຂາຍ ຕ່າງປະ ເທດຂອງບໍລິສັດ ສະຢາມ ຄູໂບຕາຈຳກັດແລະເປັນຕົວແທນ ຮັບໂດຍທ່ານທອງວັນວິໄລເຮືອງ ຮອງຫົວ ໜ້າຄະນະພັດທະນາຊົນ ນະບົດແລະລືບລ້າງຄວາມທຸກ ຍາກຂັ້ນສູງ,​ໂດຍເສື້ອກັນໜາວຈຳນວນດັ່ງກ່າວແມ່ນ ະ ນຳໄປ ມອບໃຫ້ບັນດາ ປະຊາຊົນ​ຜູ້​ທຸກ​ຍາກພື້ນທີສ່ຽງໄພຄື:ແຂວງວຽງ ຈັນຈຳນວນ 1 ພັນຜືນ ແລະ ອີກພັນຜືນ ແມ່ນຈະນຳໄປມອບໃຫ້ ແຂວງ ຫຼວງພະບາງ, ອຸດົມໄຊ ແລະໄຊຍະບູລີ,ໃນພິທັງດັ່ງກ່າວ ທ່ານບຸນນະວົງທະ ນາສິລິກຸນໄດ້ ກ່າວວ່າ:ຄູໂບ ຕ້າມີຄວາມມຸງມັ້ນ ທີຈະຈັດກິດຈະກຳຊ່ວຍເຫຼືອ ແລະ ຕອບແທນສັງຄົມໃນ ຫຼາຍໆດ້ານ ເປັນຕົ້ນແມ່ນດ້ານການ ກະເສດ, ການສຶກສາ,ວັດທະນະທຳລວມ ໄປເຖິງການ​ຊ່ວຍ​ເຫຼືອ​ບັນ​ເທົາ​ທຸກ​ຈາກໄພພິບັດທາງທຳມະຊາດຕ່າງໆ.

No comments:

Post a Comment