Ad

Ad

16 January 2013

ໂຄງການ​ໄຟຟ້າເທີນ-ຫີນ​ບູນກຽມ​ຍົກຍ້າຍ​ປະຊາຊົນ 1.000 ກວ່າ​ຄອບຄົວ ໄປ​ຢູ່​ບ່ອນ​ຈັດ​ສັນ​ໃໝ່



      ​ໂຄງການ​ໄຟຟ້າ​​ເທີນ-ຫີນ​ບູນ ພວມ​ວາງ​ແຜນ​ຍົກຍ້າຍ​ປະຊາຊົນ​ຈຳນວນ 13 ບ້ານ, 1.026 ຄອບ ຄົວໄປ​ຢູ່​ເຂດ​ຈັດ​ສັນ​ໃໝ່​ຂອງ​ໂຄງ ການ ຍ້ອນບັນດາ​ບ້ານ​ດັ່ງກ່າວ ອາ​ໄສ​ຢູ່​ແຄມ​ນ້ຳຫີນ​ບູນຕອນ​ກາງ ​ເຊິ່ງ​ເປັນ​ເຂດ​ທີ່​ອາດຈະ​ເກີດ​ຜົນ​ກະທົບ​ຈາກ​ນ້ຳຖ້ວມ​ໄດ້.
    ​ຜູ້​ຮັບຜິດຊອບໂຄງການ ​ໃຫ້​ຮູ້​ວ່າ: ​ແຜນການ​ຍົກຍ້າຍ​ປະຊາຊົນ​ຈຳນວນ​ດັ່ງກ່າວ​ຈະ​ເລີ່​ມ​ແຕ່​ປີ 2013 ​ແລະ ​ໃຫ້​ສຳ​ເລັດ​ໃນ​ປີ 2017 ​​ເຊິ່ງປັດຈຸບັນ ບໍລິສັດ​ໄດ້​ສຳ​ເລັດ​ການ​ກໍ່ສ້າງ​ລະບົບ​ພື້ນຖານ​ໂຄງ​ລ່າງ​ເຊັ່ນ: ຫົນທາງ, ​ໄຟຟ້າ, ນ້ຳ ປະປາ, ສ້າງ​ເຮືອນ, ​ໂຮງຮຽນ, ​ໂຮງໝໍ ​ແລະ ລະບົບ​ຊົນລະປະ ທານ​ເປັນ​ຈຳນວນ​ຫລາຍ​ແລ້ວ.
    ​​ເມື່ອ​ປີ 2009 ​ເປັນຕົ້ນມາ, ​ໂຄງ ການ​ໄດ້​ສຳ​ເລັດ​ການ​ຍົກຍ້າຍ​ປະ ຊາຊົນຈຳນວນ 598 ຄອບຄົວ ​ໃນ 13 ບ້ານ ​ຢູ່​ເຂດ​ອ່າງ​ເກັບ​ນ້ຳຍວງ ​ແລະ ສຳ​ເລັດ​ການ​ຍົກຍ້າຍ 11 ບ້ານ ​ໃນ​ເຂດ​ລຸ່ມ​ເຮືອນ​ຈັກ​ນ້ຳຫີນ​ບູນຕອນ​ເທິງ ປະມານ 598 ຄອບ ຄົວ.

    ນອກຈາກ​ນີ້ ​ໂຄງການ​ຍັງ​ໄດ້​ວາງ​ແຜນ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນໃນ​ເຂດ​ບ້ານ​ຈັດ​ສັນ​ໃໝ່​ເຊັ່ນ: ​ໄດ້​​ພັດທະນາ ​ແລະ ຈັດ​ສັນ​ດິນ​ສວນ​ຄົວ, ດິນ​ນາ ​ແລະ ສວນ​ໃຫ້​ແຕ່​ລະ​ຄອບຄົວ, ຊ່ວຍ​ອຸປະກອນ​ເຄື່ອງມື​ການ​ຜະລິດ, ສະໜອງ​ແນວ​ພັນ ​ແລະ ວິຊາ​ການ ​ເພື່ອ​ຊ່ວຍ​ເຝິກອົບຮົມ​​ການ​ປູກຝັງ ​ແລະ ລ້ຽງສັດ, ສົ່ງ​ເສີມ​ການ​ປູກ​ພືດ​ເສດຖະກິດ ​ແລະ ກິດຈະກຳ​ສ້າງ​ລາຍ​ຮັບຕ່າງໆ ລວມ​ເຖິງ​ການ​ສ້າງຕັ້ງກອງ​ທຶນ​ໝູນວຽນ ​ແລະ ກອງ​ທຶນ​ບ້ານ ​ເພື່ອ​ຊ່ວຍ​ປັບ ປຸງ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາ ຊົນ​ໃນ​ເຂດ​ຈັດ​ສັນ​ໃໝ່​ໃຫ້​ດີ​ຂຶ້ນ ​ແລະ ສາມາດ​ຫລຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ​ໄດ້​ໂດຍ​ໄວ. ສ່ວນ ວຽກ​ງານ​ສາທາລະນະ​ສຸກ ​ແລະ ສຶກສາ​ແມ່ນ​ໄດ້​ສ້າງ​ສຸກ​ສາລາ ​ແລະ ​ໂຮງຮຽນ​ໃນ​ທຸກ​ບ້ານ​ຍົກ ຍ້າຍ, ຕິດຕາມ ​ແລະ ປິ່ນປົວ​ສຸຂະ ພາບ​ໃຫ້​ປະຊາຊົນ​ໃນ​ເຂດ​ຍົກ ຍ້າຍ, ສະໜັບສະໜູນ​ການ​ສ້າງ​ຄວາມ​ອາດ​ສາມາດ ​ແລະ ​ເຝິກ ອົບຮົມຍົກ​ລະດັບ​ດ້ານ​ວິຊາ​ສະ​ເພາະ​ໃຫ້​ພະນັກງານ​ສາທາ ​ແລະ ສຶກສາຂັ້ນ​ເມືອງ​​ເພື່ອ​ສາມາດ​ເຮັດ​ວຽກ​ບໍລິການ​ຕ່າງໆ​ໃຫ້​ດີ​ຂຶ້ນ ພ້ອມ​ນັ້ນກໍ​ໄດ້ຊ່ວຍ​ເຫລືອ​ອຸປະ ກອນ​ການ​ແພດ, ການ​ສຶກສາ ​ແລະ ສ້າງ​ຫໍສະໝຸດ​ໃຫ້​ແກ່​ນັກ ຮຽນ​ນຳ​ດ້ວຍ.
    ໂຄງການ​ໄຟຟ້າ​ເທີນ-ຫີນ​ບູນ​ແມ່ນ​ໂຄງການ​ຕົວ​ແບບ​ທີ່​ດີ​ໃນ​ການ​ລົງທຶນ​ຢູ່ ສປປ ລາວ ​ໂດຍ​ໄດ້​ປະຕິບັດ​ທຸກ​ເງື່ອນ​ໄຂ​ດ້ານ​ສັງ ຄົມ ​ແລະ ສິ່ງ​ແວດ​ລ້ອມ​ໃນ​ມາດ ຕະຖານ​ສາກົນ​ວາງ​ໄວ້. ນອກ ຈາກ​ນີ້ ຍັງ​ສາມາດ​ຊ່ວຍ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະຊາຊົນ​ທ້ອງ​ຖິ່ນ​ໄດ້​ເປັນ​ຢ່າງ​ດີ ຄື​ປັດຈຸ ບັນ​ຢູ່​ເຂື່ອນ​ໄຟຟ້າ​ດັ່ງກ່າວມີ​ພະ ນັກງານ​ປະມານ 3 ພັນ​ຄົນ, ​ໃນ​ນັ້ນ 97% ​ແມ່ນ​ຄົນ​ລາວ.

No comments:

Post a Comment