Ad

Ad

16 January 2013

ບໍລິສັດ ລັດວິສາຫະກິດລາວໂທລະຄົມ ອຸປະຖຳຄອມພິວເຕີ 2 ຊຸດ ແລະເຄື່ອງພິມ 1 ໜ່ວຍໃຫ້ວິທະຍາຄານ ໄກສອນ ພົມວິຫານ



     ບໍລິສັດ ລັດວິສາຫະກິດ ລາໂທລະຄົມ ອຸປະຖໍາ ຄອມພິວເຕີ 2 ຊຸດ ແລະ ເຄື່ອງພິມ 1 ໜ່ວຍ ໃຫ້ວິທະຍາ ຄານ ໄກສອນພົມ ວິຫານ     ໃນວັນທີ 15 ມັງກອນ ນີ້ທີ່ ຫ້ອງ ຮັບແຂກ ຄະນະຄູວິທະຍາຄານ ໄກສອນພົມ ວິຫານ ( ວປກ ) ລາວ ໂທລະຄົມ ໄດ້ມອບຄອມພິວເຕີ Note book ຈໍານວນ 1 ໜ່ວຍ ແລະ ຄອມພິວເຕີ ຕັ້ງໂຕະ ພ້ອມ ດ້ວຍ UPS ຈໍານວນ 1 ຊຸດ ແລະ ເຄື່ອງພິມ ຈໍານວນ 1 ໜ່ວຍ ໃຫ້ ຄະນະຄູວິທະຍາ ຄານ ດັ່ງກ່າວ ລວມ ມູນຄ່າ 9 ລ້ານກວ່າກີບ ໃຫ້ ກຽດມອບໂດຍ: ທ່ານ ຖາວອນ ສົມສະກຸນ ຫົວໜ້າພະແນກ ບໍລິ ຫານ ບໍລິສັດ ລັດວິສາຫະ ກິດ ລາວ ໂທລະຄົມ ແລະ ໃຫ້ກຽດຮັບ ແມ່ນ ທ່ານ ດຣ ພັທ. ພົມມີ ສິນທະ ວົງ ເລຂາ ໜ່ວຍພັກ ຄູເຫຼົ່າຮົບ     ( ວປກ ) ພ້ອມດ້ວຍພະນັກງານ ທັງ ສອງຝ່າຍເຂົ້າຮ່ວມ. ຈຸດປະ ສົງໃນການມອບໃນຄັ້ງນີ້ແມ່ນ ເພື່ອຮັບໃຊ້ເຂົ້າໃນການເຮັດວຽກ ງານການສຶກສາ ຢູ່ພາຍໃນວິທະ ຍາຄານ ໄກ ສອນພົມວິຫານ ເພື່ອ ໃຫ້ມີຄວາມສະດວກ ສະບາຍ ໃນ ການເຮັດວຽກງານວິທະຍາຄານດັ່ງກ່າວ.

No comments:

Post a Comment