Ad

Ad

16 January 2013

ເຈົ້າຄອງ​ນະຄອນຫລວງ​ວຽງ​ຈັນ​ລົງ​ຕິດຕາມ​​ໂຄງການ​ພັດທະນາເມືອງ​ໃໝ່​ໜອງ​ປີງ



       ທ່ານ ສຸ​ກັນ ມະຫາລາດ ​ເຈົ້າ ຄອງ​ນະຄອນຫລວງ​ວຽງ​ຈັນ ພ້ອມ​ຄະນະ ​ໄດ້​ລົງ​ຕິດຕາມ​ເບິ່ງ​ໂຄງການ​ທີ່​ໄດ້​ຮັບ​ອະນຸມັດ​ສຳ​ປະ ທານ ​ແລະ ​ໂຄງການ​ທີ່​ໄດ້​ອະນຸ ມັດ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ ​ເພື່ອ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ສຳ ລັບການ​ສຳ​ປະທານ​ເນື້ອທີ່​ດິນ​ຢູ່​ເຂດ​ພັດທະນາ​ຄຸ້ມ​ເມືອງ​ໃໝ່ ​ເມືອງ​ຈັນທະ​ບູລີ ນະຄອນຫລວງ​ວຽງ​ຈັນ ​ໃນ​ວັນ​ທີ 15 ມັງກອນ​ນີ້.
     ​ໂຄງການ​ດັ່ງກ່າວ​​ເຊິ່ງມີ 5 ບໍລິສັດ ຈະ​ລົງທຶນ​ສ້າງ, ​ໃນ​ນັ້ນ 3 ບໍລິສັດ ​ແມ່ນ​ເອກະ​ຊົນ​ພາຍ​ໃນ ​ແລະ 2 ບໍລິສັດ ຈາກ ສປ ຈີນ​ ຄື​ສະ​ເພາະ​ສ່ວນ​ໜຶ່ງ​ແມ່ນ​ບໍລິສັດ​ໄຮ​ຊິງ​ອິນ​ເວສ​ເມັນ ​ແລະ ການ​ພັດ ທະນາ​ລາວ​ຈຳກັດ ​ແລະ ບໍລິສັດ​ເອ​ເຊຍ​ລົງທຶນ ​ແລະ ບໍລິການ​ຈຳ ກັດ ຈະ​ພັດທະນາ​ເນື້ອທີ່​ປະມານ 100 ​ເຮັກຕາ, ມີ​ມູນ​ຄ່າ 50 ລ້ານ​ໂດ​ລາ​ສະຫະລັດ ​ເພື່ອ​ສ້າງ​ສູນ​ການ​ຄ້າ, ຄຸ້ມ​ບ້ານ​ທັນ​ສະ​ໄໝ, ​ໂຮງ​ແຮມ, ​ໂຮງຮຽນ, ​ໂຮງໝໍ, ​ເຂດ​ຂຽວ, ສູນ​ການ​ຄ້າ ​ແລະ ອື່ນໆ. ສ່ວນ​ທີ​ສອງ​ ມີ​ເນື້ອທີ່​ປະ ມານ 100 ​ເຮັກຕາ ແມ່ນ​ບໍລິສັດ​ພອນ​ສະຫວັນ​ກໍ່ສ້າງ​ຈຳ​ກັດ ຈະ​​ເປັນຜູ້ພັດທະນາ ​ໃນມູນ​ຄ່າ​ການ​ລົງທຶນ​ປະມານ 50 ລ້ານ​ໂດ​ລາ​ສະຫະລັດ ​ເພື່ອ​ສ້າງ​ເຂດ​ບໍລິການ​ເຊັ່ນ: ​ໂຮງ​ແຮມ, ສູນ​ບັນ​ເທີ​ງ, ຮ້ານ​ຄ້າ​ປອດ​ພາສີ, ​ເຂດ​ພັກຜ່ອນ,
ສະຖານ​ທີ່​ພັກ​ອາ​ໄສ, ສະ​ຖາ​ບັນ​ການ​ສຶກສາ, ທະນາຄານ ​ແລະ ອື່ນໆ, ມີ​ອາຍຸ​ສຳ​ປະທານ 70 ປີ, ສ່ວນ​ທີ​ສາມ ​ກໍ​ມີ​ເນື້ອທີ່​ປະມານ 100 ​ເຮັກຕາ ແມ່ນ​ບໍລິສັດ​ລາວ​ລໍ​ແອນ​ຄອນ​ເຊົາ​ແທນ​ຊີກຣຸບ ຈະ​​ເປັນ​ຜູ້ພັດ​ທະນາ​ ​ເພື່ອ​ສ້າງ​ສູນ​ການ​ຄ້າ, ​ໂຮງຮຽນ, ​ໂຮງ​ແຮມ, ສວນສາທາລະນະ ​ແລະ ອື່ນໆ ​ໂດຍ​ຈະ​ມີ​ພິທີ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ເພື່ອ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ສຳ​ປະທານ​ທີ່​ດິນ​ຈຳນວນ​ດັ່ງກ່າວ. ພາກສ່ວນ​ທີ​ສີ່ ​ແມ່ນ​ບໍລິສັດ​ເຮືອງ​ໄກ​ກຣຸບ (HEVNG KAI GROUP) ຈະ​ພັດທະນາ​ເນື້ອທີ່​ດິນ​ປະມານ 150 ​ເຮັກຕາ ​ເພື່ອ​ສ້າງ​ສູນ​ການ​ຄ້າ, ​ແຫ​ລ່ງທ່ອງ​ທ່ຽວ, ອະສັງຫາລິ ມະ​ຊັບ ​ແລະ ອື່ນໆ ມີ​ມູນ​ຄ່າ​ການ​ລົງທຶນ​ປະມານ 200 ລ້ານ​ໂດ​ລາ​ສະຫະລັດ ​ແລະ ພາກສ່ວນ​ທີ​ຫ້າ ​ແມ່ນ​ບໍລິສັດ​ອະສັງຫາລິມະ​ຊັບ​ໂຫ້​ເຕີ​ສິບ​ສອງ​ພັນ​ນາ ສປ ຈີນ ຈະ​ພັດທະນາ​ເນື້ອທີ່​ດິນ​ປະມານ 150 ​ເຮັກຕາ ​ໃນ​ມູນ​ຄ່າ​ການ​ລົງທຶນ 100 ລ້ານ​ໂດ​ລາ​ສະຫະລັດ ​ເພື່ອ​ສ້າງ​ເປັນ​ເຂດ​ບ່ອນຢູ່​ອາ​ໄສ​ລະ ດັບ​ສາກົນ, ສູນ​ການ​ຄ້າ​ທີ່​ທັນ​ສະ​ໄໝ,ແຫ​ລ່ງທ່ອງ​ທ່ຽວ,ໂຮງ​ແຮມ, ສະ​ຖາ​ບັນ​ການ​ສຶກສາ ​ແລະ ອື່ນໆ ​ເຊິ່ງມາ​ຮອດ​ປັດຈຸບັນ​ຢູ່​ໃນ​ຂັ້ນ ຕອນ​ການ​ສຳ​ຫລວດ​ເນື້ອທີ່​ດິນ.
       ໃນ​ໂອກາດ​ດັ່ງກ່າວ, ທ່ານ​ເຈົ້າຄອງ​ນະຄອນຫລວງ​ວຽງ​ຈັນ ສຸ​ກັນ ມະຫາລາດ ກໍ​ໄດ້​ເນັ້ນ​ໃຫ້​ບັນດາ​ບໍລິສັດ​ທີ່​ໄດ້​ຮັບ​ອະນຸຍາດ​ສຳ​ປະທານ ​ແລະ ພວມ​ສຶກສາ​ຄວາມ​ເປັນ​ໄປ​ໄດ້ ຈົ່ງ​ສືບຕໍ່​ປະຕິ ບັດ​ຕາມ​ແຜນ ​ແລະ ຂອບ​ເຂດ​ທີ່​ໄດ້​ຮັບ​ອະນຸຍາດ. ນອກ​ນັ້ນ ຍັງ​ແນະນຳ​ໃຫ້​ພາກສ່ວນ​ກ່ຽວຂ້ອງ​ເລັ່ງຈັດ​ສັນ​ແກ້​ໄຂ, ສິ່ງຮັບຮອງ ​ແລະ ອອກ​ສິດ​ນຳ​ໃຊ້​ທີ່​ດິນ​ໃຫ້​ບັນດາ​ບໍລິສັດ​ຜູ້​ລົງທຶນ​ໂດຍ​ໄວ ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃນ​ການ​ຊຸກຍູ້​ໃຫ້​ໂຄງການ​ພັດທະນາ​ຄຸ້ມ​ເມືອງ​ໃໝ່​ໜອງ​ປີງ​ສຳ​ເລັດ​ຕາມ​ແຜນການ.

No comments:

Post a Comment