Ad

Ad

16 January 2013

ຫາລືຄວາມພ້ອມການເປັນເຈົ້າພາບກອງປະຊຸມທ່ອງທ່ຽວອາຊຽນຄັ້ງທີ 32



           ບັນດາອະນຸກຳມະການ ຈັດກອງປະຊຸມ ທ່ອງທ່ຽວອາຊຽນ (ATF) ເຂົ້າຮ່ວມກອງປະຊຸມໃນ ວັນທີ 15 ມັງກອນ 2012 ທີ່ກະຊວງຖະແຫລງ ຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ໂດຍ ພາຍໃຕ້ ການເປັນປະທານຂອງທ່ານ ສຈ. ດຣ. ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງ ຖະແຫລງ ຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ ເພື່ອປຶກສາ ຫາລື ແລະ ລາຍງານການກະ ກຽມຄວາມພ້ອມ ໃຫ້ແກ່ກອງປະຊຸມທ່ອງທ່ຽວອາ ຊຽນ ຄັ້ງທີ 32 ທີ່ ສ.ປ.ປ. ລາວ ເປັນເຈົ້າພາບຈັດຂຶ້ນແຕ່ວັນທີ 18-24 ມັງກອນ 2013 ທີ່ນະຄອນຫລວງວຽງ ຈັນ.
         ໃນກອງປະຊຸມ ບັນດາອະ ນຸກຳມະການຕ່າງໆ ໄດ້ລາຍງານ ການກະກຽມ ແລະ ຄວາມພ້ອມ ໃນການ ຈັດກອງປະຊຸມທ່ອງ ທ່ຽວອາຊຽນ ຄັ້ງທີ 32 ຊຶ່ງການ ກະກຽມໃນແຕ່ລະໜ້າ ວຽກນັ້ນ
ສ່ວນຫລາຍແມ່ນສຳເລັດ ແລ້ວ ບາງໜ້າວຽກແມ່ນຍັງແຕ່ພາກ ປະຕິບັດຕົວຈິງ. ຈາກນັ້ນ ທ່ານ ລັດຖະມົນຕີວ່າການກະຊວງ ຖະ ແຫລງ ຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເນັ້ນໜັກໃຫ້ສືບຕໍ່ ຈັດຕັ້ງປະຕິ ບັດ ບັນດາໜ້າວຽກ ທີ່ເຫັນວ່າຍັງຄົງ ຄ້າງໃຫ້ສຳເລັດ ໂດຍໄວ ໂດຍສະແພາະແມ່ນ ໃຫ້ ເອົາໃຈໃສ່ໃນການຕັ້ງຮ້ານ ວາງ ສະແດງຂອງລາວ ໃຫ້ງົດງາມ ແລະ ໃຫ້ມີລັກສະນະໂດດເດັ່ນ ກວ່າໝູ່ ໃນບັນດາຮ້ານວາງສະ ແດງ ຈາກປະເທດຕ່າງໆຍິ່ງເປັນ ການ ດີ ແລະ ກ່ອນຈະເປີດກອງ ປະຊຸມ ແລະ ງານວາງສະແດງ ມະຫາກຳທ່ອງ ທ່ຽວອາຊຽນ ຢ່າງເປັນທາງການນັ້ນ ທ່ານລັດ ຖະມົນຕີ ຈະໄດ້ສົມທົບກັບ ອະນຸ ກຳມະການຕ່າງໆ ລົງກວດກາ ຄວາມພ້ອມຂອງແຕ່ ລະໜ້າວຽກ ທັງນີ້ ກໍເພື່ອຮັບປະກັນໃຫ້ແກ່ ກອງປະຊຸມດັ່ງກ່າວ ໄດ້ຮັບຜົນ ສຳເລັດຢ່າງຈົບງາມ.
       ສຳລັບ ວຽກງານໂຄສະນາ ມາຮອດປະຈຸບັນ ບັນດາສື່ມວນ ຊົນແມ່ນສືບຕໍ່ໂຄສະນາ ໃຫ້ແກ່ ກອງ ປະຊຸມທ່ອງທ່ຽວອາຊຽນ ໂດຍສະເພາະແມ່ນການສຳພາດ ແຕ່ລະອະນຸກຳມະການ, ພາກ ສ່ວນກ່ຽວຂ້ອງຕ່າງໆ ລວມໄປ ເຖິງ ການສຳພາດພໍ່ແມ່ປະຊາຊົນ ພາຍໃນນະຄອນຫລວງວຽງຈັນ ກ່ຽວກັບຄວາມຮູ້ໃນການເປັນ ເຈົ້າ ພາບຈັດກອງປະຊຸມສຳຄັນ ໃນຄັ້ງນີ້. ພ້ອມກັນນີ້ ສື່ມວນຊົນ ແຕ່ລະສຳນັກ ຍັງຕ້ອງໄດ້ອອກ ຂ່າວ ເພື່ອໂຄສະນາ ແຫລ່ງທ່ອງ ທ່ຽວທີ່ສຳຄັນຕ່າງໆຂອງລາວ  ກໍຄືບັນດາປະເທດຕ່າງໆໃນອາ ຊຽນ ແລະ ອື່ນໆ.

No comments:

Post a Comment