Ad

Ad

16 January 2013

6 ວຽກໃຫຍ່ທີ່ ສປປ ລາວ ຈະເລັ່ງປະຕິບັດພາຍຫລັງ ເຂົ້າ WTO



         ​ໃນ​ໂອກາດ​ທີ່​ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ ຮອງ​ນາ ຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ ປະ​ເທດ ​ໄດ້​ໃຫ້​ກຽດ​ເຜີຍ​ແຜ່​ການ​ກະກຽມ ພາຍຫລັງ ສປປ ລາວ ​ໄດ້​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ (WTO) ​ໃນ​ວັນ​ທີ 14 ມັງກອນ​ນີ້ ຢູ່​ສູນ​ການ​ຮ່ວມ​ມື​ສາກົນ ລາວ-ຍີ່ປຸ່ນ (ITCT) ນະຄອນ ຫລວງ​ວຽງ​ຈັນ ທ່ານ​ໄດ້​ເນັ້ນວ່າ: ​ແຜນ​ງານ​ສຳຄັນ​ພາຍຫລັງ​ການ​ເຂົ້າ​ເປັນ​ສະມາ ຊິກ​ອົງການ​ການ​ຄ້າ​ໂລກ​ແມ່ນ​ມີ 6 ວຽກ​ໃຫຍ່ ຄື​ການ​ປັບ ປຸງ​ນິຕິ​ກຳ, ພັດທະນາ​ກົງຈັກ​ລັດ, ພັດທະນາ​ໂຄງ​ລ່າງ​ພື້ນ ຖານ, ​ເສີມ​ສ້າງ​ຈິດ​ສຳນຶກ ​ແລະ ການ​ສ້າງ​ຄວາມ​ສາ ມາດ​ດ້ານ​ວິຊາ​ການ, ສ້າງ​ຄວາມ​ສາມາດ​ໃຫ້​ພາກສ່ວນ​ກ່ຽວຂ້ອງ ​ແລະ ຈັດຕັ້ງອົງການ​ຕາງໜ້າ ສປປ ລາວ ຢູ່​ອົງການ​ການ​ຄ້າ​ໂລກ.
    ທ່ານ​ຮອງ​ນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ອະທິບາຍ​ວ່າ: ການ​ປັບປຸງ​ນິຕິ​ກຳ​ແມ່ນ​ສຸມ​ໃສ່ ການຈັດຕັ້ງ ປະຕິບັດ​ນິຕິ​ກຳ​ໃຫ້​ແທດເໝາະ​ກັບ​ພັນທະ​ສັນຍາ​ຂອງ ອຄລ ​ແລະ ຂໍ້​ຜູກ​ພັນ​ດ້ານ​ສິນຄ້າ ​ແລະ ດ້ານ​ການ​ບໍລິການ ​ເພື່ອອຳ ນວຍ​ຄວາມ​ສະດວກ​ຕໍ່​ການ​ຄ້າ ​ແລະ ​ເພີ່ມ​ທະວີ​ການ​ຜະລິດ​ພາຍ​ໃນ ກໍ​ຄື​ການ​ສ້າງ​ສິ່ງ​ແວດ​ລ້ອມ​ທີ່​ເອື້ອອຳນວຍ​ແກ່​ການ​ລົງທຶນ ​ເພື່ອ​ໃຫ້​ມີ​ການຈັດຕັ້ງປະຕິບັດ​ນິຕິ​ກຳ​ໃຫ້​ມີ​ປະສິດທິ​ຜົນ​ໃນ​ໄລຍະ​ຍາວ
ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ​ທີ່​ກ່ຽວ ຂ້ອງ​ມີ​ຄວາມ​ເຂົ້າ​ໃຈ​ຫລັກການ ອຄລ ຢ່າງ​ເລິກ​ເຊິ່ງ ກໍ​ຄື​ບັນດາ​ສັນຍາ​ຕ່າງໆ​ທີ່​ຕິດ​ກັບ​ຂົງ​ເຂດ​ທີ່​ຕົນ​ເອງ​ຄຸ້ມ​ຄອງ, ນິຕິ​ກຳ​ທີ່​ໄດ້​ຮັບ​ການ​ທົບ​ທວນ ​ແລະ ປັບປຸງ​ໂດຍ​ພື້ນຖານ​ແມ່ນ​ມີ​ຄວາມ​ແທດເໝາະ​ແລ້ວ​ ກ່ອນ ສປປ ລາວ ​ໄດ້​ຖືກ​ຮັບຮອງ​ເຂົ້າ​ເປັນ​ສະມາຊິກ ອຄລ ​ເຊິ່ງມີ​ປະມານ90 ສະບັບ ​ແບ່ງ​ເປັນ​ກົດໝາຍ 26 ສະບັບ, ດຳລັດ 18 ສະບັບ. ​ເຖິງ​ຢ່າງ​ໃດ​ກໍ​ດີ, ສິ່ງ​ທີ່​ສຳຄັນ​ກວ່າ​ນັ້ນ​ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ຮັບປະກັນ​ວ່າ: ບັນດາ​ນິຕິ​ກຳ​ທີ່​ຈະ​ອອກ​ໃໝ່ ​ຫລື ປັບປຸງ​ໃນ​ອະ ນາຄົດ​ນັ້ນບໍ່​ໃຫ້​ຂັດ​ກັບ​ພັນທະ ​ແລະ ຂໍ້​ຜູກ​ພັນ​ທີ່ ສປປ ລາວ ​ໄດ້​ໃຫ້​ແກ່​ສະມາຊິກ ອຄລ. ດັ່ງນັ້ນ ທຸກຂະ​ແໜງ​ການ​ທີ່​ຮັບຜິດຊອບ​ໃນ​ການ​ຮ່າງ​ ​ແລະ ປັບປຸງ​ນິຕິ​ກຳ​ຄວນ​ມີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວ ສານ​ຢ່າງ​ສະໝ່ຳສະ​ເໝີ, ປະສານ​ງານ​ກັນ​ຢ່າງ​ກົງ​ໄປ​ກົງ​ມາ ​ແລະ ສະໜອງ​ຄວາມ​ຮູ້​ດ້ານ​ວິຊາ​ການ ​ແລະ ດ້ານ​ເຕັກນິກ​ໃຫ້​ແກ່​ກັນ ​ແລະ ກັນ ​ເພື່ອ​ເຮັດ​ໃຫ້​ລະບົບ​ນິຕິ​ກຳ​ທີ່​ຕິດ​ພັນ​ກັບ​ການ​ຄ້າ​​ສາມາດ​ຮັກສາ​ຄວາມ​ແທດເໝາະ​ເອົາ​ໄວ້ ​ແລະ ຈະ​ເປັນ​ເຄື່ອງມື​ສຳຄັນ​ໃນ​ການ​ຊ່ວຍ​ຄຸ້ມ​ຄອງ ​ແລະ ອຳນວຍ​ຄວາມ​ສະດວກ​ຕໍ່​ການ​ຄ້າ. ບັນດາ​ສັນຍາ​ການ​ຄ້າ​ໃນ​ແຕ່ລະ​ຂົງ​ເຂດ​ທີ່ຢູ່​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ ອຄລ ລວມທັງ​ຂົງ​ເຂດ​ທີ່​ໄດ້​ໄລຍະ​ຜ່ອນຜັນ​ການຈັດຕັ້ງປະຕິບັດ​ທີ່ ສປປ ລາວ ​ໄດ້​ຮັບ​ເອົາ ຈະ​ສ້າງ​ຜົນ​ດີ​ ບໍ່​ສະ​ເພາະ​ແຕ່​ເພື່ອ​ການ​ເຂົ້າ​ເປັນ​ສະມາຊິກ ອຄລ ​ເທົ່າ​ນັ້ນ, ​ແຕ່​ຍັງ​ເປັນ​ພື້ນຖານ​ໃນ​ການ​ສ້າງ​ສະ ພາບ​ແວດ​ລ້ອມ​ທີ່​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ໂດຍ​ລວມ. ດັ່ງ ນັ້ນ ທຸກຂະ​ແໜງ​ການ​ກ່ຽວຂ້ອງ​ຄວນ​ເປັນ​ເຈົ້າການ​ໃນ​ການຈັດ ຕັ້ງປະຕິບັດ​ໃຫ້​ເກີດ​ຜົນ​ສູງ​ສຸດ.
       ການ​ພັດທະນາ​ກົງຈັກ​ລັດ ຕ້ອງພັດທະນາ​ໜ່ວຍ​ງານ​ແຈ້ງ​ຂໍ້​ມູນ​ດ້ານ​ສຸຂະ​ອະນາ​ໄມ-ສຸ​ຂະ​ນາ​ໄມ​ພືດ ​ແລະ ສິ່ງ​ກີດຂວາງ​ດ້ານ​ເຕັກນິກ​ຕໍ່​ການ​ຄ້າ ​ແລະ ຈຸດ​ສອບ​ຖາມ​ຕ່າງໆ ​ໃຫ້​ສາມາດ​ປະຕິບັດ​ໜ້າ​ທີ່​ໄດ້​ເຕັມ​ສ່ວນ ​ແລະ ຖາວອນ ​ແນ​ໃສ່​ສົ່ງ​ເສີມ​ຄວາມ​ປອດໃສ​ໃນ​ການ​ອອກ ​ແລະ ນຳ​ໃຊ້​ມາດ​ຕະ ການ​ທີ່​ກະທົບ​ຕໍ່​ການ​ຄ້າ​ດ້ານ​ສິນ ຄ້າ ​ແລະ ການ​ບໍລິການ, ທົບ​ທວນ ຄືນ​ກົງຈັກ​ລັດ​ໃນ​ປັດຈຸບັນ ​ເພື່ອ​ຊອກ​ຫາ​ຊ່ອງ​ທາງ​ໃນ​ການ​ປັບປຸງ​ໜ້າ​ທີ່​ຮັບຜິດຊອບ​ດ້ານ​ການ​ຄ້າ​ຂອງ​ແຕ່ລະ​ຂະ​ແໜງ​ການ ​ເພື່ອ​ໃຫ້ການ​ປະສານ​ງານ​ມີ​ປະສິດທິ ພາບ ​ແລະ ປະຢັດ​ຕົ້ນທຶນ​ດ້ານ​ຄົນ, ​ເງິນ ​ແລະ ​ເວລາ. ການ​ພັດ ທະນາ​ໂຄງ​ລ່າງ​ພື້ນຖານ ຕ້ອງ ສຸມ​ໃສ່​ການ​ພັດທະນາ​ລະບົບ​ຄົມ ມະນາຄົມ ​ເປັນຕົ້ນຖະໜົນ​ຫົນ ທາງ​ໃຫ້​ເປັນ​ລະບົບ ​ແລະ ມີ​ປະ ສິດທິພາບ ​ໂດຍ​ເພີ່ມ​ທະວີ​ຄວາມ​ປອດ​ໃສ​ໃນ​ການ​ປະມູນ​ໂຄງ​ການ​ກໍ່ສ້າງ​ຂອງ​ລັດ ​ແນ​ໃສ່​ສ້າງ​ສິ່ງ​ອຳນວຍ​ໃຫ້​ແກ່​ການ​ລົງທຶນ​ເຂົ້າ​ໃນ​ການ​ຜະລິດ ​ເຮັດ​ໃຫ້ ສປປ ລາວ ​ເປັນ​ຖານ​ການ​ຜະລິດ​ທີ່​ໃຊ້​ຕົ້ນທຶນ​ຕ່ຳ. ການ​ເສີມ​ສ້າງ​ຈິດ​ສຳນຶກ ​ແລະ ການ​ສ້າງ​ຄວາມ​ສາມາດ​ດ້ານ​ວິຊາ​ການ ​ແມ່ນ ການ​ສ້າງ​ຄວາມ​ສາມາດ​ດ້ານ​ວິຊາ​ການ​ໄລຍະສັ້ນ, ກາງ ​ແລະ ຍາວ. ​ໃນ​ໄລຍະ​ສັ້ນ ​ແມ່ນ​ສຸມ​​ໃສ່​ການ​ເຜີຍ​ແຜ່​ກ່ຽວ​ກັບ ອຄລ ​ແລະ ຂໍ້​ຜູກ​ພັນ ​ເພື່ອ​ສ້າງ​ຄວາມ​ເຂົ້າ​ໃຈ​ໃນ​ທົ່ວ​ປະ​ເທດ ​ໂດຍ​ໃນ​ເບື້ອງຕົ້ນ ຈະ​ເລີ່​ມຈັດ​ໃນ 3 ພາກ (​ເໜືອ​, ກາງ ​ແລະ ​ໃຕ້) ກ່ອນ ພ້ອມ​ທັງ​ສົມທົບ​ກັບ​ສື່​ມວນ​ຊົນ ​ເພື່ອ​ເສີມ​ຂະຫຍາຍ​ວຽກ​ງານ​ເຜີຍ​ແຜ່​ດັ່ງ ກ່າວ​ໃຫ້​ກວ້າງຂວາງ​ອອກ​ຕື່ມ ຜ່ານ​ສື່​ຕ່າງໆ ​ແລະ ການຈັດ​ສຳ​ມະ​ນາ. ສ່ວນ​ໄລຍະ​ກາງ ​ແລະ ​ໄລຍະ​ຍາວ ​ຈະ​ສຸມ​ໃສ່​ການ​ສ້າງ​ຄວາມ​ອາ​ດ ສາມາດ​ໃຫ້​ແກ່ບຸກ ຄະລາ​ກອນ, ນັກ​ສຶກສາ ​ແລະ ພາກ​ທຸລະ​ກິດ ​ເພື່ອ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ຫລັກການ ອຄລ. ການ​ສ້າງ​ຄວາມ​ສາມາດ​ໃຫ້​ແກ່​ພາກ ສ່ວນ​ກ່ຽວຂ້ອງ​ພາຍຫລັງ​ເຂົ້າ​ເປັນ​ສະມາຊິກ ອຄລ ສືບຕໍ່​ຈັດຕັ້ງ​ໂຄງການ​ທີ່​ມີ​ຢູ່​ປັດຈຸບັນ ​ເພື່ອ​ໃຫ້ ສປປ ລາວ ສາມາດ​ຈັດຕັ້ງປະຕິ ບັດ​ພັນທະ​ທີ່​ໄດ້​ໃຫ້​ໄວ້​ກັບ ອຄລ ພາຍຫລັງ​ເຂົ້າ​ເປັນ​ສະມາຊິກ ​ເປັນຕົ້ນການ​ປັບປຸງ​ນິຕິ​ກຳ​ທີ່​ຍັງ​ຄ້າງ​ຄາ ​ເຊິ່ງ​ໄດ້​ໃຫ້​ພັນທະ​ໄວ້​ໃນ ອຄລ ​ແລະ ສ້າງ​ນິຕິ​ກຳ​ທີ່​ຈຳ​ເປັນ ​ເປັນຕົ້ນນິຕິ​ກຳ​ທີ່​ຕິດ​ພັນ​ກັບ​ມາດ​ຕະການ​ປົກ​ປ້ອງ​ທາງ​ການ​ຄ້າ (ການ​ປົກ​ປ້ອງ​ຊົ່ວຄາວ, ການ​ຕ້ານ​ການ​ທຸ້ມຕະຫລາດ ​ແລະ ການ​ຕອບ​ໂຕ້​ການ​ຖົມ​ຂຸມ) ​ແລະ ນິຕິ​ກຳ​ທີ່​ຕິດ​ພັນ​ກັບ​ການ​ຄ້າ​ດ້ານ​ການ​ບໍລິການ, ສ້າງ​ຄວາມ​ສາ ມາດ​ໃຫ້​ແກ່​ໜ່ວຍ​ງານ​ຈັດຕັ້ງປະ ຕິບັດ​ລະບຽບ​ການ​ຕ່າງໆ ທີ່​ຕິດ​ພັນ​ກັບ​ການ​ຄ້າ​ໃຫ້​ເຫັນ​ເປັນ​ຮູບ​ປະ​ທຳ​ເຊັ່ນ: ພາສີ, ຊັບ​ສິນ​ທາງ​ປັນຍາ, ຈົດໝາຍ​ເຫດ​ທາງ​ລັດຖະ ການ, ຈຸດ​ສອບ​ຖາມ ​ແລະ ສູນ​ແຈ້ງ​ຂໍ້​ມູນ​ມາດ​ຕະການ​ທີ່​ຕິດ​ພັນ​ກັບ​ສຸ​ຂະ​ນາ​ໄມ ​ແລະ ສຸ​ຂະ​ນາ​ໄມ​ພືດ, ສິ່ງ​ກີດຂວາງ​ທາງ​ເຕັກນິກ​ທີ່​ເປັນ​ອຸປະສັກ​ຕໍ່​ການ​ຄ້າ ​ແລະ ສູນ​ສະໜອງ​ຂໍ້​ມູນ​ການ​ຄ້າ​ດ້ານ​ການ​ບໍລິການ, ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ພາກ​ທຸລະ​ກິດ ​ໂດຍ​ສະ​ເພາະ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ ທີ່​ຍັງ​ມີ​ຄວາມ​ຮັບ​ຮູ້​ຂ້ອນ​ຂ້າງ​ຕ່ຳ​ກ່ຽວ​ກັບ​ວຽກ​ງານ​ການ​ເຊື່ອມ​ໂຍງ ​ແລະ ອົງການ​ຕາງ ໜ້າ ສປປ ລາວ ຢູ່ ອຄລ ລັດຖະ ບານ​ຈະ​ພິຈາລະນາ​ຢ່າງຕັ້ງໜ້າ ​ແລະ ຮອບ​ຄອບ ​ເປັນ​ແຕ່​ລະ​ກໍລະ ນີ​ໃນ​ການ​ແຕ່ງຕັ້ງ, ຈັດ​ວາງ​ອົງ ການ​ຕາງໜ້າ​ຂອງ​ລາວຢູ່ ອຄລ ຢ່າງ​ເໝາະ​ສົມ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ສາກົນເພື່ອ​ປົກ​ປ້ອງ​ຜົນ​ປະໂຫຍ​ດ ​ແລະ ຍາດ​ແຍ່ງ​ຜົນ​ປະ​ໂຫຍ​ດ ມາ​ໃຫ້​ຊາດ​ເຮົາ​ໃຫ້​ຫລາຍ​ເທົ່າ​ທີ່​ຈະ​ຫລາຍ​ໄດ້.

No comments:

Post a Comment