Ad

Ad

17 January 2013

ເມືອງລາວ ດິນແດນທີ່ແສນປະທັບໃຈ



​ໂດຍ: ຂ.ຊານຸ​ບານ
    ນີ້​ແມ່ນ​ຄຳ​ເວົ້າຂອງ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຫລາຍ​ຄົນທີ່​ເຄີຍ​ມາ​ທ່ຽວ​ບ້ານ​ເມືອງ​ເຮົາ. ​ໃນ​ຄວາມ​ຈິງ​ມັນ​ກໍ​ແມ່ນ​ແນວ​ນັ້ນ​ແທ້ ປະ​ເທດ​ລາວ​ເປັນ​ປະ​ເທດ​ທີ່​ມີ​ທິວ​ທັດ​ທຳ​ມະ​ຊາດ​ອັນ​ສວຍ​ສົດ​ງົດ​ງາມ, ມີ​ຄວາມ​ອຸດົມສົມບູນ​ໄປ​ດ້ວຍ​ປູ​ສະ​ນີຍະສະ​ຖານ​ອັນ​ເກົ່າ​ແກ່ ​ແລະ ຄວາມ​ຫລາກ​ຫລາຍ​ແຫ່ງ​ສີສັນ​ທາງ​ດ້ານ​ວັດທະນະ ທຳ​ທີ່​ຫາ​ບ່ອນ​ອື່ນ​ມາ​ປຽບທຽບ​ໄດ້​ຍາກ. ພ້ອມ​ນັ້ນ ຍັງ​ເປັນ​ບ້ານ​ເມືອງ​ທີ່​ມີ​ຄວາມ​ສະຫງົບ​ງຽບ, ປະຊາຊົນ​ມີນ້ຳ​ໃຈ​ໂອ​ບ​ເອື້ອອາລີ, ຮັກ​ແພງ​ແຂກ​ບ້ານ​ແຂກ​ເມືອງ​ຜູ້​ມາ​ທ່ຽວ​ຊົມ ​ແລະ ອີກ​ອັນ​ໜຶ່ງ​ແມ່ນ​ຄວາມ​ມີ​ເອກະລັກ​ດັ້ງ​ເດີມ​ຂອງ​ມັນ ​ເຊິ່ງທັງ​ໝົດ​ເຫລົ່ານີ້ນັບ​ມື້​ໄດ້​ກາຍ​ເປັນ​ສິ່ງ​ດຶງ​ດູດ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ຫລາຍ​ຂຶ້ນ.
    ຄວາມ​ອາດ​ສາມາດ​ບົ່ມ​ຊ້ອນ​ຂອງ​ການທ່ອງທ່ຽວ​ລາວ.
    ​ເມື່ອ​ເວົ້າ​ເຖິງປະ​ເທດ​ລາວ​ແລ້ວ ​ໃຜໆ​ກໍ​ຈະ​ວາດ​ພາບ​ໄດ້​ເຖິງ​ຄວາມ​ອຸດົມສົມບູນ​ທາງ​ດ້ານ​ວັດ ທະນະທຳ ​ແລະ ຄວາມ​ອາດ​ສາ ມາດ​ບົ່ມ​ຊ້ອນ​ຂອງ​ການທ່ອງ ທ່ຽວ​ສິ່ງ​ທີ່​ເປັນ​ຮູບ​ຮ່າງ ​ແລະ ສິ່ງ​ບໍ່​ມີ​ຮູບ​ຮ່າງ. ລາວ​ເປັນ​ປະ​ເທດ​ທີ່​ປະກອບ​ດ້ວຍ​ຫລາຍ​ຊົນ​ເຜົ່າ (49 ຊົນ​ເຜົ່າ) ​ແລະ ມີ​ບຸນ​ສິນ​ຕ່າງໆ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຜົ່າ ແລະ ຂອງ​ແຕ່ລະ​ທ້ອງ​ຖິ່ນ ຄື​ບຸນ ປີ​ໃໝ່​ລາວ, ບຸນ​ກິນ​ຈຽງ​ຂອງ​ເຜົ່າ​ມົ້ງ, ບຸນ​ກະ​ເລີ​ຂອງ​ກຶມ​ມຸ, ບຸນ​ນະ
ມັດສະການ​ພະທາດ​ຫລວງ, ບຸນ​ບັ້ງ​ໄຟ ​ແລະ ຮີດຄອງ​ປະ​ເພນີ​ຕ່າງໆ. ພ້ອມ​ນັ້ນ ກໍ​ແມ່ນ​ບັນຍາ ກາດ​ແຫ່ງ​ການ​ຟ້ອນ​ລຳ-ທຳ​​ເພງ, ມ່ວນ​ຊື່ນ​ລື່ນ​ເລີງ​ຈາກ​ສຽງ​ຂັບ, ສຽງ​ລຳ, ສຽງ​ຂຸ່ຍ, ສຽງ​ແຄນ ອັນ​ເປັນ​ເອກະລັກ​ຂອງ​ລາວ ​ແລະ ສິ່ງ​ພິ​ເສດ​ໄປ​ກວ່າ​ນັ້ນ ກໍ​ແມ່ນ​ຄວາມ​ຫລາກ​ຫລາຍ ​ແລະ ສວຍ​ງາມ​ຂອງ​ວັດວາອາ​ຮາມ​ອັນ​ເກົ່າ​ແກ່​ມີ​ຢູ່​ທົ່ວ​ທຸກ​ແຫ່ງ​ຂອງ​ປະ​ເທດ. ຕາມ​ການ​ໃຫ້​ຮູ້​ຂອງ​ອົງການ​ພຸດທະ​ສາສະໜາ​ສຳພັນ​ລາວ​ວ່າ: ປັດຈຸບັນ ຢູ່​ລາວ​ເຮົາ​ມີ​ວັດວາອາ​ຮາມ​ທັງ​ໝົດ​ປະມານ 1.400 ​ແຫ່ງ, ​ໃນ​ນັ້ນ ກໍ​ມີ​ບາງ​ວັດ​ທີ່​ມີ​ຊື່​ສຽງ​ດົ່ງດັງ ຄື​ຢູ່​ນະຄອນ ຫລວງ​ວຽງ​ຈັນ​ກໍ​ຈະ​ແມ່ນ​ວັດ​ທາດຫລວງ, ວັດ​ສີສະ​ເກດ, ຫໍພະ​ແກ້ວ. ສ່ວນ​ຢູ່​ຫລວງ​ພະ​ບາງ​ດິນ​ແດນ​ແຫ່ງ​ອາ​ລິ​ຍະ​ທຳ​ອັນ​ລື​ຊື່ນັ້ນ ກໍ​ຈະ​ແມ່ນ​ວັດ​ຊຽງ​ທອງ ​ເຊິ່ງ​ເປັນ​ວັດ​ເກົ່າ​ແກ່ ​ແລະ ສວຍ​ງາມ​ທີ່​ສຸດ​ໃນ​ລາວ​ທີ່​ໄດ້​ຮັບ​ການ​ສ້າງ ຕັ້ງຂຶ້ນ​ເມື່ອ​ປີ 1560 ຢູ່​ແຄມ​ຝັ່ງ​ແມ່ນ້ຳຂອງ ​ແລະ ສິ່ງ​ເຫລົ່ານັ້ນ​ໄດ້​ເຮັດ​ໃຫ້​ແຂກ​ຄົນ ​ແລະ ນັກ​ທ່ອງ​ທ່ຽວ​ເຂົ້າ​ໃຈດີ​ຕໍ່​ກັບ​ວັດ ທະນະທຳ​ລາວ​ກໍ​ຄື​ສະຖາປັດຕະ ຍາ​ກຳ​ທີ່​ເປັນ​ເອກະລັກ ​ແລະ ພວກ​ເຂົາ​ເຫລົ່ານັ້ນກໍ​ມີ​ຄວາມ​ເຂົ້າ​ໃຈ​ເລິກ​ເຊິ່ງຕື່ມ​ອີກ​ກ່ຽວ​ກັບ​ວັດວາອາ​ຮາມ ​ແລະ ຄວາມ​ເຫລື້ອມ​ໃສ​ຂອງ​ສາສະໜາ​ພຸດ​ທີ່​ມີ​ຕໍ່​ປະຊາຊົນ​ລາວ ​ເຊິ່ງອາດ​ເວົ້າ​ໄດ້​ວ່າ: ສະຖານ​ທີ່​ແຫ່ງ​ນີ້​ແມ່ນ​ສູນ​ລວມທາງ​ດ້ານ​ວັດທະນະທຳ, ງານ​ເທສະ​ການ​ຕ່າງໆ ​ແລະ ທັງ​ເປັນ​ບ່ອນ​ເທດ​ສະໜາ, ບ່ອນ​ສອນ​ໜັງສື ​ແລະ ການ​ບຳລຸງ​ບົ່ມ​ສອນ​ຊັບພະຍາກອນ​ມະນຸດ​ໃຫ້​ແກ່​ປະ​ເທດ​ຊາດ. ນອກຈາກ​ນີ້ ລາວ​ຍັງ​ມີ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຫລາຍ​ແຫ່ງ​ເຊັ່ນ: ວັດ​ພູ​ຈຳປາ​ສັກ, ບັນດາ​ຖ້ຳປະຫວັດ ສາດ​ທີ່​ເມືອງ​ວຽງ​ໄຊ ​ແຂວງ​ຫົວພັນ, ທົ່ງ​ໄຫ​ຫີນ​ຊຽງ​ຂວາງ, ເຂດ​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ເມືອງ​ວັງ​ວຽງ ​ແລະ ພິ​ເສດ​ກໍ​ແມ່ນ​ພະຣາສະ​ວັງ​ເກົ່າ​ທີ່​ເມືອງ​ມໍລະ ດົກ​ໂລກ​ຫລວງ​ພະ​ບາງ ​ເຊິ່ງ​ແມ່ນ​ສະຖານ​ທີ່​ທີ່​ໄດ້​ຮັບ​ການ​ຍົກຍ້ອງ​ເປັນ​ເມືອງ​ທີ່​ສວຍ​ງາມ ແລະ ສະຫງົບ​ງຽບ​ທີ່​ສຸດ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ​ເປັນ​ເມືອງ​ທີ່​ໜ້າ​ທ່ຽວ​ຊົມ ​ແລະ ​ໄປ​ຄຽງ​ຄູ່​ກັບ​ຄວາມ​ງົດ​ງາມ​ຂອງ​ທຳ​ມະ​ຊາດ ​ແລະ ບູຮານ​ສະ ຖານ, ວັດວາອາ​ຮາມ​ອັນ​ເກົ່າ​ແກ່​ດັ່ງກ່າວ​ແລ້ວ ​ໃຜໆ​ມາ​ທ່ຽວ​ລາວ​ກໍ​ຈະ​ໄດ້​ຮັບ​ການ​ແນະນຳ​ໃຫ້​ຮູ້​ເຖິງ​ບັນດາ​ໝູ່​ບ້ານ​ຫັດ​ຖະກຳ​ຕ່າງໆ, ​ໃນ​ນັ້ນ ພົ້ນ​ເດັ່ນ​ທີ່​ສຸດ​ກໍ​ຈະ​ແມ່ນ​ອາຊີບ​ຕ່ຳຫູກ​ທໍ​ໄໝ​ຂອງ​ເອື້ອຍນ້ອງ​ແມ່ຍິງ​ລາວ​ທີ່​ມີ​ມູນ​ເຊື້ອສືບ​ເນື່ອງ​ມາ​ຫລາຍ​ພັນ​ປີ​ແລ້ວ ​ເຊິ່ງສະ​ແດງ​ອອກ​ໃຫ້​ເຫັນ​ຈາກ​ຄວາມ​ປານີດ​ຂອງ​ຜະລິດ​ຕະພັນ​ຜ້າ​ແພ​ລາວ​ທີ່​ມີ​ຫລາຍ​ສີສັນ ​ແລະ ການ​ຫຍິບ​ຖັກ​ປັກ​ແສ່ວ​ຢ່າງ​ສວຍ​ງາມ ​ແລະ ນຸ້ມ ນວນ​ດີ ມັນສະ​ແດງ​ໃຫ້​ເຫັນ​ເຖິງ​ລັກສະນະ​ສິລະ​ປະວັດ​ທະນະ​ທຳ​ອັນ​ຍອດ​ຍິ່ງ​ຂອງ​ອາພອນ​ເພດ​ຊົງ​ລາວ​ອີກ​ດ້ວຍ ​ແລະ ສົມ​ກັບ​ເປັນ​ປະ​ເທດ​ໜຶ່ງ​ທີ່​ມີ​ເທສະການ ​ແລະ ງານ​ບຸນ​ຕ່າງໆ​ຕະຫລອດ​ປີ ອັນ​ເປັນ​ທ່າ​ແຮງ ​ແລະ ​ໂອກາດ​ໃຫ້​ແກ່​ການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າມາ​ທ່ຽວ​ລາວ​ນັບ​ມື້ຫລາຍ​ຂຶ້ນ.
    ພິ​ເສດ​ແມ່ນ​ຍັງ​ອີກ​ບໍ່​ທໍ່​ໃດ​ວັນ​ຂ້າງ​ໜ້ານີ້, ກອງ​ປະຊຸມ​ລັດຖະ ມົນຕີ​ທ່ອງ​ທ່ຽວ​ອາ​ຊຽນ (ATF) ຄັ້ງທີ 32 ​ເຊິ່ງລາວ​ເຮົາ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​ກໍ​ຈະ​ເປີດ​ຂຶ້ນຢູ່​ນະຄອນຫລວງ​ວຽງ​ຈັນ, ພ້ອມ​ມີ​ການ​ວາງສະ​ແດງ​ທ່ອງ​ທ່ຽວ​ອາ​ຊຽນນຳ​ອີກ ​ເຊິ່ງ​ເຫດ ການ​ດັ່ງກ່າວ​ກໍ​ຈະ​ເປັນ​ໂອກາດ​ອັນ​ສຳຄັນ​ໃຫ້​ແກ່ ສປປ ລາວ ​ໄດ້​ນຳ​ສະ​ເໜີ ​ແລະ ​ໂຄສະນາ​ເຜີຍ​ແຜ່​ທ່າ​ແຮງ​ຕ່າງໆ​ຂອງ​ການ​ພັດ ທະນາ​ອຸດສາຫະກຳ​ທ່ອງ​ທ່ຽວ​ລາວ ​ເພື່ອສາມາດ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ​ໄດ້​ເທື່ອ​ລະ​ກ້າວ. ກໍ​ດັ່ງ​ປີ 2012 ຜ່ານ​ມາ, ລາວ​ໄດ້​ເປີດ​ປີ​ທ່ອງ​ທ່ຽວ​ຂອງ​ຕົນ ​ແລະ ກໍ​ເຫັນ​ວ່າ​ມີ​ຜົນສຳ​ເລັດ​ສູງ ​ເຊິ່ງກໍ​ໃນ​ປີນີ້ ລາວ​ສາມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າປະ​ເທດ​ໄດ້​ຫລາຍ​ກວ່າ 3 ລ້ານ​ເທື່ອ​ຄົນ ​ເຊິ່ງຫລາຍ​ກວ່າ​ທຸກໆ​ປີຜ່ານມາ ​ເຊິ່ງຕາມ​ການ​ລາຍ​ງານ​ຂອງ​ອົງການ​ທ່ອງ​ທ່ຽວ​ລາວ ​ໃຫ້​ຮູ້​ວ່າ: ປີ 2006 ລາວ​ໄດ້​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​ໄດ້ 1,2 ລ້ານ​ເທື່ອ​ຄົນ, ປີ 2007 ມີ 1,4 ລ້ານ​ເທື່ອ​ຄົນ ແລະ ປີ 2011 ຈຳນວນ​ນັກ​ທ່ອງ​ທ່ຽວ​ເຂົ້າມາລາ​ວ​ໄດ້​ເພີ່ມ​ທະວີ​ຂຶ້ນຫລາຍ​ກວ່າ 2 ລ້ານ​ເທື່ອ​ຄົນ ອັນ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ພື້ນຖານ​​ເສດ ຖະກິດ​ຂອງ​ລາວ​ຂະຫຍາຍຕົວ.
    ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະ ນະທຳ ​ແລະ ທ່ອງ​ທ່ຽວ, ຜູ້​ຮັບ ຜິດຊອບ​ວຽກ​ງານ​ທ່ອງ​ທ່ຽວ ​ໃຫ້​ຮູ້​ວ່າ: ການທ່ອງທ່ຽວ​ລາວ​ແມ່ນ​ໜຶ່ງ​ໃນ​ບັນດາ​ຂະ​ແໜງ​ເສດຖະກິ​ດປາຍ​ແຫລມ​ທີ່​ສາມາດ​ນຳ​ລາຍ​ຮັບ​ເຂົ້າປະ​ເທດ​ໃນ​ແຕ່ລະ​ປີ​ເປັນ​ຈຳນວນ​ບໍ່​ໜ້ອຍ ​ແລະ ປັດຈຸບັນ ລັດຖະບານ​ລາວ​ກໍ​ຍັງ​ໃຫ້​ບູລິ​ມະ​ສິດ​ພັດທະນາ​ຂະ​ແໜງ​ການ​ດັ່ງ ກ່າວ​ໃຫ້​ກາຍ​ເປັນ​ອຸດສາຫະກຳ​ທ່ອງ​ທ່ຽວ ​ແລະ ​ແຕ່ລະ​ປີ ລັດຖະ ບານ​ກໍ​ໄດ້​ອະນຸມັດ​ງົບປະມານ​ເປັນ​ຈຳນວນ​ຫລວງຫລາຍ ​ເພື່ອ​ປັບປຸງ​ພື້ນຖານ​ໂຄງ​ລ່າງ ​ແລະ ພັດທະນາ​ແຫ​ລ່ງທ່ອງ​ທ່ຽວ​ຕ່າງໆ, ພ້ອມ​ເລັ່ງ​ໃສ່​ຍົກ​ສູງ​ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ຖັນ​ແຖວ​ພະນັກງານ​ໃນ​ຂະ​ແໜງ​ການ​ດັ່ງກ່າວ. ພ້ອມ​ນັ້ນ ກໍ​​ໄດ້​ສຸມ​ໃສ່​ໂຄສະນາ​ປຸກລະດົມ​ທົ່ວ​ສັງ​ຄັມ​ເຂົ້າມາ​ມີ​ສ່ວນ​ຮ່ວມ​ກັບ​ວຽກ​ງານ​ທ່ອງ​ທ່ຽວ​ໃຫ້​ນັບ​ມື້ຫລາຍ​ຂຶ້ນ.

No comments:

Post a Comment