Ad

Ad

17 January 2013

ໂຮງຫມໍບໍລິເວນ 101 ເປີດບໍລິການຕຶກປະສູດ-ພະຍາດຍິງຫລັງໃຫມ່



     ພາຍຫຼັງການກໍ່ສ້າງຕຶກອາຄານປະສູດ ແລະ ພະຍາດຍິງ ຂອງໂຮງໝໍບໍລິເວນ 101 ຢູ່ ແຂວງຊຽງຂວາງ ໄດ້ເລີ່ມມາແຕ່ເດືອນພຶດສະພາເຖິງເດືອນທັນວາ 2012 ໄດ້ສຳເລັດ ແລະ ມອບຮັບ​ເປີດ​ບໍລິການໃນວັນທີ 14 ມັງ ກອນນີ້. ຕຶກອາຄານປະສູດ ​ແລະ ປິ່ນປົວພະຍາດຍິງຂອງໂຮງໝໍ ແຫ່ງນີ້ເປັນຜົນງານອັນລ້ຳຄ່າ ຂອງທ່ານປ້າ ຄຳເມິງ ວໍລະຈິດ ພັນລະຍາຂອງຮອງ​ປະທານ​ປະ​ເທດທີ່ແມ່ນພະນັກງານແພດຂອງ ໂຮງໝໍ 101 ຮຸ່ນທຳອິດ ທີ່ເປັນຜູ້ ຂົນຂວາຍລະດົມທຶນຮອນຈາກ ລູກຫຼານ, ຍາດພີ່ນ້ອງ ແລະ ທົ່ວ ສັງຄົມໄດ້ 650 ລ້ານກີບ ມາກໍ່ ສ້າງຕຶກ ອາຄານຊັ້ນດຽວທີ່ມີຂະໜາດ 16,50 x 30,50 ແມັດໃນ ເນື້ອທີ່ 402,75 ຕາແມັດ, ອາຄານ ປະກອບມີ 12 ຫ້ອງ ໃນນີ້ ມີຫ້ອງ ນອນຄົນເຈັບລວມ ແລະ ຫ້ອງພິ ເສດ, ຫ້ອງການແພດ, ຫ້ອງປະ ຊຸມ ແລະ ອື່ນໆ.
     ນອກຈາກ​ນີ້ຍັງໄດ້ລະດົມ ທຶນຊື້ອຸປະກອນຕ່າງໆເຂົ້າໃສ່ອີກເຊີ່ງມີຕຽງນອນຄົນເຈັບ 10 ໜ່ວຍ, ຕຽງປະສູດລູກ 2 ໜ່ວຍ, ລໍ້ຄົນເຈັບ 2 ໜ່ວຍ, ເຄື່ອງບ່ອນ ນອນ, ຕູ້ເຢັນ ແລະ ໜ້າຈໍໂທລະ ພາບ ເປັນມູນຄ່າອີກ 92 ລ້ານ ກີບ. ນອກຈາກນັ້ນ, ບໍລິສັດສີສົມ ພູກໍ່ສ້າງຈຳກັດທີ່ເປັນຜູ້ຮັບເໝົາ
ກໍ່ສ້າງຍັງໄດ້ປະກອບສ່ວນເພີ່ມອີກ ໃນການກໍ່ສ້າງ ເກືອບ 10 ລ້ານ ກີບ. ເຂົ້າຮ່ວມໃນພິທີມອບຮັບຕຶກ ອາຄານເທື່ອນີ້ມີທ່ານ ສາສະດາ ຈານ ດຣ. ສົມກົດ ມັງໜໍ່ເມກ ກຳ ມະການສູນກາງພັກ, ເລຂາພັກ ແຂວງ, ເຈົ້າແຂວງຊຽງຂວາງ, ທ່ານ ພົນຈັດຕະວາ ບຸນໄຊຊົງ ຢົງຢ່າ ຮອງກົມ ໃຫຍ່ການເມືອງ ກອງທັບ, ທ່ານ ພັນເອກ ດຣ. ບຸນ ເຕິນ ບັນດາວົງ ຫົວໜ້າກົມເສ ນາຮັກ, ທ່ານ ພັນເອກ ບົວສິງ ອິນທະວົງ ຫົວໜ້າອຳນວຍການ ໂຮງໝໍບໍລິເວນ 101 ພ້ອມແຂກ ຖືກເຊີນ ແລະ ແພດໝໍເຂົ້າຮ່ວມ ເປັນສັກຂີພະ ຍານນຳ. ການກໍ່ ສ້າງພື້ນຖານໂຄງລ່າງໃຫ້ແກ່ ໂຮງໝໍແຫ່ງນີ້, ປ້າຄຳເມິງ ວໍລະ ຈິດ ໃນນາມແພດຮຸ່ນທຳອິດຂອງ ໂຮງໝໍນີ້ ແລະ ໃນນາມຄົນຊຽງ ຂວາງຍາມໃດກໍເປັນຫ່ວງເຖິງ ຊີວິດແລະສຸຂະພາບຂອງອ້າຍນ້ອງ ພະນັກງານນັກ ຮົບ ກໍຄືປະຊາຊົນ ບັນດາເຜົ່າ ຈຶ່ງໄດ້ເປັນຜູ້ຂົນ ຂວາຍຊອກແຫຼ່ງທຶນເພື່ອມາຊ່ວຍແບ່ງເບົາ ພາລະຂອງລັດ ໃນການພັດທະນາ ໂຮງໝໍໃຫ້ເປັນບ່ອນກອບ ກູ້ເອົາຊີວິດຂອງພະນັກງານນັກຮົບກໍຄືປະຊາຊົນບັນດາເຜົ່າ.

No comments:

Post a Comment