Ad

Ad

17 January 2013

ຈັດກອງປະຊຸມໃຫຍ່ແນວລາວສ້າງສ້າງຊາດແຂວງສະຫວັນນະເຂດຄັ້ງທີ 6



     ກອງປະຊຸມໃຫຍ່ ຄັ້ງທີ 6 ຂອງຜູ້ແທນແນວລາວສ້າງຊາດ ແຂວງສະຫວັນນະເຂດ ໄດ້ໄຂຂຶ້ນ ໃນຕອນເຊົ້າ ຂອງວັນທີ 16 ມັງ ກອນນີ້ ຢູ່ສະໂມສອນຫ້ອງວ່າ ການປົກຄອງແຂວງ. ມີຜູ້ແທນ ສົມບູນ ຈາກພະແນກການຕ່າງໆ ຂອງແຂວງ, ບັນດາເມືອງຮາກ ຖານການຜະລິດທີ່ເປັນຕົວແທນ ພາຄີຂອງແນວລາວ ສ້າງຊາດ ຂັ້ນຕ່າງໆ ເຂົ້າຮ່ວມທັງໝົດ 137 ທ່ານ, ຍິງ 16 ທ່ານ.
    ເປັນກຽດເຂົ້າຮ່ວມໃນກອງ ປະຊຸມມີທ່ານ ສຈ. ດຣ. ພັນດວງ ຈິດ ວົງສາ ກຳມະການສູນກາງ ພັກ, ປະທານສູນກາງແນວລາວ ສ້າງຊາດ, ທ່ານ ດຣ. ສຸພັນ ແກ້ວ ມີໄຊ ເລຂາພັກແຂວງ, ເຈົ້າ ແຂວງສະຫວັນ ນະເຂດ, ມີຄະນະ ປະຈຳພັກ, ກຳມະການພັກ ແຂວງ, ບັນດາເມືອງຂອງ ແຂວງ, ພະແນກການ, ກົມກອງ, ຜູ້ຊົງຄຸນວຸດທິ, ປັນຍາຊົນຊັ້ນຄົນເຂົ້າຮ່ວມ.

    ທ່ານ ຫວັນຄຳ ອິນທິຈັກ ກຳ ມະການປະຈຳພັກແຂວງ, ປະ ທານແນວລາວສ້າງຊາດແຂວງ ມີຄຳເຫັນໃນພິ ທີກ່າວເປີດກອງ ປະຊຸມໃຫຍ່ ຄັ້ງທີ 6 ຂອງຜູ້ແທນ ແນວລາວສ້າງຊາດ ເຊິ່ງມີບາງ ຕອນທ່ານກ່າວວ່າ: ເພື່ອກະ ກຽມ ໃຫ້ແກ່ກອງປະຊຸມໃຫຍ່ເທື່ອນີ້, ຄະນະກຳມະການແນວລາວສ້າງ ຊາດແຕ່ລະຂັ້ນ ຕະຫລອດເຖິງປະ ຊາຊົນບັນດາເຜົ່າໃນທົ່ວແຂວງ ໄດ້ເພີ່ມທະວີຄວາມສາມັກຄີປອງ ດອງຢ່າງເປັນປຶກແຜ່ນແໜ້ນໜາ ແຂ່ງຂັນ ເພື່ອສຳເລັດໜ້າທີ່ການ ເມືອງຂອງພັກ-ລັດມອບໝາຍ ໃຫ້, ເຂົ້າຮ່ວມຊຸກຍູ້ວຽກງານຂະ ບວນການຕ່າງໆ ຕິດພັນກັບການ ສຶກສາອົບຮົມ ເຕົ້າໂຮມຄວາມສາ ມັກຄີ ປະຊາຊົນຍົກສູງສະຕິເປັນ ເຈົ້າຂອງປະເທດຊາດ ເພິ່ງຕົນ ເອງ ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງໂດຍ ຕົນເອງ, ຄະນະກຳມະການແນວລາວສ້າງ ຊາດຂັ້ນ ເມືອງ ແລະ ບ້ານໄດ້ດຳ ເນີນກອງປະຊຸມໃຫຍ່ຂັ້ນຂ ອງຕົນ ໂດຍມີການປັບປຸງໂຄງປະກອບ ແລະ ແບບແຜນວິ ທີເຮັດວຽກໃຫ້ ໄດ້ມາດຕະຖານຕາມລະບຽບກົດ ໝາຍຂອງແນວລາວສ້າງຊາດ ຕິດແໜ້ນກັບການເສີມຂະຫຍາຍ ສິດປະຊາທິປະໄຕ ປະຊາຊົນບັນ ດາຊັ້ນຄົນ.
    ກອງປະຊຸມຈະໄດ້ມີການທົບ ທວນຄືນການຈັດຕັ້ງປະຕິບັດມະ ຕິກອງປະຊຸມໃຫຍ່ ຄັ້ງທີ 5 ຂອງ ກຳມະການແນວລາວສ້າງຊາດ ແຂວງ ຕີລາຄາສາເຫດທີ່ພາໃຫ້ມີ ຈຸດດີ, ຈຸດອ່ອນຂໍ້ຄົງຄ້າງ ແລະ ບົດຮຽນ ທີ່ຖອດຖອນໄດ້. ພ້ອມນີ້ ກໍໄດ້ພ້ອມກັນວາງທິດທາງແຜນ ການ ແລະ ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ ຢ່າງມີຈຸດສຸມ. ຈາກນີ້ຍັງ ຈະໄດ້ມີການສຳຫລວດ, ການຊີ້ ນຳ-ນຳພາຂອງຄະນະກຳມະ ການແນວລາວສ້າງ ຊາດ ຊຸດທີ 5 ຮັບຮອງເອົາການແຕ່ງຕັ້ງຄະນະ ກຳມະການແນວລາວສ້າງຊາດ ຊຸດທີ 6 ເຊິ່ງມາຈາກຫລາຍ ພາກ ສ່ວນ ເຊິ່ງເປັນຕົວແທນໃຫ້ແກ່ ບັນດາເຜົ່າຊັ້ນຄົນ, ສາສະໜາ ແລະ ເພດໄວໃນທົ່ວແຂວງສະ ຫວັນນະ ເຂດ. ກອງປະຊຸມດັ່ງກ່າວນີ້ຈະດຳເນີນໄປເປັນເວລາ 2 ມື້ຈຶ່ງສຳເລັດ.

No comments:

Post a Comment