Ad

Ad

17 January 2013

ສ.ເກົາຫລີ ຊ່ວຍສ້າງໂຮງຮຽນຢູ່ບ້ານຫນອງ



         ສະມາຄົມຊ່ວຍເຫລືອເຊິ່ງ ກັນ ແລະກັນ ຂອງ ສາທາລະນະ ລັດເກົາຫລີ ໄດ້ລະ ດົມທຶນມາ ຊ່ວຍພັດທະນາເດັກ ນ້ອຍຢູ່ບ້ານ ໜອງເຂດພັ້ນເມືອງ ແປກແຂວງ ຊຽງຂວາງເຊິ່ງເປັນການຊ່ວຍເບື້ອງຕົ້ນມີ ມູນຄ່າ 28.000 ດອນ ລາສະຫະລັດໃນນີ້ໄດ້ກໍ່ສ້າງ ໂຮງ ຮຽນ ປະຖົມສົມບູນບ້ານໜອງ, ສ້າງຫ້ອງນ້ຳ, ສ້າງນ້ຳລິນໃຫ້ ໂຮງຮຽນ, ແລະ ສ້າງວິດຖ່າຍ ໃຫ້ ປະຊາຊົນເຊິ່ງຜົນການຊ່ວຍ ເຫຼືອ ເບື້ອງຕົ້ນແມ່ນ ສ້າງໂຮງຮຽນ ສຳເລັດແລ້ວ 3 ຫ້ອງ, ສ້າງນ້ຳລິນສຳເລັດແລ້ວ ແລະ ສ້າງວິດຖ່າຍໃຫ້ຊາວບ້ານໄດ້ຈຳ ນວນໜຶ່ງ.
      ໃນໂອກາດມອບຮັບການ ຊ່ວຍ​ເຫລືອຈັດຂື້ນ ວັນທີ 15 ມັງ ກອນ 2013 ນີ້ທີ່ໄດ້ມີທ່ານ ຄຳ ປ່ຽນ ສີນວນທອງ ຮອງເຈົ້າ ແຂວງ ຊຽງຂວາງ,ທ່ານ ອາ ຈານ ບົວລີ ພັນນາວົງ ຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງ,ມີທ່ານ ນາມຢົງວັນ( Mr nam Byong Hwan)  ທ່ານນາງ ຫວັງມໍຊຸນ( Mrs Hwang
Mal SUN) ຄະນະສະ ມາຄົມຊ່ວຍ ເຫຼືອເຊິ່ງກັນ ແລະກັນ ສ ເກົາຫຼີ ພ້ອມຄະນະ,ມີຫ້ອງການ ສຶກສາ ທິການແລະ ກິລາເມືອງແປກ ພ້ອມພະນັກງານຄູອາຈານ ແລະ ນັກຮຽນໃນໂຮງຮຽນບ້ານໜອງ ເຂົ້າ ຮ່ວມ.ໃນໂອກາດນີ້ ຝ່າຍສະມາຄົມ ຊ່ວຍເຫຼືອເຊິ່ງກັນແລະກັນ ສເກົາຫຼີຍັງໄດ້ມອບອຸປະກອນກີ ລາຈຳນວນ ໜຶ່ງໃຫ້ ໂຮງຮຽນ ແລະ ມອບຂອງຂວັນໃຫ້ນ້ອງ ນ້ອຍນັກ ຮຽນ 250 ກ່ວາຄົນ ແລະ ທັງສະມາ ຄົມຍັງສືບຕໍ່ຊ່ວຍ ເຫຼືອຕໍ່ໄປອີກ ໂດຍສະເພາະແມ່ນ ຈະເລືອກ ເອົານັກຮຽນດີເດັ່ນຮັບ ເປັນ ລູກບຸນທຳແລ້ວຈະສົ່ງເສີມ ການ ສືກສາໃຫ້ເຖິງມີວິຊາ ຊີບ. ທ່ານ ຄຳປ່ຽນ ສີນວນທອງ ຮອງເຈົ້າແຂວງຊຽງຂວາງໄດ້ ກ່າວຂອບໃຈທີ່ສະມາຄົມ ຊ່ວຍ ເຫຼືອເຊິ່ງກັນແລະກັນ ສ ເກົາ ຫຼີທີ່ໄດ້ເອົາທຶນຮອນ ແລະ ພ້ອມ ກັນມາຢ້ຽມຢາມ  ຊ່ວຍເຫຼືອນັກ ຮຽນ ຢູ່ແຂວງຊຽງຂວາງ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການ ຊ່ວຍເຫຼືອທັງ ດ້ານການສຶກສາ ເພື່ອປະກອບສ່ວນ ພັດທະນາ ແຂວງຊຽງຂວາງໃຫ້ດີຂື້ນ.

No comments:

Post a Comment